ສະມາຊິກສະພາປະຊາຊົນແຂວງຫລວງນ້ຳທາລົງກວດກາຄຸນນະພາບການຜະລິດນ້ຳປະປາເທສະບານເມືອງ

- kitchen vibe - ສະມາຊິກສະພາປະຊາຊົນແຂວງຫລວງນ້ຳທາລົງກວດກາຄຸນນະພາບການຜະລິດນ້ຳປະປາເທສະບານເມືອງ

- Num1 300x201 - ສະມາຊິກສະພາປະຊາຊົນແຂວງຫລວງນ້ຳທາລົງກວດກາຄຸນນະພາບການຜະລິດນ້ຳປະປາເທສະບານເມືອງ

ເຊົ້າວັນທີ 19 ເມສານີ້, ຄະ ນະສະມາຊິກສະພາປະຊາຊົນ ແຂວງຫລວງນ້ຳທາລົງກວດກາ ໂຮງງານຜະລິດ ນ້ຳປະປາເມືອງ  ຫລວງນ້ຳທາ.ໂດຍທ່ານອຳນວຍການ ລັດວິສາຫະກິດນ້ຳປະປາສາຂາ ແຂວງດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນ  ໂຮງງານແຫ່ງນີ້ສາມາດຜະລິດນ້ຳປະປາໄດ້ 3000 ແມັດກ້ອນຕໍ່ມື້,  ເພື່ອສະໜອງນ້ຳໃຫ້  15 ບ້ານໃນເທສະບານເມືອງ ຫລວງນ້ຳທາ   ແລະ ໄດ້ຄວບຄຸ້ມ ກ່ຽວກັບຄຸນນະພາບຂອງນ້ຳຢູ່ ໃນໂຮງງານໃນລະດັບ 6,5-8,5 ມີນ້ຳເພື່ອເຮັດໃຫ້ນ້ຳມີຄຸນນະ ພາບ, ສະອາດປອດໄພເພື່ອຮັບ ໃຊ້ປະຊາຊົນໂອກາດນີ້ທ່ານຍັງ ໄດ້ຮຽກຮ້ອງມາຍັງຜູ້ຊົມໃຊ້ນ້ຳຈົ່ງຊ່ວຍກັນປະຢັດນ້ຳ, ຮັກສາແຫລ່ງນ້ຳໃຫ້ຍືນຍົງ.ແຂວງຫລວງນ້ຳທາໄດ້ທຶນ ຊ່ວຍເຫລືອຈາກ ADB ເພື່ອກໍ່ສ້າງໂຮງງານນ້ຳປະປາ 2 ແຫ່ງຄື: ໂຮງງານຜະລິດນ້ຳປະປາ ເມືອງຫລວງນ້ຳທາ ມີມູນຄ່າ 3,8 ລ້ານໂດລາສະຫະລັດ,  ໂຄງການນີ້ຄາດວ່າຈະເລີ່ມລົງມື້ ກໍ່ສ້າງພາຍໃນເດືອນມີຖຸນາ 2017 ນີ້, ໃນຄວາມອາດສາ ມາດຜະລິດນ້ຳໄດ້ 6.000 ແມັດ  ກ້ອນຕໍ່ມື້ເພື່ອສະໜອງໃຫ້ປະຊາ ຊົນ 15 ບ້ານໃນເທສະບານ ໄດ້  ນຳໃຊ້ນ້ຳພຽງພໍ ແລະ ໂຄງການ ກໍ່ສ້າງໂຮງງານຜະລິດນ້ຳປະປາ  ເມືອງລອງເຊິ່ງໄດ້ລົງມືກໍ່ສ້າງມາແຕ່ວັນທີ 12/2/2017, ຮອດ ປັດຈຸບັນສຳເລັດແລ້ວ 29%,  ສາມາດຜະລິດນ້ຳໄດ້ 1500 ແມັດກ້ອນ/ມື້, ມີມູນຄ່າການກໍ່ ສ້າງ 10 ຕື້ກວ່າກີບເພື່ອສະໜອງນ້ຳໃຫ້ປະຊາຊົນ 5 ບ້ານໃນເທສະບານ, ເມືອງລອງໄດ້ພຽງພໍ ຄາດວ່າຈະໃຫ້ສຳເລັດໃນທ້າຍປີ  2018 ທີ່ຈະມາເຖິງ.

- Visit Laos Visit SALANA BOUTIQUE HOTEL - ສະມາຊິກສະພາປະຊາຊົນແຂວງຫລວງນ້ຳທາລົງກວດກາຄຸນນະພາບການຜະລິດນ້ຳປະປາເທສະບານເມືອງ

- Num 300x200 - ສະມາຊິກສະພາປະຊາຊົນແຂວງຫລວງນ້ຳທາລົງກວດກາຄຸນນະພາບການຜະລິດນ້ຳປະປາເທສະບານເມືອງ

- 4 - ສະມາຊິກສະພາປະຊາຊົນແຂວງຫລວງນ້ຳທາລົງກວດກາຄຸນນະພາບການຜະລິດນ້ຳປະປາເທສະບານເມືອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!