ຍ້ອນຫຍັງ? ຈິ່ງມີປາກົດການຖິ້ມຂີ້ເຫຍື້ອຊະຊາຍໃນຕົວເມືອງ


ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ຫລາຍ ທ່ານ ກໍຈະ ເບື່ອໜ່າຍ ຕໍ່ປະກົດການ ລັກຖິ້ມ ຂີ້ເຫຍື້ອຊະຊາຍ ຕາມເຂດຊານ ເມືອງ ແລະ ບ່ອນລັບລື້ ໃນຕົວ ເມືອງຫລວງເຮົາ, ສາເຫດສ່ວນ ໜຶ່ງແມ່ນຄວາມມັກງ່າຍ ແລະ ຂາດຄວາມຮູ້ດ້ານການສຸຂະສຶກ ສາ ແລະ ອະນາໄມ ຂອງຊຸມຊົນ ຈຳນວນໜຶ່ງ ແລະ ອີກສ່ວນໜຶ່ງ ແມ່ນລະບົບການເກັບມ້ຽນຂີ້ ເຫຍື້ອ ຂອງນະຄອນຫລວງ ເຮົາ ຍັງເຮັດບໍ່ທັນໄດ້ດີ, ຂາດຕິດ, ຂາດຕອນ ຢາກອອກເກັບເວລາ ໃດກໍເກັບ ແລະ ບໍ່ຢາກແລ້ວ ກໍ ເຊົາ, ບາງບ່ອນອາທິດລະຄັ້ງ ແຕ່ກາຍມື້ກາຍວັນໄປກໍມີ, ເຮັດ ໃຫ້ຜູ້ເປັນເຈົ້າຂອງຂີ້ເຫຍື້ອ ລຳຄານເລີຍເອົາໄປຖິ້ມຕາມ ໃຈໃຫ້ຫວິດມືແລ້ວກໍພໍ, ໂດຍ ບໍ່ຄຳນຶງເຖິງຜົນກະທົບຕໍ່ສະ ພາບແວດລ້ອມ ແລະ ສັງຄົມ ແຕ່ປະການໃດ.
ໃນຈຸດນີ້ຜູ້ເຮັດວຽກ ອພບ ຈະຕ້ອງໄດ້ອອກແຮງຄວບຄຸມ ໃຫ້ດີ, ໂດຍສະເພາະການເຮັດ ວຽກໂຄສະນາສ້າງຈິດສຳນຶກ ໃນການຈັດເກັບຂີ້ເຫຍື້ອຂອງ ຊຸມຊົນ ແລະ ຄົວເຮືອນ ແລະ ອັນສຳຄັນແມ່ນຕ້ອງຊອກຫາ ວິທີທາງອອກໃນການລົງທຶນ ຈັດຊື້ພາຫະນະ ອຸປະກອນ ແລະ ກຳລັງແຮງງານ ໃນການຈັດ ເກັບຂີ້ເຫຍື້ອ ໃນຕົວເມືອງ ຫລວງໃຫ້ພຽງພໍ, ຈິ່ງຈະຈຳກັດ ແລະ ປາບຂະບວນລັກລອບ ຖິ້ມຂີ້ເຫຍື້ອຊະຊາຍນັ້ນ ລົງ ໄດ້, ພ້ອມຈະເປັນການຊ່ວຍ ອະນາໄມຕົວເມືອງ ໃຫ້ມີຄວາມ ສະອາດຈົບງາມ ຮັບປະກັນ ຄຳ ຂວັນ 6 ສ ໂດຍສະເພາະ ສ ສະ ອາດ ປາກົດຜົນເປັນຈິງຫລາຍ ຂຶ້ນ./.


+ ຫລາຍເສັ້ນທາງໃນເຂດຊານເມືອງນະຄອນຫລວງຍັງຮົກເຮື້ອ
+ ຍາມຝົນຫຍັບໃກ້ເຂົ້າມາແລ້ວ ເອົາໃຈໃສ່ຕື່ມການເກັບມ້ຽນຂີ້ເຫຍື້ອໃນຕົວເມືອງ

