ເຢຍລະມັນຢຸດອອກວີຊາໃຫ້ ເຈົ້າໜ້າທີ່ລະດັບສູງຂອງກຳປູເຈຍ

ເຢຍລະມັນຢຸດອອກວີຊາໃຫ້ ເຈົ້າໜ້າທີ່ລະດັບສູງຂອງກຳປູເຈຍ - 10a prime minister hun sen at an event in koh pich center in 2015 hong menea - ເຢຍລະມັນຢຸດອອກວີຊາໃຫ້ ເຈົ້າໜ້າທີ່ລະດັບສູງຂອງກຳປູເຈຍ
ເຢຍລະມັນຢຸດອອກວີຊາໃຫ້ ເຈົ້າໜ້າທີ່ລະດັບສູງຂອງກຳປູເຈຍ - kitchen vibe - ເຢຍລະມັນຢຸດອອກວີຊາໃຫ້ ເຈົ້າໜ້າທີ່ລະດັບສູງຂອງກຳປູເຈຍ

​ເຢຍລະ​ມັນ​ຢຸດ​ອອກ​ວີ​ຊາ​ພິ​ເສດ​ສຳລັບ​ການ​ເດີນທາງ​ສ່ວນ​ບຸກຄົນ​ຂອງ​ຄະນະ​ລັດຖະບານ​ກຳປູ​ເຈຍ ລວມທັງ​ນາຍົກລັດຖະມົນຕີ ຮຸນ​ເຊ​ນ ​ແລະ ຄອບຄົວ, ນາຍ​ທະຫານ​ລະດັບ​ສູງ ​ແລະ ປະທານ​ສານ​ສູງ​ສຸດ ​ເພາະ​ກຳປູ​ເຈຍ​ກວາດ​ລ້າງ​ສື່, ​ເອັນ​ຈີ​ໂອ ​ແລະ ຝ່າຍ​ຄ້ານ.

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ເຢຍລະ​ມັນ ຖະ​ແຫລ​ງຢືນຢັນ​ວ່າ: ກະຊວງ​ມີ​ມາດ​ຕະການ​ດັ່ງກ່າວ​ແທ້ ​ແລະ ຂໍ​ໃຫ້​ສະມາຊິກ​ອື່ນໆ​ໃນ​ສະຫະພາບ​ເອີຣົບ (EU) ປະກາດ​ໃຊ້​ມາດ​ຕະການ​ດຽວ​ກັນ. ສ່ວນ​ໂຄສົກ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ຂອງ​ນາຍົກລັດຖະມົນຕີ ຮຸນ​ເຊ​ນ ​ເປີດ​ເຜີຍ​ວ່າ: ລັດຖະບານ​ຍັງ​ບໍ່​ໄດ້​ຮັບ​ແຈ້ງ​ເລື່ອງ​ນີ້ ​ແລະ ບໍ່​ຄິດ​ວ່າ​ເປັນ​ເລື່ອງ​ໃຫຍ່ ​ເພາະ​ຖ້າ​ໄປ​ເຢຍລະ​ມັນ​ບໍ່​ໄດ້​ກໍ​ບໍ່​ຕາຍ.

EU ປະກາດ​ໃນ​ເດືອນ​ທັນວາ​ວ່າ: ​ໄດ້​ຢຸດ​ການ​ໃຫ້​ທຶນ​ສະໜັບສະໜູນ​ການ​ເລືອກ​ຕັ້ງທົ່ວ​ໄປ​ກຳປູ​ເຈຍ​ວັນ​ທີ 29 ກໍລະກົດ​ນີ້ ​ເພາະ​ການ​ເລືອກ​ຕັ້ງທີ່​ບໍ່​ມີ​ຝ່າຍ​ຄ້ານ​ລົງ​ສະໝັກ ຖື​ວ່າ​ບໍ່​ຍຸຕິ​ທຳ. ໝາຍ​ເຖິງ​ການ​ທີ່​ສານ​ສູງ​ສຸດ​ກຳປູ​ເຈຍ​ສັ່ງ​ຍຸບ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ​ໃນ​ເດືອນ​ພະຈິກ​ຕາມ​ລັດຖະບານ​ຍື່ນ​ຟ້ອງ​ວ່າ: ວາງ​ແຜນ​ໂຄ່ນ​ລົ້ມລັດຖະບານ, ພາຍຫລັງ​ທ່ານ ກິມ ສົກ​ກາ ຫົວໜ້າ​ພັກ​ຖືກ​ຈັບ​ໃນ​ເດືອນ​ກັນຍາ​ວາງ​ແຜນ​ໂຄ່ນ​ລົ້ມລັດຖະບານ ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ອາ​ເມ​ລິ​ກາ. ອາ​ເມ​ລິ​ກາ​ປະຕິ​ເສດ​ຂໍ້​ກ່າວ​ຫາ​ນີ້ ​ແລະ ​ໄດ້​ຈຳກັດ​ການ​ຂໍ​ວີ​ຊາ​ຂອງ​ເຈົ້າໜ້າ​ທີ່​ກຳປູ​​ເຈຍ​ບາງ​ຄົນ.

ເຢຍລະມັນຢຸດອອກວີຊາໃຫ້ ເຈົ້າໜ້າທີ່ລະດັບສູງຂອງກຳປູເຈຍ - 5 - ເຢຍລະມັນຢຸດອອກວີຊາໃຫ້ ເຈົ້າໜ້າທີ່ລະດັບສູງຂອງກຳປູເຈຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!