Instagram ຈະ Video Call ໄດ້ແລ້ວ


ທຸກຄົນໄດ້ໃຊ້ Instagram ໃນການແຊພາບ ແລະ ວິດີໂອຕະຫຼອດຈົນເບິ່ງ Stories ແລະ ການ Live ຖ່າຍທອດສົດເທິງ Instagram ມາແລ້ວ ແຕ່ຫລ້າສຸດພົບໂຄດ ແລະ ພາບປະກອບໃໝ່ທີ່ຄາດວ່າຈະກ່ຽວຂ້ອງກັບຟີເຈີໃໝ່ຂອງ Instagram ທີ່ກໍາລັງກຽມປ່ອຍໃຫ້ໄດ້ໃຊ້ ແລະ ຟີເຈີທີ່ວ່ານີ້ເຖິງຂັ້ນນອກກອບ Instagram ແບບເກົ່າໆ ເພາະຈະສາມາດໂທແບບ Video Call ໄດ້ແລ້ວ. ຈາກການລາຍງານຂອງ TechCrunch ວ່າ Ishan Agarwal ໄດ້ພົບພາບໄອຄອນແບບນີ້ໃນຊຸດຄໍາສັ່ງຂອງ Instagram ເທິງ Android ໂດຍມີຊື່ພາບ “action_call”, “call”, “video_call” ຊຶ່ງເປັນໄປໄດ້ວ່າ Instagram ຈະເປີດຟີເຈີການໂທ ທັງໂທດ້ວຍສຽງ ແລະ ໂທແບບ Video Call.


ຈາກຫຼັກຖານນີ້ Guilherme Rambo ນັກພັດທະນາແອັບກໍພົບໜ້າຈໍຟີເຈີລັກສະນະນີ້ມາແລ້ວ ຍິ່ງເປັນໄປໄດ້ວ່າ Instagram ຈະເປີດຕົວຟີເຈີການໂທຕາມມາແທ້ ແຕ່ບໍ່ຮູ້ວ່າຟີເຈີດັ່ງກ່າວຈະປ່ອຍໃຫ້ໄດ້ໃຊ້ເມື່ອໃດ.
ກ່ອນໜ້ານີ້ Instagram ກໍມີ Instagram Direct ທີ່ສາມາດສົ່ງຂໍ້ຄວາມໃນລັກສະນະແຊລົມກັນ ແລະ ຊວນຊົມ Live ເທິງ Instagram ໄດ້ດ້ວຍ ເຮັດໃຫ້ແອັບ Instagram ເຮັດໄດ້ຫຼາຍກວ່າແອັບແຊພາບ ແຕ່ຕອນນີ້ກາຍເປັນວ່າແອັບ Instagram ຈະສາມາດແຊ ແລະ ແອັບໂທຫາກັນໄດ້ໃນໄວໆນີ້.

