ບໍລິສັດຜະລິດໄຟຟ້າລາວມະຫາຊົນເປີດໂຕເວັບໄຊໃໝ່

- IMG 1402 - ບໍລິສັດຜະລິດໄຟຟ້າລາວມະຫາຊົນເປີດໂຕເວັບໄຊໃໝ່
- kitchen vibe - ບໍລິສັດຜະລິດໄຟຟ້າລາວມະຫາຊົນເປີດໂຕເວັບໄຊໃໝ່

​ໃນ​ວັນ​ທີ 23 ກຸມພາ 2018, ບໍລິສັດ ຜະລິດ-​ໄຟຟ້າ​ລາວ ມະຫາຊົນ (ຜ-ຟຟລ) ​ໄດ້​ຈັດ​ງານ​ເປີດ​ໂຕ​ເວັບ​ໄຊ​ທີ່​ມີ​ຮູບ​ແບບ​ໃໝ່ ​ເພື່ອ​ເປັນ​ການຕ້ອນຮັບ​ການ​ກ້າວ​ເຂົ້າສູ່​ປີ​ທີ 8 ຂອງ​ການ​ດຳ​ເນີນ​ທຸລະ​ກິດ ທີ່ The Blue Diamond (INTRA Corporation Sole Co.Ltd) ​ແລະ ນຳ​ສະ​ເໜີ​ຜົນ​ການ​ດຳ​ເນີນ​ກິດຈະກຳ​ຂອງ​ບໍລິສັດ ​ໂດຍ​ສະ​ເພາະ​ຜົນສຳ​ເລັດ​ຂອງ​ການ​ດຳ​ເນີນ​ທຸລະ​ກິດ​ຕະຫລອດ​ໄລຍະ 7 ປີຜ່ານມາ. ງານ​ດັ່ງກ່າວ​ໄດ້​ຮັບ​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີ​ກະຊວງ​ການເງິນ ພ້ອມ​ດ້ວຍ​ບັນດາ​ທ່ານ​ຄະນະ​ສະພາ​ບໍລິຫານ, ຄະນະ​ອຳນວຍ​ການ​ໃຫຍ່ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ລວມທັງ​ບັນດາ​ຄູ່​ຮ່ວມ​ທຸລະ​ກິດ​ອື່ນໆ​ເຂົ້າຮ່ວມ​ນຳ​ດ້ວຍ.

ຜ-ຟຟລ ​ໄດ້​ສ້າງຕັ້ງຂຶ້ນ​ໃນ​ວັນ​ທີ 15 ທັນວາ 2010 ​ເຊິ່ງ​ເປັນ​ບໍລິສັດ​ທີ່​ດຳ​ເນີນ​ທຸລະ​ກິດ​ກ່ຽວ​ກັບ​ການ​ຜະລິດ​ພະລັງງານ​ໄຟຟ້າ ​ແລະ ​ເປັນ​ບໍລິສັດ​ຜະລິດ​ພະລັງງານ​ແຫ​ລ່ງທຳ​ອິດ​ຂອງ ສປປ ລາວ ທີ່​ດຳ​ເນີນ​ທຸລະ​ກິດ​ພາຍ​ໃຕ້​ຮູບ​ແບບ​ບໍລິສັດ​ມະຫາຊົນ ​ໂດຍ​ມີ​ຈຸດປະສົງ​ເພື່ອ​ປະຕິບັດ​ຕາມ​ນະ​ໂຍບາຍ​ຂອງ​ລັດຖະບານ​ໃນ​ການ​ປັບປຸງ​ໂຄງ​ສ້າງ​ທຸລະ​ກິດ​ຂອງ​ຂະ​ແໜງ​ອຸດສາຫະກຳ​ພະລັງງານ​ໃນ ສປປ ລາວ ​ແນ​ໃສ່​ເຮັດ​ໃຫ້​ພະລັງງານ​ມີ​ຄວາມ​ເຕີບ​ໃຫຍ່​ຂະຫຍາຍຕົວ, ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ ​ແລະ ຕະຫລາດ​ສົ່ງ​ອອກ​ນັບ​ມື້ນັບ​ສູງ​ຂຶ້ນ ​ແນ​ໃສ່​ເພື່ອ​ລະດົມ​ທຶນ​ເຂົ້າ​ໃນ​ການ​ຂະຫຍາຍ​ແຫ​ລ່ງຜະລິດ​ພະລັງງານ​ໄຟຟ້າ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ການ​ພັດທະນາ​ໂຄງ​ສ້າງ​ທາງ​ດ້ານ​ພະລັງງານ ​ແລະ ຂະຫຍາຍ​ທຸລະ​ກິດ​​ໃຫ້​ມີ​ຄວາມ​ຄ່ອງ​ຕົວ ​ໂດຍ​ການ​ລະດົມ​ທຶນ​ຜ່ານ​ຕະຫລາດ​ຫລັກ​ຊັບ ​ແລະ ​ເພື່ອ​ສະໜັບສະໜູນ​ຕະຫລາດ​ທຶນ​ຂອງ ສປປ ລາວ. ວິ​ໄສ​ທັດ​ຂອງ ຜ-ຟຟລ ​ແມ່ນ​ມີ​ຄວາມ​ປາຖະໜາ​ຈະ​ເປັນ​ບໍລິສັດ​ນຳ​ໜ້າ​ອັນ​ດັບ​ໜຶ່ງ​ຂອງ ສປປ ລາວ ​ໃນ​ການ​ຮັບປະກັນ ​ແລະ ການ​ຕອບ​ສະໜອງ​ພະລັງງານ​ໄຟຟ້າ​ຢ່າງ​ພຽງພໍ ​ແລະ ທັນ​ການ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ, ພ້ອມ​ທັງ​ຈະ​ປະກອບສ່ວນ​ຢ່າງ​ແຂງ​ແຮງ ສ້າງ​ໃຫ້​ປະ​ເທດ​ກາຍ​ເປັນ​ໝໍ້​​ໄຟ​ຂອງ​ອາ​ຊຽນ ​ແລະ ປະກອບສ່ວນ​ເຮັດ​ໃຫ້​ຂົງ​ເຂດ​ອາ​ຊຽນມີ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ພະລັງງານ​​ໄຟ​ຟ້າ​ຢ່າງ​ຍືນ​ຍົງ.

- Visit Laos Visit SALANA BOUTIQUE HOTEL - ບໍລິສັດຜະລິດໄຟຟ້າລາວມະຫາຊົນເປີດໂຕເວັບໄຊໃໝ່

ສຳລັບ​ແຜນການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບໍລິສັດ, ນັບ​ແຕ່​ປີ 2011 ​ເຖິງປີ 2020 ​ແມ່ນ​ໄດ້​ວາງ​ຄາດໝາຍ​ໃນ​ການ​ເພີ່ມ​ກຳລັງ​ການ​ຜະລິດ​ໃຫ້​ໄດ້​ທັງ​ໝົດ 2.400 ​ເມ​ກາ​ວັດ (ຈາກ 387 ​ເມ​ກາ​ວັດ ​ໃນ​ປີ 2010) ​ໂດຍ​​ໃຊ້​ທຶນ​ທີ່​ໄດ້​ຈາກ​ຕະຫລາດ​ທຶນ ​ແລະ ທຶນ​ກຳ​ໄລ​ສະ​ສົມ​ຈາກ​ການ​ຜະລິດ​ໄຟຟ້າ​ແລ້ວ​ຂາຍຍົກ​ໃຫ້​ແກ່​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ, ການ​ລະດົມ​ທຶນ​ເພີ່ມ ​ແລະ ຜູ້​ຮັບ​ຊື້​ໄຟຟ້າ​ລາຍ​ອື່ນໆ. ປັດຈຸບັນ ຜ-ຟຟລ ມີ​ເຂື່ອນ​ທີ່ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ທັງ​ໝົດ 10 ​ເຂື່ອນ ​ແລະ ​ເຂົ້າຖື​ຮຸ້ນ​ໃນ​ບັນດາ​ເຂື່ອນ​ເອກະລາດ​ຈຳນວນ 5 ​ເຂື່ອນ. ນອກ​ນີ້ ຍັງ​ໄດ້​ຮ່ວມ​ລົງທຶນ​ໃນ​ການ​ພັດທະນາ​ພະລັງງານ​ແສງຕາ​ເວັນ​ອີກ​ດ້ວຍ ​ເຊິ່ງມີ​ກຳລັງ​ຕິດຕັ້ງທັງ​ໝົດ 1.137 ​ເມ​ກາ​ວັດ.

ພ້ອມ​​ໄດ້​ເຫັນ​ຄວາມ​ສຳຄັນ​ໃນ​ການ​ເອົາ​ໃຈ​ໃສ່​ວຽກ​ງານ​ສິ່ງ​ແວດ​ລ້ອມ, ຊ່ວຍ​ເຫລືອ​ສັງຄົມ ​ແລະ ພັດທະນາ​ຊຸມ​ຊົນ​ທີ່ຢູ່​ອ້ອມ​ຂ້າງ​ເຂື່ອນ​ຕ່າງໆ​ທີ່​ບໍລິສັດ​ໄດ້​ຄຸ້ມ​ຄອງ​ເຊັ່ນ: ວຽກ​ງານ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ເຊິ່ງ ຜ-ຟຟລ ​ໄດ້​ໃຫ້ການ​ອຸປະຖຳ​ໃນ​ທຸກໆ​ປີຄື: ການ​ຄຸ້ມ​ຄອງ​ເຂດ​ປ່າ​ສະຫງວນ, ການ​ປູກ​ຕົ້ນ​ໄມ້​ທົດ​ແທນ ​ແລະ ການ​ຮັກສາ​ຊີວະ​ນາໆ​ພັນ​ຕ່າງໆ, ວຽກ​ງານ​ດ້ານ​ການ​ສຶກສາ ກໍ​ໄດ້​ຊ່ວຍ​ເຫ​ລືອ​ເຂົ້າ​ໃນ​ການ​ພັດທະນາ​ການ​ສຶກສາ​ຂອງ​ປະ​ເທດ, ວຽກ​ງານ​ສາທາລະນະ​ສຸກ ກໍ​ຄື​ການ​ສ້າງ​ສຸກສາລາ, ການ​ມອບ​ອຸປະກອນ​ເຄື່ອງມື​ການ​ແພດ ​ແລະ ຢາ​ປິ່ນປົວ​ພະຍາດ​ຕ່າງໆ, ການ​ປະກອບສ່ວນ ​ແລະ ອຸປະຖຳ​ໃຫ້​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ໃນ​ວາລະ​ໂອກາດ​ສຳຄັນ​ຕ່າງໆ, ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ພາຍ​ໃນ​ຊຸມ​ຊົນ​ອ້ອມ​ຂ້າງ, ​ໂຄງການ​ຊ່ວຍ​ເຫລືອ​ພິ​ເສດ​ເພື່ອ​ຊ່ວຍ​ເຫລືອ​ສັງຄົມ ​ເຊິ່ງປະກອບ​ມີ​ໂຄງການ​ຮັບ​ບໍລິຈາກ​ເງິນ​ເພື່ອ​ມາ​ຊື້ອຸປະກອນ​ການ​ສຶກສາ ​ແລະ ການ​ຮັບ​ເຄື່ອງ​ບໍລິຈາກ​ເຄື່ອງນຸ່ງ​ຫົ່ມ ມູນ​ຄ່າ​ລວມ​ໃນ​ການ​ຊ່ວຍ​ເຫລືອ​ສັງຄົມ​ຫລາຍ​ກວ່າ 1.000 ຕື້ກີບ.

​ເພື່ອ​ເປັນ​ການ​ຕ້ອນຮັບ​ການ​ກ້າວ​ເຂົ້າສູ່​ປີ​ທີ 8 ຂອງ ຜ-ຟຟລ ​ໄດ້​ມີ​ການ​ປັບປຸງ​ໜ້າ​ຕາ​ຂອງ​ເວັບ​ໄຊ​ໃໝ່ ​ເພື່ອ​ໃຫ້​ມີ​ຄວາມ​ທັນ​ສະ​ໄໝ​ທັນ​ກັບ​ສະພາບ​ຂອງ​ການ​ພັດທະນາ​ເສດຖະກິດ​ໃນ​ປັດຈຸບັນ ​ເຊິ່ງທ່ານ​ສາມາດ​ເຂົ້າຕິດຕາມ​ຂໍ້​ມູນ​ຕ່າງໆ​ທີ່​ສຳຄັນ​ໄດ້​ທີ່ www.eldgen.com.la.

- 4 - ບໍລິສັດຜະລິດໄຟຟ້າລາວມະຫາຊົນເປີດໂຕເວັບໄຊໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!