ປີ 2017 ການເງິນແຂວງຫົວພັນເກັບລາຍຮັບໄດ້ລື່ນແຜນປີ

ປີ 2017 ການເງິນແຂວງຫົວພັນເກັບລາຍຮັບໄດ້ລື່ນແຜນປີ - 4564 - ປີ 2017 ການເງິນແຂວງຫົວພັນເກັບລາຍຮັບໄດ້ລື່ນແຜນປີ
ປີ 2017 ການເງິນແຂວງຫົວພັນເກັບລາຍຮັບໄດ້ລື່ນແຜນປີ - kitchen vibe - ປີ 2017 ການເງິນແຂວງຫົວພັນເກັບລາຍຮັບໄດ້ລື່ນແຜນປີ

ຕາມການເປີດເຜີຍຂອງ ທ່ານ ວັນແສງ ຄໍາມັງໄຊ ຫົວ ໜ້າພະແນກການເງິນແຂວງ ຫົວພັນໃຫ້ຮູ້ວ່າ: ປີ 2017 ພະແນກການເງິນແຂວງຫົວພັນ ສາມາດປະຕິບັດລາຍຮັບໄດ້ ເກີນແຜນປີ 15,81% ກໍຍ້ອນ ການເອົາໃຈໃສ່ປະຕິບັດຕາມ ທິດຊີ້ນໍາໆພາຂອງຂັ້ນເທິງ ຢ່າງໃກ້ຊິດ ແລະ ພະນັກງານຂະແໜງການເງິນແຂວງໄດ້ ສຸມເຫື່ອແຮງ.

 

ປີ 2017 ການເງິນແຂວງຫົວພັນເກັບລາຍຮັບໄດ້ລື່ນແຜນປີ - Visit Laos Visit SALANA BOUTIQUE HOTEL - ປີ 2017 ການເງິນແຂວງຫົວພັນເກັບລາຍຮັບໄດ້ລື່ນແຜນປີ

+ ພະແນກການເງິນແຂວງຊຽງຂວາງປະຕິບັດລາຍຮັບເພີ່ມຂຶ້ນທຸກປີ

+ ແຂວງສະຫວັນນະເຂດ ແລະ ຈຳປາສັກປັບປຸງກົງຈັກການຈັດຕັ້ງຂະແໜງການເງິນ

ທ່ານ ວັນແສງ ຄໍາມັງໄຊ ຫົວໜ້າພະແນກການເງິນ ແຂວງຫົວພັນ ກ່າວຕື່ມອີກວ່າ: ການຈັດຕັ້ງປະຕິບັດແຜນງົບ ປະມານປະຈໍາປີ 2017 ຕາມ ແຜນການ ແລະ ຕົວເລກທີ່ ໄດ້ຮັບມອບໝາຍໃຫ້ແຂວງ ຈັດເກັບລາຍຮັບມອບງົບປະ ມານທັງໝົດ 108 ຕື້ກວ່າກີບ, ແຕ່ຜ່ານການປະຕິບັດຕົວຈິງ ສາມາດປະຕິບັດໄດ້ 125 ຕື້ ກວ່າກີບ ທຽບໃສ່ແຜນການປີ ເທົ່າກັບ 115,81%, ໃນນັ້ນ, ລາຍຮັບ ດັ່ງກ່າວແມ່ນໄດ້ມາ ຈາກການຈັດເກັບຂອງຂະ ແໜງສ່ວຍສາອາກອນ, ລາຍ ຮັບຄຸ້ມຄອງຊັບສິນຂອງລັດ, ສ່ວນລາຍຮັບພູດສູນກາງຕາມ ແຜນແມ່ນ 22 ຕື້ກວ່າກີບ ສາມາດປະຕິບັດໄດ້ 25 ຕື້ ກວ່າກີບ ທຽບໃສ່ແຜນການ ປີ ເທົ່າກັບ 113,82%.

ເຖິງຢ່າງໃດກໍ່ຕາມພະ ແນກການເງິນແຂວງຫົວພັນກໍຍັງພົບຄວາມຫຍຸ້ງຍາກ ເພາະແຂວງຫົວພັນເປັນ ແຂວງໜຶ່ງທີ່ຂາດດຸ່ນງົບ ປະມານຫລາຍສົມຄວນຖ້າ ທຽບໃສ່ບັນດາແຂວງໃນ ທົ່ວປະເທດເປັນຕົ້ນ: ແມ່ນ ການຈັດຕັ້ງປະຕິບັດແຜນ ລາຍຮັບໃນແຕ່ລະປີເພາະວ່າບັນດາຫົວໜ່ວຍທຸລະກິດ ແລະ ນັກລົງທຶນພາຍໃນ, ຕ່າງປະເທດຍັງມີໜ້ອຍເຮັດໃຫ້ຖານລາຍຮັບມີຈໍານວນ ຈໍາກັດ, ສ່ວນລາຍຮັບທີ່ ເກັບໄດ້ສ່ວນຫລາຍແມ່ນ ມາຈາກອາກອນ, ໂຄງການ ກໍ່ສ້າງພື້ນຖານໂຄງລ່າງ ຂອງລັດ.
ສໍາລັບແຜນປີ 2018 ທາງພະແນກການເງິນ ແຂວງຫົວພັນຈະສູ້ຊົນຈັດ ຕັ້ງປະຕິບັດລາຍຮັບໃຫ້ບັນ ລຸຕາມລະດັບຄາດໝາຍທີ່ ໄດ້ກໍານົດໄວ້.

ປີ 2017 ການເງິນແຂວງຫົວພັນເກັບລາຍຮັບໄດ້ລື່ນແຜນປີ - 5 - ປີ 2017 ການເງິນແຂວງຫົວພັນເກັບລາຍຮັບໄດ້ລື່ນແຜນປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!