ເຊເຣນາ ຜ່ານເຂົ້າຮອບ 3 ພົບກັບ ວີນັສ ໃນເຕັນນິສ ອິນດຽນ ເວລ


ການແຂ່ງຂັນເຕັນນິສ ມາສເຕີ 1000 ບີເອັນພີ ພາຣິບາສ ໂອເພັນ ທີ່ເມືອງອິນດຽນ ເວລ ຂອງສະຫະລັດອາເມລິກາ ປະເພດຍິງດຽວ ຮອບ 2 ເຊເຣນາ ວິລລຽມ ອະດີດມື 1 ໂລກ ອາຍຸ 36 ປີ ທີ່ຫາຍໜ້າໄປ 14 ເດືອນຫລັງຖືພາ ເອົາຊະນະ ກີກີ ເບີເທນ ຈາກຮອລແລນ 7-6 (7-5), 7-5 ໃຊ້ເວລາ 1 ຊົ່ວໂມງ 52 ນາທີ ເຂົ້າຮອບ 3 ໄປພົບກັບເອື້ອຍ ວີນັສ ວິລລຽມ ເຊິ່ງຄັ້ງສຸດທ້າຍທີ່ເອື້ອຍນ້ອງພົບກັນເອງຕ້ອງຢ້ອນໄປໃນ ອອສເຕຣລຽນ ໂອເພນ 2017 ນັດຊີງຊະນະເລີດ.
ຄູ່ທີ່ໜ້າສົນໃຈ ຄາໂຣໄລ ວອຊເນຍກີ (ເດນມາກ, ມື 2) ຊະນະ ລາຣາ ອາຣົວບາເຣນາ (ສະເປນ) 6-4, 6-1, ເອເລນາ ເວສນິນາ (ຣັດເຊຍ) ຊະນະ ຊີຊີ ເບລລິສ (ອາເມລິກາ) 2-6, 6-1, 6-1, ອານາສຕາເຊຍ ເຊວາສໂຕວາ (ລັດເວຍ) ຊະນະ ໂມນິກາ ປຸຍ (ເປີໂຕ ຣິໂກ), ຄາໂຣໄລ ກາເຊຍ (ຝຣັ່ງ, ມື 7) ຊະນະ ເຈນນິເຟີ ເບຣດີ (ອາເມລິກາ) 6-4, 6-4.
ຊາຍດຽວ ຮອບ 2 ເຟີນານໂດ ເບຣດາສໂກ (ສະເປນ) ຊະນະ ກຣິກໍ ດິມິທຣອຟ (ບັລແກເຣຍ, ມື 3) 7-6 (7-4), 4-6, 6-3, ໂດມິນິກທຽມ (ໂອຕຣິດ, ມື 5) ຊະນະ ສະເຕຟານອສ ຊິດຊິພັສ (ເກຣັກ) 6-2, 3-6, 6-3, ເຄວິນ ແອນເດິສັນ (ອາຟຣິກາໃຕ້, ມື 7) ຊະນະ ເຍຟເກນີ ດອນສກອຍ (ຣັດເຊຍ) 7-5, 6-4, ໂທມັສ ເບີດິຊ (ເຊັກ, ມື 12) ຊະນະ ແມັກ ມາເທເຣີ (ເຢຍລະມັນ) 6-1, 6-4, ຮາຍອນ ຊອງ (ສ.ເກົາຫລີ, ມື 23) ຊະນະ ດູຊານ ລາໂຍວິຊ (ເຊີເບຍ) 6-7 (9-11), 6-3, 6-3.