ລາວ-ສະຫະລັດອາເມລິກາເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ


ໃນໂອກາດມາຢ້ຽມຢາມລາວ ແລະ ເຂົ້າຢ້ຽມຂໍ່ານັບທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຂອງທ່ານ Bob Goodlatte ປະທານຄະນະກຳມາທິການຕຸລາການ, ລັດຖະສະພາສະຫະລັດອາເມລິກາ ໃນລະຫວ່າງວັນທີ 24-25 ກຸມພານີ້, ສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບ້ວງເງິນຊ່ວຍເຫລືອຂອງສະຫະລັດອາເມລິກາຈຳນວນ 90 ລ້ານໂດລາ ເຂົ້າໃນໂຄງການເກັບກູ້ລະເບີດບໍ່ທັນແຕກຢູ່ລາວ ເຫັນວ່າມີປະສິດທິຜົນສູງ ນັບທັງພາກສະໜາມ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບຈາກລູກລະເບີດດັ່ງກ່າວ, ສ້າງຄວາມໝັ້ນໃຈໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ດີຂຶ້ນ. ພ້ອມນັ້ນກໍແມ່ນການຮ່ວມມືໃນຂົງເຂດຂະແໜງສຶກສາ, ສາທາລະນະສຸກ, ດ້ານສະຫວັດດີການສັງຄົມ, ດ້ານການຄ້າ ແລະ ການລົງທຶນກໍມີການຂະຫຍາຍຕົວດີຂຶ້ນ ແລະ ຫວັງວ່າຜົນຜະລິດກະສິກຳ ແລະ ສິນຄ້າອື່ນໆທີ່ມີມາດຕະຖານຂອງລາວຈະໄດ້ຮັບການສົ່ງອອກໄປສະຫະລັດອາເມລິການັບມື້ຫລາຍຂຶ້ນ.
ໃນໂອກາດນີ້, ທ່ານ Bob Goodlatte ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ຄວາມເອົາໃຈໃສ່ຂອງລັດຖະບານລາວໃນການຮ່ວມມືຊອກຄົ້ນອັດຖິຂອງທະຫານສະຫະລັດອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວໃຫ້ກັບຄືນສູ່ຄອບຄົວຂອງເຂົາເຈົ້າ ແລະ ຫວັງຢ່າງຍິ່ງວ່າ ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ຈະໄດ້ຮັບການຍົກລະດັບ ແລະ ຂະຫຍາຍຕົວຍິ່ງຂຶ້ນ.