ໂຣນັນໂດ ສ້າງປະຫວັດສາດ ເປັນນັກເຕະຄົນທຳອິດຍິງຄົບ 100 ປະຕູ ໃນເກມ ຢູຟາ ແຊ໊ມປຽນລີກ
April 19, 2017 - 4:09 PM


ໂຣນັນໂດ ເຮັດຜົນງານໄດ້ ຢ່າງດີເດັ່ນໃນເກມນີ້ ເມື່ອຍິງໄປ 3 ປະຕູ ໃນນາທີ 76, 104, 110. ຂະນະທີ່ອີກປະຕູເປັນຂອງ ມາໂກ ອະເຊນຊິໂອ ໃນນາທີ 112. ສ່ວນ ບາເຢິນ ມິວນິກ ໄດ້ 2 ປະຕູຈາກ ໂຣເບິດ ເລວານ ດອຟສະກີ ນາທີ 53 ສ່ວນອີກປະ ຕູໄດ້ຈາກ ເຊຄິໂອ ຣາມອສ ເຮັດ ເຂົ້າປະຕູຕົວເອງ ໃນນາທີ 77 ໂດຍໄຊຊະນະເກມນີ້ເຮັດໃຫ້ ຣິນ ມາດຣິດ ຜ່ານເຂົ້າຮອບຮອງຊະ ນະເລີດ ດ້ວຍປະຕູລວມ 6-3.
ທັ້ງນີ້ອະດີດນັກເຕະ ແມນ ເຊສເຕີ ຢູໄນເຕັດ ແລະ ສະປອດ ຕິງ ລິສບອນ ຫາກໍສ້າງສະຖິຕິ ເປັນນັກເຕະຄົນທຳອິດທີ່ຍິງໄດ້ ຄົບ 100 ປະຕູ ໃນເກມບານເຕະ ຂັນເອີຣົບ ລວມທຸກລາຍການ ຫຼັງ ຍິງ 2 ປະຕູໃນເກມຊະນະ ບາເຢິນ ມິວນິດ 2-1 ໃນເກມຂັນເອີຣົບໃນ ອາທິດຜ່ານມາ.
+ 5 ອັນດັບດາວຍິງສູງສຸດ ຢູຟາ ແຊ໊ມປຽນລີກ (18/04/ 2017).
- ຄຣິສຕຽນໂນ ໂຣນັນໂດ 100 ປະຕູ.
- ລິໂອເນລ ເມສຊີ 94 ປະຕູ.
- ຣາອູລ ກອນຊາເລດ 71 ປະຕູ.
- ຣຸດ ຟານນິສເຕີຣອຍ 71 ປະຕູ.
- ຄາຣິມ ເບນເຊມາ 51 ປະຕູ.