ລາວຈະສ້າງສູນປົກປ້ອງ ແລະ ຂະຫຍາຍພັນຊ້າງຢູ່ແຂວງໄຊຍະບູລີ


ພິທີລົງນາມສັນຍາໂຄງການສ້າງສູນປົກປ້ອງ, ຂະຫາຍພັນ ແລະ ຊ່ວຍເຫລືອຊ້າງຢູ່ແຂວງໄຊຍະບູລີໄດ້ມີຂຶ້ນເມື່ອບໍ່ດົນມານີ້, ລະຫວ່າງທ່ານ ເພັງນິລັນ ຄຳພັນ ຮອງເຈົ້າແຂວງໄຊຍະບູລີ ແລະ ທ່ານ ລູ ເຟັງ ຢູ ປະທານບໍລິສັດຄຸ້ມຄອງການທ່ອງທ່ຽວແຂວງນນານ, ໂດຍມີທ່ານເຈົ້າແຂວງໄຊຍະບູລີ, ພ້ອມແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.
ທ່ານຮອງເຈົ້າແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງດັ່ງກ່າວຕັ້ງຢູ່ ເມືອງໄຊຍະບູລີ, ມີເນື້ອທີ່ 137 ກວ່າເຮັກຕາ, ລວມມູນຄ່າຫລາຍກວ່າ 17 ລ້ານໂດລາສະຫະລັດ ແລະ ຈະໃຊ້ເວລາກໍ່ສ້າງ 4 ປີໃຫ້ສຳເລັດ, ເພື່ອເປັນບ່ອນປົກປ້ອງຂະຫຍາຍພັນ ແລະ ຊ່ວຍເຫລືອຊ້າງແນ່ໃສ່ເຮັດໃຫ້ປະຊາກອນຊ້າງເຊິ່ງເປັນສັດທີ່ສ່ຽງຕໍ່ການສູນພັນນີ້ມີຈຳນວນເພີ່ມຂຶ້ນ ແລະ ທັງເປັນການສົ່ງເສີມການທ່ອງທ່ຽວຂອງແຂວງໄຊຍະບູລີນໍາອີກ.
ແຂວງໄຊຍະບູລີເປັນແຂວງທີ່ມີຈຳນວນຊ້າງຈຳນວນຫລາຍ ແລະ ທຸກໆປີອຳນາດການປົກຄອງແຂວງ, ໄດ້ຈັດງານປະເພນີບຸນຊ້າງຂຶ້ນ ແລະ ໃນວັນທີ 17 ກຸມພາຜ່ານມານີ້, ກໍໄດ້ຈັດງານບຸນຊ້າງພ້ອມກັບເປີດປີທ່ອງທ່ຽວລາວຂອງແຂວງຂຶ້ນດ້ວຍບັນຍາກາດຄືກຄື້ນທີ່ສະໜາມຫລວງເມືອງ ແລະ ແຂວງໄຊຍະບູລີ.