ປກສ ​ເມືອງ​ນາ​ແລທຳລາຍ​ສວນ​ຝິ່ນເນື້ອທີ່ 1,5 ​ເຮັກຕາ

- Untitled 1 - ປກສ ​ເມືອງ​ນາ​ແລທຳລາຍ​ສວນ​ຝິ່ນເນື້ອທີ່ 1,5 ​ເຮັກຕາ
- kitchen vibe - ປກສ ​ເມືອງ​ນາ​ແລທຳລາຍ​ສວນ​ຝິ່ນເນື້ອທີ່ 1,5 ​ເຮັກຕາ

ເມື່ອບໍ່ດົນມານີ້, ກອງ​ບັນຊາ​ການ ປກສ ​ເມືອງ​ນາ​ແລ​ແຂວງ​ຫລວງ​ນ້ຳທາ ​ໄດ້​ລົງ​ສົມທົບ​ກັບອຳນາດ​ການ​ປົກຄອງ​ເມືອງນໍາກໍາລັງຈໍານວນຫລາຍລົງ​ທຳ ລາຍ​ສວນ​ຝິ່ນ​ຂອງ​ປະຊາຊົນ​ທີ່​ລັກລອບ​ປູກຢູ່​ເຂດ​ບ້ານ​ຕະ​ເຄິງ​ເມືອງ​ນາ​ແລລວມມີເນື້ອທີ່ທັງໝົດ 1,5 ​ເຮັກຕາ, ເຊິ່ງສວນຝິ່ນດັ່ງກ່າວແມ່ນຢູ່ໃນໄລຍະພວມອອກໝາກ, ພ້ອມທັງໄດ້​ເອົາຕົວ​ຜູ້ລັກລອບປູກຝິ່ນດັ່ງກ່າວມາສຶກສາ​ອົບຮົມ​ກ່າວເຕືອນເພື່ອໃຫ້ຮູ້ວ່າການລັກລອບປູກຝິ່ນນີ້ແມ່ນເປັນການກະທໍາທີ່ຜິດຕໍ່ລະບຽບກົດໝາຍ, ເຊິ່ງພັກ-ລັດຖະບານໄດ້ໃຫ້ຢຸດຕິການປູກຝິ່ນຢ່າງສີ້ນເຊິງໃນທົ່ວປະເທດມາດົນແລ້ວ ເພື່ອໃຫ້ປະຊາຊົນຫັນໄປປູກພຶດຊະນິດອື່ນເປັນສີນຄ້າສ້າງລາຍຮັບມາພັດທະນາຄອບຄົວໃຫ້ຫລຸດພົ້ນຈາກຄວາມທຸກຍາກ. ຈາກນັ້ນໄດ້ມອບປະຊາຊົນຜູ້ລັກລອບປຸກຝິ່ນ​ໃຫ້​ອຳນາດ​ການ​ປົກຄອງ​ບ້ານ​ນຳ​ໄປສຶກສາ​​ອົບຮົມຕໍ່ ເພື່ອ​ບໍ່​ໃຫ້​ເຂົາ​ເຈົ້າ​ກັບ​ໄປ​ປູກ​ຝິ່ນ​ຄືນອີກ.

ຂ່າວໃຫ້ຮູ້ອີກວ່າ: ເມື່ອບໍ່ດົນມານີ້, ​ເຈົ້າໜ້າ​ທີ່ ປກສ ​ເມືອງ​ໄຊ​ທານີ ​ນະຄອນຫລວງ​ວຽງ​ຈັນ, ​ໄດ້ຈັບຕົວ​ທ້າວ ຄອນ​ສະຫວັນ ອາຍຸ 45 ປີຢູ່ບ້ານ​ນາ​ສ້ຽວ​ເມືອງ​ນາ​ຊາຍ​ທອງນະຄອນຫລວງ​ວຽງ​ຈັນ, ພ້ອມຂອງກາງ​ຢາ​ບ້າ 400 ​ເມັດຊຸກ​ເຊື່ອງ​ໄວ້​ໃນ​ຫ້ອງ​ນອນ​, ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວແມ່ນຂອງຕົນແທ້, ໂດຍໄດ້ຊື້ມາຈາກຂະບວນການດຽວກັນເພື່ອໄວ້ຈໍາໜ່າຍໃຫ້ໄວລຸ້ນຊາວໜຸ່ມພາຍໃນບ້ານ ແລະ ເຂດໃກ້ຄຽງ ແລະ ຜ່ານມາຕົນເຄີຍຕ້ອງໂທດມາແລ້ວ 1 ຄັ້ງເປັນເວລາ 5 ປີໃນຄະດີຢາເສບຕິດເຊັ່ນກັນ.

- Visit Laos Visit SALANA BOUTIQUE HOTEL - ປກສ ​ເມືອງ​ນາ​ແລທຳລາຍ​ສວນ​ຝິ່ນເນື້ອທີ່ 1,5 ​ເຮັກຕາ
- 4 - ປກສ ​ເມືອງ​ນາ​ແລທຳລາຍ​ສວນ​ຝິ່ນເນື້ອທີ່ 1,5 ​ເຮັກຕາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!