ຂ່າວລື Samsung Galaxy S9  ຈະມີຟີເຈີຄືກັບ Animoji ຂອງ iPhone X

ຂ່າວລື samsung galaxy s9  ຈະມີຟີເຈີຄືກັບ animoji ຂອງ iphone x - 12577 180214110542gY - ຂ່າວລື Samsung Galaxy S9  ຈະມີຟີເຈີຄືກັບ Animoji ຂອງ iPhone X
ຂ່າວລື samsung galaxy s9  ຈະມີຟີເຈີຄືກັບ animoji ຂອງ iphone x - kitchen vibe - ຂ່າວລື Samsung Galaxy S9  ຈະມີຟີເຈີຄືກັບ Animoji ຂອງ iPhone X

Samsung ກັບ Apple ນັ້ນມີປະຫວັດການຕໍ່ສູ້ກັນມາຢ່າງຍາວນານ ມີການແຂ່ງຂັນດ້ານຟີເຈີ ຊຶ່ງໃນ Galaxy S9   ກໍບໍ່ມີຂໍ້ຍົກເວັ້ນ ETNews  ແຫຼ່ງຂ່າວໃນເກົາຫຼີໃຕ້ ໄດ້ອອກມາຢືນຢັນວ່າ S9 ຈະມີລູກຫຼິ້ນໃຫມ່ທີ່ມີຊື່ວ່າ 3D emoji ໂດຍຄວາມສາມາດຂອງມັນຈະຄືກັບ Animoji ໃນ iPhone X.

Galaxy S9   ມີລາຍງານວ່າໄດ້ປັບປຸງລະບົບກວດຈັັບໃບໜ້າດີຍິ່ງຂຶ້ນ ເຖິງວ່າຈະບໍ່ມີລາຍລະອຽດໃນຂະນະນີ້ວ່າດີຂຶ້ນເທົ່າໃດ ແຕ່ຄາດວ່າກໍຫຼາຍພໍທີ່ຈະສ້າງໃບໜ້າ 3 ມິຕິຂຶ້ນມາໄດ້ ເຮັດໃຫ້ສາມາດໃຊ້ງານ 3D emoji ໄດ້ນັ້ນເອງ ແລະ ຄາດວ່າລະບົບກວດຈັບໃບໜ້າແບບໃຫມ່ນີ້ ຈະຖືກໃຊ້ໃນ Samsung Pay  ດ້ວຍ ຄືກັບ iPhone X ໃຊ້ໃບໜ້າໃນການຢືນຢັນຕົວຕົນ ເພື່ອຈ່າຍເງິນຜ່ານ Apple Pay ໄດ້.

ຂ່າວລື samsung galaxy s9  ຈະມີຟີເຈີຄືກັບ animoji ຂອງ iphone x - Visit Laos Visit SALANA BOUTIQUE HOTEL - ຂ່າວລື Samsung Galaxy S9  ຈະມີຟີເຈີຄືກັບ Animoji ຂອງ iPhone X

ສໍາລັບທີ່ລືກັນໃນຂະນະນີ້ຂອງ  Samsung Galaxy S9 ວ່າກັນວ່າຈະມີກ້ອງຫຼັງແບບຄູ່ (ຄ່າຮູຮັບແສງ f/1.5), ລໍາໂພງແບບສເຕີຣິໂອ, ມີປຸ່ມ Bixby, ກັນນໍ້າ IP68 ແລະ ໃຊ້ຊີພີຢູ Snapdragon 845 ໃນການທໍາງານ.

ສໍາລັບຄົນທີ່ລໍຄອຍ Samsung Galaxy S9 ຢູ່ກໍອົດໃຈອີກບໍ່ດົນ ທາງ Samsung ຈະເປີດຕົວໃນວັນທີ 25 ກຸມພານີ້ ໃນງານ MWC 2018.

 

ຂ່າວລື samsung galaxy s9  ຈະມີຟີເຈີຄືກັບ animoji ຂອງ iphone x - 3 - ຂ່າວລື Samsung Galaxy S9  ຈະມີຟີເຈີຄືກັບ Animoji ຂອງ iPhone X
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!