ສິງກະໂປກຽມເກັບພາສີ ກາກບອນໃນປີ 2019

ສິງກະໂປກຽມເກັບພາສີ ກາກບອນໃນປີ 2019 - singaporepla 1 - ສິງກະໂປກຽມເກັບພາສີ ກາກບອນໃນປີ 2019
ສິງກະໂປກຽມເກັບພາສີ ກາກບອນໃນປີ 2019 - kitchen vibe - ສິງກະໂປກຽມເກັບພາສີ ກາກບອນໃນປີ 2019

ລັດຖະບານ​ສິງກະ​ໂປ​ກຽມ​ເກັບ​ພາສີກາກ​ບອນ​ນັບ​ແຕ່​ປີໜ້າ​ເປັນຕົ້ນ​ໄປ ​ເພື່ອ​ສົ່ງ​ເສີມ​ຄວາມ​ພະຍາຍາມ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ.

ສິງກະໂປກຽມເກັບພາສີ ກາກບອນໃນປີ 2019 - medium 2018 02 19 e1a9805b94 1 300x193 - ສິງກະໂປກຽມເກັບພາສີ ກາກບອນໃນປີ 2019

ສິງກະໂປກຽມເກັບພາສີ ກາກບອນໃນປີ 2019 - Visit Laos Visit SALANA BOUTIQUE HOTEL - ສິງກະໂປກຽມເກັບພາສີ ກາກບອນໃນປີ 2019

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ປະ​ເທດ​ສິງກະ​ໂປ ​ໃນ​ວັນ​ທີ 20 ກຸມພາ​ວ່າ: ທ່ານ ​ເຮັງ ສະ​ວີ ກຽດ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ສິງກະ​ໂປ ກ່າວ​ໃນ​ວັນ​ທີ 19 ກຸມພາ​ວ່າ: ມາດ​ຕະການ​ເກັບ​ພາສີ​ກາກ​ບອນ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ປີ 2019 ​ເປັນຕົ້ນ​ໄປ ​ໂດຍ​ພາສີ​ດັ່ງກ່າວ​ຈະ​ເປັນ​ການ​ຮຽກ​ເກັບ​ຈາກ​ທຸກ​ພາກສ່ວນ​ໃນ​ອັດຕາ 5,0 ​ໂດ​ລາ​ສິງກະ​ໂປຕໍ່​ການ​ປ່ອຍ​ແກັສ​ເຮືອນ​ແກ້ວ 1 ​ໂຕນ ລະຫວ່າງ​ປີ 2019-2023 ຈາກ​ນັ້ນລັດຖະບານ​ຈະ​ທົບ​ທວນ​ອັດຕາ​ດັ່ງກ່າວ ​ເຊິ່ງອາດ​ຂະຫຍາຍ​ໄລຍະ​ເວລາ​ຕໍ່​ໄປ​ໃນ​ອັດຕາ​ຄື​ເກົ່າ ຫລື ​ເພີ່ມ​ເປັນ 10-15 ​ໂດ​ລາ​ສິງກະ​ໂປຕໍ່​ແກັສ​ເຮືອ​ນ​ແກ້ວ 1 ​ໂຕນ ພາຍ​ໃນ​ປີ 2030.

ທ່ານ ​ເຮັງ ກ່າວ​ອີກ​ວ່າ: ສິງກະ​ໂປ​ເປັນ​ປະ​ເທດ​ທີ່​ຜະລິດ​ແກັສ​ເຮືອນ​ແກ້ວ​ໜ້ອຍ​ກວ່າ​​ເກືອບ​ທຸກ​ປະ​ເທດ​ໃນ​ໂລກ ​ໃນ​ປະລິມານ​ເມື່ອ​ທຽບ​ໃສ່​ລາຍ​ໄດ້​ຕໍ່​ຫົວ​ຄົນ​ຂອງ​ປະຊາກອນ ​ແລະ ລັດຖະບານ​ມີ​ນະ​ໂຍບາຍ​ຢ່າງ​ຈິງ​ຈັງ​ໃນ​ການ​ຫລຸດ​ປະລິມານ​ການ​ປ່ອຍ​ແກັສ​ພິດ​ສູ່​ຊັ້ນບັນຍາກາດ​ໃຫ້​ໜ້ອຍ​ລົງ​ອີກ ​ເພື່ອ​ຕໍ່ສູ້​ກັບ​ສະພາບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ໂລກ. ນອກ​ຈາກ​ນີ້ ພາກ​ລັດ​ເຊື່ອ​ວ່າການ​ຮຽກ​ເກັບ​ພາສີ​ກາກ​ບອນ ຈະ​ເປັນ​ການ​ກະ​ຕຸ້ນ​ປະສິດທິພາບ​ໃນ​ການ​ແຂ່ງຂັນ​ທາງ​ທຸລະ​ກິດ​ຂອງ​ຜູ້​ປະກອບ​ການ​ໃນ​ສິງກະ​ໂປ ​ໃຫ້​ແຂ່ງຂັນ​ກັນ​ອອກ​ມາດ​ຕະການ​ຮັກສາ​ສິ່ງ​ແວດ​ລ້ອມ​ທີ່​ຈະ​ເປັນ​ການ​ປະຢັດ​ຄ່າ​ໃຊ້​ຈ່າຍ​ໃນ​ອົງການ, ​ແຕ່​ແນ່ນອນ​ວ່າ​ເປັນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ໄປ​ພ້ອມ​ກັນ.

ສິງກະໂປກຽມເກັບພາສີ ກາກບອນໃນປີ 2019 - 5 - ສິງກະໂປກຽມເກັບພາສີ ກາກບອນໃນປີ 2019
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!