ຮ້ານສຸດຍອດລາວເປີດໃຫ້ບໍລິການຢ່າງເປັນທາງການ


ເຈົ້າຂອງຮ້ານລາວສຸດຍອດ ກ່າວວ່າ: ຮ້ານພວກເຮົາຈະຈໍາໜ່າຍສະເພາະສິນຄ້າທີ່ຜະລິດຢູ່ແຕ່ລະທ້ອງຖິ່ນພາຍໃນປະເທດລາວເທົ່ານັ້ນ ແລະ ຄັດເລືອກເອົາແຕ່ສິນຄ້າທີ່ພົ້ນເດັ່ນ ແລະ ໄດ້ຮັບຄວາມນິຍົມຈາກສັງຄົມກໍຄືຜູ້ບໍລິໂພກ, ນັບແຕ່ປະເພດອາຫານ, ເຄື່ອງດື່ມ, ເຄື່ອງຫັດຖະກໍາ ແລະ ເຄື່ອງໃຊ້ສອຍຕ່າງໆ. ເພື່ອເປັນຂົວຕໍ່ໃຫ້ແກ່ຜູ້ຜະລິດໃນທ້ອງຖິ່ນທົ່ວປະເທດໄດ້ເຂົ້າເຖິງຕະຫລາດຈໍາໜ່າຍທີ່ກວ້າງຂວາງຫລາຍຂຶ້ນ, ທັງເປັນການຍົກສູງຜະລິດຕະພັນຂອງລາວກ້າວສູ່ສາກົນ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ ແລະ ມີຄວາມຍືນຍົງ.
ໃນໂອກາດນີ້, ທ່ານປະທານສູນກາງສະຫະພັນແມ່ຍິງລາວ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເຈົ້າຂອງຮ້ານລາວສຸດຍອດ ທີ່ໄດ້ມີແນວຄິດໃໝ່ໃນການດໍາເນີນທຸລະກິດໃຫ້ຂະຫຍາຍຕົວ, ພ້ອມທັງມີຫົວຄິດປະດິດສ້າງໃນການນໍາເອົາຜະລິດຕະພັນພາຍໃນມາຈໍາໜ່າຍ, ອັນເປັນການຊຸກຍູ້ສົ່ງເສີມການຜະລິດຂອງທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ, ສົ່ງເສີມດ້ານການຕະຫລາດຈໍາໜ່າຍໃຫ້ກວ້າງ ຂວາງທັງພາຍໃນ ແລະ ຕ່າງປະເທດ ແລະ ແນ່ໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າຜະລິດເປັນສີນຄ້າໃຫ້ຫລາຍ ເພື່ອສ້າງລາຍຮັບເພີ່ມຂຶ້ນ ແລະ ແກ້ໄຂຄວາມທຸກຍາກໄດ້ເທື່ອລະກ້າວ.