ລາວເຮົາຄວນເພີ່ມມາດຕະການກວດກາທາດເຫລົ້າຂອງຜູ້ຂັບຂີ່

ລາວເຮົາຄວນເພີ່ມມາດຕະການກວດກາທາດເຫລົ້າຂອງຜູ້ຂັບຂີ່ - drinking n drive 759 - ລາວເຮົາຄວນເພີ່ມມາດຕະການກວດກາທາດເຫລົ້າຂອງຜູ້ຂັບຂີ່
ລາວເຮົາຄວນເພີ່ມມາດຕະການກວດກາທາດເຫລົ້າຂອງຜູ້ຂັບຂີ່ - kitchen vibe - ລາວເຮົາຄວນເພີ່ມມາດຕະການກວດກາທາດເຫລົ້າຂອງຜູ້ຂັບຂີ່

  ໂດຍ: ທ່ຽງທຳ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ ຮັກແພງເວົ້າແນວນີ້ ກໍອາດມີຜູ້ ດີໃຈ ແລະ ຜູ້ບໍ່ພໍໃຈ, ໂດຍສະ ເພາະຜູ້ມັກດື່ມແນວສິ່ງມືນເມົາ ແດ່ ເພິ່ນກໍຈະບໍ່ເຫັນດີນຳ, ແຕ່ ເຖິງແນວໃດພວກເຮົາກໍຈົ່ງເຫັນ ບັນຫາລວມນຳກັນ, ຕໍ່ຜົນກະທົບ ຂອງການດື່ມສິ່ງມືນເມົາດັ່ງ ກ່າວ, ໂດຍສະເພາະແມ່ນເລື່ອງ ກໍໃຫ້ເກີດອຸປະຕິເຫດ ທີ່ຮ້າຍ ແຮງຢູ່ປະເທດເຮົາໃນປັດຈຸບັນ ປະມານ 70-80% ແມ່ນມາ ຈາກດື່ມສິ່ງມືນເມົາແລ້ວຂັບຂີ່ ອັນນຳມາ ເຊິ່ງຄວາມສູນເສຍ ເປັນຈຳນວນບໍ່ໜ້ອຍໃນແຕ່ລະມື ລະວັນ, ນັບທັງຊີວິດ ແລະ ຊັບ ສິນວັດຖຸເງິນຄຳ, ສົ່ງຜົນໃຫ້ ເກີດອຳມະພາດ, ເສຍຊີວິດມີນັບ ບໍ່ຖ້ວນ.

ລາວເຮົາຄວນເພີ່ມມາດຕະການກວດກາທາດເຫລົ້າຂອງຜູ້ຂັບຂີ່ - Visit Laos Visit SALANA BOUTIQUE HOTEL - ລາວເຮົາຄວນເພີ່ມມາດຕະການກວດກາທາດເຫລົ້າຂອງຜູ້ຂັບຂີ່

ມີຜູ້ຊ່ຽວຊານຫລາຍຄົນໃຫ້ ເຫດຜົນວ່າ: ສິ່ງດັ່ງກ່າວເກີດຂຶ້ນ ຫລາຍກໍຍ້ອນຄວາມບໍ່ເຂັ້ມງວດ ໃນການກວດຂັນທາດເຫລົ້າ ຂອງຜູ້ຂັບຂີ່ ຂອງເຈົ້າໜ້າທີ່ຈະ ລາຈອນເຮົາ, ກໍເພາະວ່າ ການ ກວດກາດັ່ງກ່າວນອກຈາກ ຄວາມພະຍາຍາມຂອງເຈົ້າໜ້າ ທີ່ແລ້ວມັນຕ້ອງໄດ້ລົງທຶນ ເຊິ່ງ ວັດຖຸອຸປະກອນກໍເປັນຈຳນວນ ບໍ່ໜ້ອຍເພື່ອຈະໃຫ້ຜູ້ຂັບຂີ່ເປົ່າ ເພື່ອຈະຮູ້ວ່າ ຜູ້ຂັບຂີ່ນັ້ນດື່ມທາດ ເຫລົ້າ ໃນລະດັບໃດເພື່ອດຳເນີນ ມາດຕະການທາງກົດໝາຍ ແລະ ສິ່ງນີ້ ເອົາມາຈາກໃສ່ ເຊິ່ງ ທັງໝົດກໍແມ່ນເບື້ອງລັດເຮົາ ຈະຕ້ອງໄດ້ເປັນຜູ້ລົງທຶນເພື່ອ ຄວາມເປັນລະບຽບຮຽບຮ້ອຍ ໃນການຂັບຂີ່ ແລະ ຄວາມສະ ຫງົບສຸກຂອງບ້ານເມືອງ. ພວກ ເຮົາບໍ່ຄວນຖືເບົາຕໍ່ມາດຕະການ ດັ່ງກ່າວ, ຖ້າພວກເຮົາຢາກ ຊ່ວຍຫລຸດຜ່ອນອຸປະຕິເຫດ ຕາມຖະໜົນທີ່ີອັດຕາສ່ວນສູງ ໃນປັດຈຸບັນນີ້ ລົງໃຫ້ໄດ້ຫລາຍ ທ່ານ ຜູ້ເຄີຍໄປຕ່າງປະເທດກໍ ຄົງຈະໄດ້ເຫັນ ແລະ ໄດ້ຮັບຮູ້ ເຖິງຄວາມເຂັ້ມງວດຂອງປະ ເທດເພິ່ນໃນການສະກັດກັ້ນຜູ້ ຂັບຂີ່ດື່ມສິ່ງມືນເມົາ, ຖ້າກວດພົບ ຜູ້ລະເມີດບໍ່ພຽງແຕ່ດຳເນີນ ມາດຕະການປັບໄໝເທົ່ານັ້ນ ເຊິ່ງ ເພິ່ນຍັງດຳເນີນເປັນຄະດີອາຍາ ນຳດ້ວຍ. ທັງໝົດກໍເພື່ອຄວາມ ສົມບູນພູນສຸກຂອງບ້ານເມືອງ ເຮົາ, ເອົາລະໃນອະນາຄົດອັນ ໃກ້ໆນີ້ ລັດເຮົາຈະເຫັນຄວາມ ສຳຄັນເປັນຢ່າງຍິ່ງຕໍ່ການລົງທຶນ ຈັດຊື້ອຸປະກອນກວດທາດເຫລົ້າ ຂອງຜູ້ຂັບຂັບຂີ່ໃຫ້ມີໃຊ້ຢ່າງ ພຽງພໍ./.

 

+ ບໍ່ຄວນຖືເບົາດ້ານລະບຽບຈະລາຈອນ

+ ເຈົ້າໜ້າທີ່ເອົາໃຈໃສ່ສະກັດກັ້ນບັນຫາຢາເສບຕິດຢ່າງມີປະສິດທິຜົນ

ລາວເຮົາຄວນເພີ່ມມາດຕະການກວດກາທາດເຫລົ້າຂອງຜູ້ຂັບຂີ່ - 225111 - ລາວເຮົາຄວນເພີ່ມມາດຕະການກວດກາທາດເຫລົ້າຂອງຜູ້ຂັບຂີ່
(ພາບປະກອບ)

ລາວເຮົາຄວນເພີ່ມມາດຕະການກວດກາທາດເຫລົ້າຂອງຜູ້ຂັບຂີ່ - 3 - ລາວເຮົາຄວນເພີ່ມມາດຕະການກວດກາທາດເຫລົ້າຂອງຜູ້ຂັບຂີ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!