ເອຟເວີຕັນ ຕັ້ງຄ່າຕົວ ລູກາກູ 100 ລ້ານປອນ
April 18, 2017 - 4:10 PM


ກ່ອນໜ້ານີ້ ລູກາກູ ອາຍຸ 23 ປີ ເຄີຍຕົກເປັນຂ່າວໄດ້ຮັບຄວາມ ສົນໃຈຈາກ ເຊລຊີ ໃນປີ 2016 ແຕ່ ເອຟເວີຕັນ ກໍບໍ່ໄດ້ຮັບຂໍ້ສະເໜີ ສຳລັບນັກເຕະທີ່ພວກເຂົາຕັ້ງຄ່າຕົວໄວ້ 70 ລ້ານປອນ ແນວໃດກໍ ຕາມ ລູກາກູ ປະກາດຈະແຈ້ງວ່າ ລາວຕ້ອງການຫຼິ້ນໃນ ຢູຟາ ແຊ໊ມ ປຽນລີກ ແລະ ປະຕິເສດທີ່ຈະຕໍ່ ສັນຍາສະບັບໃໝ່ກັບຕົ້ນສັງກັດ.
ຫຼ້າສຸດ “ເດິ ມິເຣີ” ອ້າງວ່າ ເອຟເວີຕັນ ໄດ້ຕັ້ງຄ່າຕົວ ລູກາກູ ໄວ້ສູງເຖິງ 100 ລ້ານປອນ ຫຼັງ ຈາກທີ່ນັກເຕະເຮັດຜົນງານໄດ້ ຮ້ອນແຮງຍິງໄປ 24 ປະຕູ ນຳ ເປັນດາວຍິງສູງສຸດພຣີເມຍລີກ ແລະ ຖືເປັນການກັນທ່າທຸກທີມທີ່ ຫວັງໂອກາດຂະນະທີ່ລາວຍັງຫຼິ້ນຕົວເລື່ອງສັນຍາໃໝ່ກັບ ເອຟເວີ ຕັນ ເພື່ອເດີນໜ້າຄວ້າຕົວໄປ ຮ່ວມທີມໄປໃນຕົວນຳອີກ.