ກອງປະຊຸມສະຫລຸບວຽກງານ 2016 ແລະ ຜ່ານແຜນການ 2017 ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ

- kitchen vibe - ກອງປະຊຸມສະຫລຸບວຽກງານ 2016 ແລະ ຜ່ານແຜນການ 2017 ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ

- IMG 0783 300x200 - ກອງປະຊຸມສະຫລຸບວຽກງານ 2016 ແລະ ຜ່ານແຜນການ 2017 ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ
    ໃນວັນທີ 7 ມີນານີ້, ທີ່ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ (ຟຟລ) ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມສະຫລຸບວຽກງານປະຈຳປີ 2016 ແລະ ຜ່ານແຜນການປີ 2017 ຂຶ້ນ ໂດຍການເປັນປະທານຂອງທ່ານ ບຸນອຸ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ຟຟລ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຫົວໜ້າກົມ-ຮອງກົມ, ຄະນະອຳນວຍການ, ຄະນະຝ່າຍ, ຄະນະສາຂາ, ຫ້ອງການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ບຸນອຸ້ມ ສີວັນເພັງ ອຳນວຍການໃຫຍ່ ຟຟລ ໄດ້ຂຶ້ນລາຍງານສະພາບລວມໂດຍຫຍໍ້ການບໍລິຫານວຽກງານທີ່ຜ່ານມາຂອງ ຟຟລ ໃນປີ 2016 ເຊິ່ງໃນນັ້ນ ຟຟລ ກໍສາມາດຍາດໄດ້ຫລາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະການຄຸ້ມຄອງ, ການສະໜອງພະລັງງານ, ການບຳລຸງຮັກສາລະບົບໄຟຟ້າ ຮັບປະກັນສະຖຽນລະພາບ ເພື່ອສະໜອງພະລັງງານໄຟຟ້າ ໂດຍສະເພາະເຫດການເດັ່ນໆຂອງຊາດ ຄືກອງປະຊຸມສຸດຍອດອາຊຽນໃນລະດັບຕ່າງໆທີ່ໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ. ພ້ອມນັ້ນ ກໍໄດ້ສືບຕໍ່ຄົ້ນຄວ້າຊອກຫາແຫລ່ງທຶນ ເພື່ອພັດທະນາລະບົບໄຟຟ້າໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອໃຫ້ຕອບສະໜອງໄດ້ຕໍ່ແຜນຍຸດທະສາດຂອງພັກ-ລັດທີ່ວາງໄວ້ໃຫ້ເປັນຜົນຢ່າງແທ້ຈິງ. ປັດຈຸບັນ ຟຟລ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເອົາໃຈໃສ່ຕັ້ງໜ້າການຄຸ້ມຄອງ, ການຜະລິດໃຫ້ບັນລຸຕາມແຜນສະໜອງພະລັງງານຮັບປະກັນສົ່ງ ແລະ ຈຳໜ່າຍໄຟຟ້າໃຫ້ກັບຜູ້ຊົມໃຊ້ໄຟຢ່າງພຽງພໍ. ປັດຈຸບັນ ສປປ ລາວ ມີ 50 ເຂື່ອນ ລວມທັງເຂື່ອນ IPP, SPP ເຊິ່ງມີກຳລັງຕິດຕັ້ງທັງໝົດ 6.385,41 ເມກາວັດ, ໃນນັ້ນປະກອບມີ 19 ເຂື່ອນທີ່ເປັນຂອງ IPP ມີກຳລັງຕິດຕັ້ງ 5.701 ເມກາວັດ ມີ 13 ເຂື່ອນ ເປັນຂອງ SPP ມີກຳລັງຕິດຕັ້ງ 57,70 ເມກາວັດ ແລະ ມີ 18 ເຂື່ອນ ທີ່ເປັນຂອງ ຟຟລ ແລະ ຜ-ຟຟລ ມີກຳລັງຕິດຕັ້ງທັງໝົດ 622,71 ເມກາວັດ. ໃນປີ 2016 ພະລັງງານຊື້ທັງໝົດບວກກັບຜະລິດເອງລວມເປັນ 7.555,58 ລ້ານກິໂລວັດໂມງ ລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ມີຄວາມຍາວ 167 ກິໂລແມັດ, ສາຍສົ່ງ 230 ກິໂລໂວນ ຍາວ 1.777,14 ກິໂລແມັດ ແລະ ສາຍສົ່ງໄຟຟ້າ 115 ກິໂລໂວນ ມີຄວາມຍາວ 6.968,23 ກິໂລແມັດ ທຽບໃສ່ປີ 2015 ເພີ່ມຂຶ້ນ 1.711,02 ກິໂລແມັດ ເທົ່າກັບ 24,5%, ມີສະຖານີໄຟຟ້າ 230/115/22 ກິໂລໂວນ 6 ແຫ່ງ, ສະຖານີໄຟຟ້າ 115/22 ກິໂລໂວນ 54 ແຫ່ງ. ມາຮອດປັດຈຸບັນ ເມືອງທີ່ໄດ້ຊົມໃຊ້ໄຟຟ້າແລ້ວ 148 ເມືອງ ເທົ່າ 100%, ຈຳນວນບ້ານ 8.544 ບ້ານ ມີໄຟຟ້າໃຊ້ຖາວອນ 7.554 ບ້ານ ຄິດເປັນ 88,41% ຈຳນວນຄອບຄົວ 1.167.607 ຄອບຄົວ ມີໄຟຟ້າໃຊ້ແລ້ວ 1.074.789 ຄອບຄົວ ຄິດເປັນ 92,05% ນອກຈາກວຽກງານຈັດຕັ້ງປະຕິບັດແລ້ວ ຟຟລ ຍັງມີແຜນສູ້ຊົນຫລາຍດ້ານເຊັ່ນ: ວຽກຄຸ້ມຄອງລະບົບຜະລິດ, ຄຸ້ມຄອງລະບົບສົ່ງ, ລະບົບຈຳໜ່າຍ, ພັດທະນາໂຄງການເຂື່ອນ, ການຄຸ້ມຄອງລະບົບລາຍຮັບ-ລາຍຈ່າຍ, ວຽກງານເຕັກນິກ ແລະ ພັດທະນາບຸກຄະລາກອນ ແລະ ບັນຫາອື່ນໆທີ່ຈຳເປັນ ແລະ ໃນຕອນທ້າຍຂອງກອງປະຊຸມກໍຍັງໄດ້ຮັບຟັງການໂອ້ລົມຂອງທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ກອງປະຊຸມກໍໄດ້ອັດລົງດ້ວຍຜົນສຳເລັດໃນຕອນແລງຂອງວັນທີ 7 ມີນາ 2017.

- 3 - ກອງປະຊຸມສະຫລຸບວຽກງານ 2016 ແລະ ຜ່ານແຜນການ 2017 ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ
- Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສະຫລຸບວຽກງານ 2016 ແລະ ຜ່ານແຜນການ 2017 ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!