ສປປ ເກົາຫລີ ຢືນຢັນເດີນໜ້າທົດລອງຍິງລູກສອນໄຟ


ທ່ານ ຮັນ ຊອງ ຢອນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສປປ ເກົາຫລີ ໃຫ້ສຳພາດບໍລິສັດກະຈາຍສຽງອັງກິດ ຫລື BBC ລະບຸວ່າ: ສປປ ເກົາຫລີ ຈະເດີນໜ້າທົດລອງຍິງລູກສອນໄຟຢ່າງຕໍ່ເນື່ອງເປັນລາຍອາທິດ, ລາຍເດືອນ ແລະ ລາຍປີ ແລະ ຖ້າອາເມລິກາປະກາດໃຊ້ມາດຕະການທາງທະຫານໂຈມຕີ ສປປ ເກົາຫລີ ນັ້ນໝາຍເຖິງການປະກາດສົງຄາມເຕັມຮູບແບບ ແລະ ສປປ ເກົາຫລີ ຈະຕອບໂຕ້ດ້ວຍອາວຸດນິວເຄຼຍໃນຮູບແບບ ແລະ ວິທີການຂອງຕົນເອງ. ທ່ານ ຮັນ ກ່າວອີກວ່າ: ສປປ ເກົາຫລີ ເຊື່ອວ່າການມີອາວຸດນິວເຄຼຍຊ່ວຍປ້ອງກັນໄພຄຸກຄາມທາງທະຫານຈາກອາເມລິກາ.
ກ່ອນໜ້ານີ້, ທ່ານ ໄມ ເພນ ຮອງປະທານາທິບໍດີອາເມລິກາ ເຕືອນ ສປປ ເກົາຫລີ ວ່າ: ການສັ່ງໂຈມຕີຊີຣີ ແລະ ອັບການິດສະຖານ ເປັນການສະແດງໃຫ້ເຫັນແລ້ວວ່າ: ບໍ່ຄວນທົດສອບປະທານາທິບໍດີ ໂດນັນ ທຣຳ.