ທຣຳ ພິກລ໊ອກຕົກຮອບທຳອິດຊີງແຊ໊ມສະນຸກເກີໂລກ
April 20, 2017 - 4:40 PM


ເກມຄູ່ນີ້ຕ້ອງຖືກຍ້າຍໄປ ແຂ່ງຕໍ່ໄລຍະທີ3 ຫຼັງຈາກເກມ ຍືດເຍື້ອຈົນແຂ່ງກັນບໍ່ຈົບພາຍໃນ 2 ເຊສຊັ່ນທີ່ກຳນົດໄວ້ ໂດຍທີ່ ແມັກລາວ ນັ້ນນຳຢູ່ 9-7 ເຟຣມ ສ່ວນໄລຍະທີ3 ນັ້ນ ທຣຳ ເກັບ ເຟຣມທຳອິດໄປກ່ອນໄລ່ມາເປັນ 8-9 ເຟຣມ ແຕ່ ແມັກລາວ ມາເກັບໄຊຊະນະໄດ້ໃນເຟຣມຕໍ່ ມາ ສົ່ງຜົນໃຫ້ເອົາຊະນະ 10-8 ເຟຣມ ຜ່ານເຂົ້າຮອບ 16 ຄົນ ສຸດທ້າຍໄປພົບກັບ ສະຕີເຟນ ແມັກໄກວ ຈາກ ສະກອດແລນ ຕໍ່ໄປ ຂະນະທີ່ ທຣຳ ຊຶ່ງມີການ ບາດເຈັບບ່າລົບກວນນັ້ນ ອາດ ຖືກປັບເງິນເນື່ອງຈາກບໍ່ຍອມໃຫ້ສຳພາດສືຫຼັງຈົບການແຂ່ງຂັນ ຕາມກົດນຳອີກ.
ຜົນຄູ່ອື່ນ ສ່ຽວ ກັວະ ຕົງ ຊະນະ ໄຣອັນ ເດ 10-4 ເຟຣມ, ແກຣມ ດອດ ຊະນະ ອາລີ ຄາເຕີ 10-7 ເຟຣມ,ແບຣີ ຮໍກິນ ນຳ ທອມ 7-2 ເຟຣມ, ນີລ ໂຣເບິດ ສັນ ນຳ ນົບພົນ ແສງຄຳ 8-1 ເຟຣມ.