ເມືອງຄົງເຊໂດນເປີດປີທ່ອງທ່ຽວ ຕິດພັນກັບເທສະການ ປິ້ງໄກ່ນາປົ່ງ


ເມືອງຄົງເຊໂດນ ແຂວງ ສາລະວັນໄດ້ ຈັດພິທີເປີດປີ ທ່ອງທ່ຽວລາວ ຕິດພັນກັບເທ ສະການປີ້ງໄກ່ນາປົ່ງ ຄົບຮອບ 100 ປີ, ໃນວັນທີ 27 ກຸມພາ ນີ້, ພ້ອມ ມີການວາງສະແດງ ສິນຄ້າກະສິກຳ-ຫັດຖະກຳ ທ້ອງຖິ່ນ, ສະແດງສິລະປະວັນ ນະຄະດີ, ປະກວດປີ້ງໄກ່ແຊບ ແລະ ກິດຈະກຳອື່ນໆຈຳນວນ ໜຶ່ງ.
ທ່ານ ເຈົ້າເມືອງຄົງເຊ ໂດນໃຫ້ຮູ້ວ່າ: ການເປີດປີ ທ່ອງທ່ຽວລາວ ຢູ່ເມືອງຄົງ ເຊໂດນຄັ້ງນີ້ ປະກອບມີ 5 ກິດ ຈະກຳໃຫຍ່ຄື: ບຸນນະມັດ ສະການພະເຈົ້າໃຫຍ່ອົງຕື້ ບ້ານໂອກາດ, ເທສະການ ປີ້ງ ໄກ່ນາປົ່ງ ຄົບຮອບ 100 ປີ, ບຸນຫົດສົງພະທາດກະເດົາ ທຶກ ບ້ານນາໂຄກ, ເທສະການ ບຸນບັ້ງໄຟຄົງເຊໂດນ, ບຸນ ອອກ ພັນສາປະວໍລະນາ (ບຸນຊ່ວງ ເຮືອປະເພນີຂອງເມືອງ). ໃນ ນັ້ນ ເທສະການປີ້ງໄກ່ນາປົ່ງ ແມ່ນເປັນກິດຈະກຳຕົ້ນຕໍ ເຊິ່ງ ປີ້ງໄກ່ນາປົ່ງ ຍັງເປັນທ່າແຮງ ສຳຄັນໜຶ່ງໃນການພັດທະນາ ເສດຖະກິດ-ສັງຄົມ ຕິດພັນ ກັບການທ່ອງທ່ຽວກໍຄືວິຖີຊີ ວິດຂອງປະຊາຊົນ.


+ ສາລະວັນຈະເປີດປີທ່ອງທ່ຽວຕິດພັນກັບບຸນຫໍໄຕປີດົກໃນຕົ້ນເດືອນເມສາທີ່ຈະເຖິງນີ້
+ ສະຫວັນນະເຂດເປີດປີທ່ອງທ່ຽວພ້ອມໆກັບງານບຸນນະມັດສະການພະທາດໂຜ່ນດ້ວຍບັນຍາກາດຟົດຟື້ນ
ການຈັດເທສະການຄັ້ງນີ້ ກໍເພື່ອອະນຸລັກຮັກສາວັດທະ ນະທຳ ແລະ ຮີດຄອງປະເພນີ ອັນດີງາມຂອງຊາດ ກໍຄື ເມືອງ ຄົງເຊໂດນ ໃຫ້ຄົງຢູ່ເຊັ່ນລູກ ເຊັ່ນຫລານ, ເປັນການສ້າງ ວຽກເຮັດງານທຳໃຫ້ປະຊາຊົນ ມີລາຍໄດ້, ທັງເປັນການດຶງ ດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ມາຊົມ ເມືອງຄົງເຊໂດນ ກໍຄື ບ້ານນາປົ່ງໃຫ້ມີບັນຍາກາດ ຟົດຟື້ນ./.



