5 ເລື່ອງທີ່ເຂົ້າໃຈຜິດໆ ຂອງການອາບນໍ້າເດັກນ້ອຍເກີດໃໝ່

- 5                       1 - 5 ເລື່ອງທີ່ເຂົ້າໃຈຜິດໆ ຂອງການອາບນໍ້າເດັກນ້ອຍເກີດໃໝ່
- kitchen vibe - 5 ເລື່ອງທີ່ເຂົ້າໃຈຜິດໆ ຂອງການອາບນໍ້າເດັກນ້ອຍເກີດໃໝ່

ການອາບນໍ້າເດັກນ້ອຍເກີດໃໝ່ ເປັນສິ່ງທີ່ແມ່ມືໃໝ່ຕ້ອງຮຽນຮູ້ ແລະ ຄ່ອຍໆຝຶກອາບໃຫ້ລູກນ້ອຍຈົນຄ່ອງແຄ້ວ ໃນທີ່ສຸດ ແຕ່ນີ້ອາດຈະເປັນເລື່ອງທີ່ແມ່ອາດເຮັດບໍ່ຖືກຕ້ອງໃນຕອນອາບນໍ້າໃຫ້ລູກນ້ອຍກໍໄດ້.

  • ອາບນໍ້າໃຫ້ລູກນ້ອຍໄວເກີນໄປ:

ສໍາລັບເດັກນ້ອຍເກີດໃໝ່ທີ່ມີໄຂສີຂາວ ຫຼື Vernix ທີ່ເບິ່ງເປັນຂີ້ເຜິ້ງສີຂາວຄີມໆ ຕິດຕົວອອກມານັ້ນ ເຖິງວ່າມັນອາດຈະເຮັດໃຫ້ເບິ່ງຜິວເດັກນ້ອຍບໍ່ກ້ຽງ ແຕ່ທີ່ຈິງແລ້ວ ມັນເປັນສິ່ງທີ່ດີສໍາລັບຜິວຂອງເດັກເກີດໃໝ່ Vernix ທີ່ຕິດມາໂຕເດັກຈະມີລະບົບພູມຄຸ້ມກັນທີ່ຊ່ວຍປ້ອງກັນຜິວເດັກຈາກເຊື້ອພະຍາດ ແລະ ສິ່ງແປກປອມໃນຊ່ວງເກີດໃໝ່ ດັ່ງນັ້ນການອາບນໍ້າຂອງເດັກເກີດໃໝ່ນັ້ນ ບໍ່ຈໍາເປັນຕ້ອງຟ້າວອາບນໍ້າໃນທັນທີ ຄວນອາບໃຫ້ເດັກຫຼັງເກີດໃໝ່ໄດ້ 6 ຊົ່ວໂມງ.

- Visit Laos Visit SALANA BOUTIQUE HOTEL - 5 ເລື່ອງທີ່ເຂົ້າໃຈຜິດໆ ຂອງການອາບນໍ້າເດັກນ້ອຍເກີດໃໝ່

- Vernix - 5 ເລື່ອງທີ່ເຂົ້າໃຈຜິດໆ ຂອງການອາບນໍ້າເດັກນ້ອຍເກີດໃໝ່

  • ໃຫ້ລູກອາບນໍ້າທີ່ຮ້ອນ ຫຼືເຢັນເກີນໄປ:

ອຸນຫະພູມນໍ້າທີ່ເໝາະສົມສໍາລັບການອາບເດັກນັ້ນຄວນຢູ່ທີ່ປະມານ 36-37 ອົງສາ ຫຼືລອງໃຊ້ສອກຂອງແມ່ຈຸ່ມເພື່ອທົດສອບເບິ່ງວ່າ ອຸນຫະພູມນໍ້າອຸ່ນສະບາຍພໍເໝາະ ຫຼືບໍ່ ໂດຍບໍ່ຈໍາເປັນຕ້ອງໃຊ້ເຄື່ອງວັດອຸນຫະພູມ ພຽງແຕ່ແມ່ໝັ້ນໃຈວ່ານໍ້າອຸ່ນພໍບໍ່ຮ້ອນ ຫຼືບໍ່ເຢັນສໍາລັບລູກກໍພໍ.

- Asian newborn baby having a bath - 5 ເລື່ອງທີ່ເຂົ້າໃຈຜິດໆ ຂອງການອາບນໍ້າເດັກນ້ອຍເກີດໃໝ່

  • ໃຊ້ອຸປະກອນອາບນໍ້າລູກຫຼາຍເກີນໄປ:

ບໍ່ມີຫຍັງຫຼວງຫຼາຍສໍາລັບຜະລິດຕະພັນ ທີ່ໃຊ້ອາບນໍ້າລູກນ້ອຍ ພຽງແຕ່ໃຊ້ສະບູແຫຼວສໍາລັບລູກນ້ອຍ ກໍພໍແລ້ວ.

  • ອາບນໍ້າລູກນ້ອຍດຸເກີນໄປ:

ສໍາລັບເດັກນ້ອຍແລ້ວ ເຮົາອາບບໍ່ຈໍາເປັນຕ້ອງອາບນໍ້າໃຫ້ລູກທຸກມື້ກໍໄດ້ ເພື່ອໃຫ້ລູກສ້າງພູມຄຸ້ມກັນຕໍ່ໄວຣັດ ຫຼືແບັດທີເຣຍ ແດ່ຢ່າງເໝາະສົມ ການອາບນໍ້າລູກນ້ອຍເກີດໃໝ່ນັ້ນສາມາດອາບນໍ້າ 2 ຄັ້ງຕໍ່ອາທິດກໍໄດ້ ແຕ່ຖ້າເປັນໃນກໍລະນີລູກຂັບຖ່າຍຈົນຫຼົ້ນຜ້າອ້ອມນັ້ນ ກໍຄວນທີ່ຈະທໍາຄວາມສະອາດທຸກຄັ້ງເມື່ອຜ້າອ້ອມລູກນ້ອຍເປື້ອນ.

- download 1 - 5 ເລື່ອງທີ່ເຂົ້າໃຈຜິດໆ ຂອງການອາບນໍ້າເດັກນ້ອຍເກີດໃໝ່

  • ຢ້ານສາຍສະບືຈະຕິດເຊື້ອ:

ສາຍສະບືຂອງເດັກທີ່ຕິດຕົວມາສ້າງຄວາມກັນວົນໃຈໃຫ້ພໍ່ແມ່ມືໃໝ່ບໍ່ໜ້ອຍ ບໍ່ວ່າຈະເປັນເລື່ອງຢ້ານສາຍສະບືຫຼຸດກ່ອນ, ສະບືບໍ່ແຫ້ງ ແລະ ຢ້ານວ່າມັນຈະອັກເສບຕິດເຊື້ອ ດັ່ງນັ້ນ ໃນການອາບນໍ້າເດັກນ້ອຍເກີດໃໝ່ ແມ່ບໍ່ຈໍາເປັນຕ້ອງນໍາລູກນ້ອຍລົງອ່າງອາບນໍ້າ ຈົນກວ່າສະບືຈະຫຼຸດ ແລະ ໃຊ້ວິທີເຊັດຕົວແທນຈາກນັ້ນທໍາຄວາມສະອາດສະບື ໂດຍການເຊັດດ້ວຍນໍ້າສະອາດ ຫຼັງຈາກສາຍສະບືຫຼຸດແລ້ວໃຫ້ທໍາຄວາມສະອາດຕໍ່ໄປອີກ 2-3 ມື້ ຈົນກວ່າສະບືຈະແຫ້ງຄືຜິວໜັງປົກກະຕິ ຫຼັງອາບນໍ້າສໍາເລັດແລ້ວຄວນປ່ອຍໃຫ້ສະບືລູກແຫຼ້ງ ຄວນໃສ່ຜ້າອ້ອມລູກໃຫ້ຕໍ່າກວ່າສະບືລູກນ້ອຍ.

- download - 5 ເລື່ອງທີ່ເຂົ້າໃຈຜິດໆ ຂອງການອາບນໍ້າເດັກນ້ອຍເກີດໃໝ່

 

 

- 4 - 5 ເລື່ອງທີ່ເຂົ້າໃຈຜິດໆ ຂອງການອາບນໍ້າເດັກນ້ອຍເກີດໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!