ດຣ໊ອກບາ ຢືນຢັນຢຸດອາຊີບນັກເຕະ ຫລັງຈົບລະດູການ 2018
March 13, 2018 - 5:41 PM


ດິດິເຢ ດຣ໊ອກບາ ຫົວຫອກ ຟີນິກ ໄຣສຊິງ ລະບຸ ຈະຢຸດອາຊີບນັກເຕະຫລັງຈົບລະດູການ 2018 ແນ່ນອນ.
ນັກເຕະຊາວໄອວໍຣີ ໂຄສ ໃຫ້ສຳພາດກັບ ເທເລຟຸດ ສື່ຂອງຝຣັ່ງວ່າ: ສຳລັບຂ້າພະເຈົ້າແລ້ວ ມັນເປັນເລື່ອງຍິນດີຫລາຍທີ່ໄດ້ຫລິ້ນບານໃຫ້ກັບ ໄຣສຊິງ, ຂ້າພະເຈົ້າສະແດງຜົນງານໄດ້ດີໃນທ້າຍລະດູການກ່ອນ, ຮູ້ສຶກມ່ວນໃນການຫລິ້ນ ແລະ ມັກບົດບາດການເປັນເຈົ້າຂອງຄວບກັບການເປັນນັກເຕະ. ແຕ່ລະດູການນີ້ຈະເປັນລະດູການສຸດທ້າຍແລ້ວ ຂ້າພະເຈົ້າອາຍຸ 40 ປີແລ້ວ ຕອນນີ້ມັນຮອດເວລາແລ້ວທີ່ຈະຢຸດອາຊີບນັກເຕະ.
ທັງນີ້, ໃນເດືອນພະຈິກຜ່ານມາ ດຣ໊ອກບາ ເຄີຍບອກແລ້ວວ່າຈະຢຸດອາຊີບນັກເຕະ ຫລັງຈົບລະດູການ 2018 ແລະ ຫລ້າສຸດລາວເຮັດຕາມນັ້ນແທ້ ໂດຍລະດູການຜ່ານມາ ລາວຍິງປະຕູໃຫ້ທີມໃນລີກໄດ້ 10 ລູກ ຈາກການລົງຫລິ້ນ 14 ນັດ.