ເດັດບໍ່ຂາດ ປາດບໍ່ເລິກ ເຢິກ! ເທົ່າໃດກໍ່ບໍ່ຂຶ້ນ
# ວິເສດ ສະແຫວງສຶກສາ
ໃນທີ່ສຸດ ຈານແຫຍ່ ກໍຕ້ອງ ໄດ້ອົດໃຈກືນນ້ຳລາຍ ທີ່ຕົນເອງ ໄດ້ຖົ່ມອອກໄປແລ້ວ ເພາະມັນ ປວດຈ້າວໆຢາກເວົ້າເລື່ອງບັນຫາພາສາລາວ ໃນຍຸກແຫ່ງ ພາສາລາວເປັນ“ເອກະພາບ ຄົນລະແບບ”. ຜ່ານມາ ຈານແຫຍ່ ເຄີຍເວົ້າເລື່ອງບັນຫາພາ ສາລາວຈົນນ້ຳລາຍເກືອບແຫ້ງ ແລະ ເຄີຍຂຽນບົດກ່ຽວກັບບັນ ຫາດຽວກັນນີ້ ຈົນປາຍປາກກາ ປູ້, ສຸດທ້າຍ ກໍເລີຍສັນຍາກັບ ຕົນເອງຈະເຊົາ ເວົ້າ-ຂຽນ ເລື່ອງ ນີ້ ເພາະເມື່ອຍ ແລະ ຄິດວ່າ ບັນ ດານັກປາດ-ອາຈານ ດ້ານພາ ສາ ທັງຫລາຍກໍຄົງ ຈະຮູ້ສຶກ ເມື່ອຍເຊັ່ນກັນ ເພາະຂຽນເທົ່າ ໃດ ເວົ້າເທົ່າໃດ ມັນກໍຍັງ ຢູ່ເກຍ ເຕົ່າຄືເກົ່າ, ຖ້າມີພໍມີຜົນມັນກໍ ສ່ຳກັບ “ ເມັດງາ ຂາຮີ້ນ” ບໍ່ສົມກັບ ຄວາມພະຍາຍາມ ຂອງ ທົ່ວສັງຄົມທີ່ຢາກໃຫ້ພາສາລາວ ກ້າວໄກໄປທັນຍຸກ.
ແຕ່ເຊົ້າວັນນີ້ (1 ມີນາ 2018) ຈານແຫຍ່ ໄດ້ອ່ານບົດຂອງ “ພະກາ” ພາຍໃຕ້ຫົວຂໍ້: ການຂຽນ ແລະ ອ່ານໃນໜ້າ ໜັງສືພິມ “ປະເທດລາວ” ສະ ບັບວັນທີໜຶ່ງ + ມີນາເຊັ່ນ ກັນ ເນື້ອໃນຂອງບົດເຜັດມັນ, ມີ ເຫດມີຜົນຕາມແບບສະບັບ ຂອງຜູ້ຂຽນ ທ່ານນີ້ ແຕ່ທີ່ ຈານ ແຫຍ່ ຕິດໃຈແຮງ ແມ່ນທ່ອນ ມ້ວນທ້າຍຂອງບົດທີ່ຜູ້ຂຽນ ບອກວ່າ ຢາກໃຫ້ມີອົງກອນ ສະ ເພາະທີ່ຮັບຜິດຊອບຮູບຄຳ ການຂຽນການກ່າຍ ແລະ ວ່າ “… ອົງກອນທີ່ວ່ານີ້ ຕ້ອງມີພາ ລະບົດບາດ, ໜ້າທີ່ ແລະ ສິດ ຕັດສິນ ການກຳນົດຮູບຄຳສັບ (ຂຽນ ແລະ ອ່ານ) ໂດຍເດັດ ຂາດ” ບ່ອນທີ່ກິນໃຈແຮງ ແມ່ນຄຳວ່າ “ໂດຍເດັດຂາດ” ເພາະຜ່ານມານັ້ນ ພວກເຮົາ ເຄີຍ ເດັດມາແລ້ວຫລາຍເທື່ອ, ແຕ່ ມັນບໍ່ເຄີຍຂາດຈັກເທື່ອ … ຍ້ອນ ຫຍັງ? ຍ້ອນວ່າ ພວກເຮົາເຮັດ ພໍເຄິ່ງໆ ກາງໆ, ການມອບສິດ ອຳນາດຕັດສິນເລື່ອງພາສາ ລາວ ກໍເຮັດພໍເປັນຮີດ, ເຈົ້າຖິ້ມ ໃສ່ຂ້ອຍ, ຂ້ອຍຖິ້ມໃສ່ເຈົ້າ, ບຸດ ລະວ່າ ໃຫ້ອົງການນັ້ນ, ສະຖາ ບັນນີ້ ພາກສ່ວນນັ້ນ ສ່ວນນີ້ ຮັບຜິດຊອບ ແຕ່ສຸດທ້າຍກໍເປີ ຍ້ອນວ່າ ແຕ່ລະພາກສ່ວນໄດ້ ແຕ່ສິດ ແຕ່ຍັງຂາດອຳນາດ ແລະ ສິດເດັດຂາດ ໃນການຕັດ ສິນສຸດທ້າຍກໍເລີຍໄດ້ແຕ່ພາ ກັນເວົ້າ, ໄດ້ແຕ່ພາກັນຂຽນພໍ ໃຫ້ຂຶ້ນໃຈ ຊື່ໆ.
+ ເຄັດລັບຊ່ວຍໃຫ້ລູກຮຽນຮູ້ພາສາຫລາຍຂຶ້ນ
ຈານແຫຍ່ ຂໍຍົກຕົວຢ່າງ ຈໍ້ໆ ມໍ່ໆ ຕົວຢ່າງນ້ອຍໆ ທີ່ພວກ ເຮົາເຫັນຕຳຕາ ຊື່ຮ້ານອາຫານ ຫລາຍບ່ອນທີ່ຂຶ້ນປ້າຍບອກວ່າ “ພັດຕະຄານ” ເຊິ່ງ ຄຳສັບທີ່ ຖືກຕ້ອງແທ້ນັ້ນແມ່ນ “ພັດຕາ ຄານ” ພວກເຮົາຕ່າງ ກໍຮັບຮູ້ ກັນທັງບ້ານວ່າ “ພັດຕະຄານ” ນັ້ນຜິດ, ແຕ່ມີ “ໃຜແດ່ມີສິດ ເດັດຂາດໄປສະເໜີໃຫ້ຮ້ານ ອາຫານແຫ່ງນັ້ນ ປ່ຽນເປັນ “ພັດຕາຄານ” ຫລື ມີສິດເດັດ ຂາດ ບັງຄັບໃຫ້ປ່ຽນ. ເມື່ອເປັນ ຄືແນວນີ້, ເຖິງພວກເຮົາ ຈະເວົ້າ ວ່າ “ພັດຕາຄານ” ເປັນຄຳສັບ ຖືກຕ້ອງແຕ່ກໍບໍ່ສາມາດ ບັງຄັບ ໃຫ້ປ່ຽນແປງໄດ້ສຸດທ້າຍກໍ ຈາວກັນ ຊື່ໆ.
ອີກບັນຫາໜຶ່ງທີ່ຫລາຍຄົນເບື່ອຟັງເພາະມັນເປັນພຽງ ທິດ ສະດີ ນ້ຳເຕົ້າເປົ່າລ້າໆ ນັ້ນແມ່ນ ເລື່ອງເປົ້າໝາຍສຶກສາອົບຮົມ ໃຫ້ເຫລົ່າໂຄສົກ ພິທີກອນ ໃຫ້ ເປັນຕົວແບບໃນການໃຊ້ພາສາລາວ ຢ່າງຖືກຕ້ອງ. ເປົ້າໝາຍ ນີ້ ສຸດທ້າຍ ກໍບໍ່ໄປບໍ່ມາ ເພາະເກົາ ບໍ່ຖືກບ່ອນຄັນ, ເຮັດບໍ່ຖືກຈຸດ.
ຈານແຫຍ່ ເຄີຍໂສກັບ ຫລາຍຄົນວ່າ ພວກເຮົາລອງ ເອົາແບບນີ້ຊິດີບໍ່? ຄືໃນແຕ່ລະ ປີໃຫ້ມີການໃຫ້ຄະແນນຕີລາ ຄາ ຫລື ຈັດປະເພດໂຄສົກ- ພິ ທີກອນ ທີ່ໃຊ້ພາສາລາວ ຢ່າງ ຖືກຕ້ອງເຊັ່ນ ຈັດລຽງລຳດັບ ເປັນທີ 1,2,3 ໂດຍມີການປະ ກາດ ຊື່ສຽງຮຽງນາມຄັກແນ່. ໃນເບື້ອງຕົ້ນພວກເຮົາອາດຈັດລຽງ ສະເພາະລຳດັບຜູ້ໃຊ້ພາ ສາລາວຖືກຕ້ອງ, ບໍ່ທັນຈຳເປັນ ເຜີຍລາຍຊື່ຜູ້ໃຊ້ພາສາລາວ ຜິດ ພາດກໍໄດ້ (ຖ້າຢ້ານເສຍກຳ ລັງໃຈ). ລອງເບິ່ງ.. ລອງເຮັດ ແນວນີ້ເບິ່ງ, ຈານແຫຍ່ວ່າ ພວກ ເຮົາຈະມີບຸກຄົນທີ່ເປັນແວ່ນ ແຍງແທ້ ແຕ່ບໍ່ແມ່ນເວົ້າລວມໆ ຫລື ສະເໜີແບບລົມໆ ແລ້ງໆ. ຫລັງຈາກທົດລອງກັບເຫລົ່າ ໂຄສົກ-ພິທີກອນແລ້ວ, ພວກ ເຮົາກໍມາລອງຈັດກຸ່ມຜູ້ນຳຂັ້ນ ຕ່າງໆ ໂດຍມີການສະຫລຸບຄັກ ແນ່ວ່າ ທ່ານໃດເວົ້າ ແລະ ໃຊ້ພາ ສາລາວຖືກເຊັ່ນ ປີກາຍມີຈັກ ທ່ານ? ປີນີ້ມີຈັກທ່ານ? ຂໍໃຫ້ ເປີດເຜີຍ ຊື່ ຢ່າງຈະແຈ້ງ ໂດຍບໍ່ ມີການຍົກເວັ້ນ, ໃຫ້ເຮັດຄືຢູ່ໃນ ຫລາຍໆປະເທດ ເຊິ່ງພວກເຂົາ ມີການໃຫ້ຄະແນນກັນຄັກແນ່, ຈານແຫຍ່ວ່າ + ກຸ່ມຜູ້ນຳຂັ້ນ ຕ່າງໆ ນີ້ລະສຳຄັນ, ເພາະຄຳ ສັບທີ່ພວກເພິ່ນໃຊ້ນັ້ນມີໂອ ກາດໄດ້ກາຍ ເປັນເອກະສານ ສຳຄັນ ໃຫ້ສັງຄົມຮ່ຳຮຽນ. ການຕີລາຄາການໃຊ້ພາສາ ລາວ ຂອງກຸ່ມຜູ້ນຳນີ້ ຈະເປັນ ເຈົ້າພາທາງສູ່ການພັດທະນາ ພາສາລາວເຮົາໃຫ້ຈະເລີນທັນ ຍຸກ ແລະ ທັງຈະເປັນໄມ້ງັດກຳ ຈັດ ທັດສະນະທີ່ວ່າ “ເຮົາເປັນ ນາຍ ຈະເວົ້າຈະຂຽນແນວໃດ ແມ່ນຖືກໝົດ … ເຮົານີ້ລະເປັນ ພໍ່ແມ່ໄວຍາກອນລາວ!”.