ຄະນະພັກເຂັ້ມແຂງຍ້ອນສະມາຊິກພັກມີຄຸນນະພາບ
ໂດຍ: ທິດກ່ຳ
ຕາມທິດກ່ຳວ່າ: ໃນ ເງື່ອນ ໄຂທີ່ປະເທດຊາດຂອງພວກ ເຮົາພວມກ້າວເຂົ້າຍຸກພັດທະ ນາ, ຄະນະພັກ ແລະ ບັນດາສະ ຫາຍສະມາຊິກພັກຕ້ອງມີຄຸນ ນະພາບລື່ນສະໄໝເກົ່າເປັນ ສິບໆເທົ່າ, ເປັນຫຍັງຈຶ່ງວ່າແນວ ນັ້ນ? ຍ້ອນວ່າສະພາບການໂລກ ໃນປັດຈຸບັນມັນມີການປ່ຽນ ແປງຫລາຍດ້ານນັບທັງອັນ ບວກ ແລະ ອັນລົບ, ເຊິ່ງທາງ ບວກນັ້ນ, ພວກເຮົາໄດ້ເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ ທັງເປັນພາຄີກັບຫລາຍອົງ ການຈັດຕັ້ງສາກົນໃນພາກພື້ນ ແລະ ໃນໂລກອັນທີສອງເຮົາ ເຫັນວ່າ ສະພາບການສ້າງສາ ແລະ ພັດທະນາປະເທດຊາດ ຂອງພວກເຮົາພວມກ້າວເຂົ້າ ສູ່ໄລຍະໃໝ່, ທັງມີການເລັ່ງລັດ ພັດທະນາ ແລະ ມີພາລະກິດ ຫລາຍຢ່າງ ທີ່ຈະຕ້ອງໄດ້ເຮັດ ແລະ ຕ້ອງໄດ້ແກ້ເປັນຕົ້ນແມ່ນ ປະກົດການຫຍໍ້ທໍ້ທີ່ມັນຍັງຄ້າງຄາ ເກາະຫ້ອຍຢ່າງຕໍ່ເນື່ອງ ແລະ ກວ້າງຂວາງສ່ວນອັນສຸດ ທ້າຍນັ້ນເຫັນວ່າ ພັກເຮົາມີບົດ ບາດຕັດສິນຊີ້ຂາດໃນພາລະ ກຳປະຫວັດສາດຂອງຊາດ ແລະ ມີບົດບາດຕັດສິນອະນາ ຄົດ ຂອງປະເທດທຸກຢ່າງນັບ ແຕ່ ເທິງລົງລຸ່ມກໍຕ້ອງແມ່ນພັກ ເຮົາເປັນຜູ້ຮູ້ກ່ອນ ແລະ ເຮັດ ກ່ອນຕົວຢ່າງນັບແຕ່ການວາງ ແນວທາງການຊີ້ນຳ-ນຳພາ, ການກວດກາ ແລະ ການຈັດ ຕັ້ງປະຕິບັດໃນທຸກຂົງເຂດວຽກ ບໍລິຫານປະເທດຊາດກໍຕ້ອງ ແມ່ນຄະນະພັກ ແລະ ສະມາ ຊິກພັກ ຈຶ່ງໄປຮອດຂອດການ ບໍລິຫານຈັດການຂອງເບື້ອງ ລັດໃນແນວທາງຂອງພັກເຮົາ ບໍ່ວ່າ ຈະຕົກ ຢູ່ໃນສະພາບການ ໃດກໍລະນີໃດກໍຕາມແມ່ນຕ້ອງ ເດັດດ່ຽວນຳ ພາປະເທດຊາດ ກ້າວສູ່ຈຸດໝາຍສັງຄົມນິຍົມ ຢ່າງແນ່ນອນ.
ອີງໃສ່ແນວທາງຂອງພັກ ແລະ ຄວາມຮຽກຕ້ອງການໃນ ພາລະກິດໃໝ່ຂອງຊາດພວກ ເຮົາມີຄວາມຈຳເປັນຢ່າງຍິ່ງທີ່ຕ້ອງໄດ້ປັບປຸງພັກ, ຄະນະພັກ ແລະ ບັນດາສະຫາຍສະມາຊິກ ພັກແຕ່ລະຂັ້ນນັບແຕ່ສູນກາງ ລົງຮອດທ້ອງຖິ່ນ, ສະມາຊິກພັກ ພວກເຮົາມີທຸກຊັ້ນຄົນນັບແຕ່ ປະຊາຊົນຈົນຮອດປັນຍາຊົນ, ມີ ທຸກສາຂາອາຊີບນັບແຕ່ຊາວ ໄຮ່ນາໄປຮອດກຳມະກອນ, ນັກ ວິທະຍາສາດ, ນັກວິຊາການ, ນັກການເມືອງ, ເປັນພະນັກງານ ແລະ ທະຫານຕຳຫລວດ ທັງ ໝົດເຫລົ່ານີ້ລ້ວນແລ້ວແຕ່ເປັນ ຫລັກແຫລ່ງແກນນຳໃນລະ ດັບ ທີ່ແຕກຕ່າງກັນໃນ 40 ກວ່າປີ ຜ່ານມາ, ພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດ ລາວ, ປະເທດຊາດບ້ານ ເມືອງ ເຮົາໄດ້ຮັບການສ້າງ ແລະ ພັດ ທະນາໄປຢ່າງບໍ່ຢຸດຢັ້ງ ໃນແຜ່ນ ພັດທະນາເສດຖະກິດ- ສັງຄົມ ຂອງປະເທດແຕ່ນີ້ ຫາ ປີ 2020 ແມ່ນຈະໃຫ້ປະເທດຊາດໄດ້ ຫລຸດພົ້ນອອກຈາກຄວາມທຸກ ຍາກ ແລະ ດ້ອຍພັດທະນາ ອີງ ຕາມວິໄສ ທັດຫາປີ 2025 ຮອດປີ 2030 ພັກເຮົາໄດ້ກຳ ນົດຍຸດທະສາດໄວ້ຢ່າງ ຈະແຈ້ງ ແລ້ວວ່າຈະໃຫ້ປະເທດຊາດມີ ຄວາມຈະເລີນຮຸ່ງເຮືອງ, ຊີວິດ ການເປັນຢູ່ຂອງປະຊາຊົນນັບ ມື້ດີຂຶ້ນກາຍເປັນປະເທດທີ່ມີ ລາຍຮັບປານກາງສູງ.
+ ຜົນປະໂຫຍດລວມຂອງຊາດຄືພາລະກິດອັນຍິ່ງໃຫຍ່ຂອງພັກ
+ ເດັດດ່ຽວປັບປຸງພັກໃຫ້ໜັກແໜ້ນເຂັ້ມແຂງ
ແນວໃດກໍຕາມ, ສິ່ງທີ່ ເປັນ ອຸປະສັກຍັງກົດໜ່ວງບາດກ້າວເດີນຂອງປະເທດຊາດນັ້ນມີ ບາງຢ່າງທີ່ຍັງເກາະຫ້ອຍໜັກໜ່ວງແຜ່ລາມນັບທັງບັນຫາ ສໍ້ລາດບັງຫລວງ, ບັນຫາຢາ ເສບຕິດ, ຄຸນທາດການເມືອງ ຂອງສະມາຊິກພັກຈຳນວນບໍ່ ໜ້ອຍຖືກເຊື່ອມຖອຍ.
ບັນຫາການໃຊ້ອຳນາດ ໜ້າທີ່ໃນຖັນແຖວສະມາຊິກພັກ, ບໍ່ໃກ້ສິດຕິດແທດພື້ນຖານປະ ຊາຊົນ, ຫ່າງເຫີນຈາກມະຫາຊົນ ແລະ ອື່ນໆ.
ເຖິງຢ່າງໃດກໍດີ, ອີງຕາມ ມະຕິຂອງກົມການເມືອງສູນ ກາງພັກວ່າດ້ວຍວຽກງານ ສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ, ວ່າດ້ວຍ ມາດ ຕະຖານຂອງພະນັກງານນຳ ພາຄຸ້ມຄອງ, ວ່າດ້ວຍວຽກງານ ຄຸ້ມຄອງພະນັກງານ ແລະ ຄຳ ສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີກໍ່ ສ້າງໜ່ວຍພັກປອດໄສ, ເຂັ້ມ ແຂງ, ໜັກແໜ້ນ ເຊິ່ງໄດ້ຮັບການ ເຜີຍແຜ່ເຊື່ອມຊິມໃນວັນທີ 23 ມັງກອນ 2018 ຈະເປັນໄມ້ ຫລ້າວັດ ແທກຄຸນນະພາບ ຂອງ ຄະນະພັກແຕ່ລະຂັ້ນ ແລະ ບັນ ດາສະຫາຍສະມາຊິກພັກໃນ ຕໍ່ໜ້າກາຍເປັນແມ່ແບບ ແລະ ເປັນແວ່ນແຍງທີ່ດີ ແລະ ເປັນ ທີ່ເພິ່ງຂອງປະຊາຊົນບັນດາເຜົ່າຢ່າງແທ້ຈິງ./.