ໜຶ່ງປີທີ່ໄດ້ຮັບໃຊ້ຊາດຮັບໃຊ້ສັງຄົມ

- kitchen vibe - ໜຶ່ງປີທີ່ໄດ້ຮັບໃຊ້ຊາດຮັບໃຊ້ສັງຄົມ

- Untitled 1 2 - ໜຶ່ງປີທີ່ໄດ້ຮັບໃຊ້ຊາດຮັບໃຊ້ສັງຄົມ
ໂດຍ: ກ້ອງສ່ອງ ອິດສະຫລະ

ປີ​ໃໝ່ ພສ 2560 ​ໄດ້​ກ້າວ​ເຂົ້າ​ມາ​ຫາ​ພວກ​ເຮົາ​ຕາມ​ກົດ​ເກນ​​ເວລາ ແລະ ​ວາຕະ​ຈັກຂອງ​ໂລກ. ປີ​ນີ້​ເປັນ​ປີ​ລະກາຖ້າ​ຈະ​ຕີ​ຄວາມ​ໝາຍ​ນາມ​ສັດນໍາ​ໂຊກກໍແມ່ນ​ໄກ່.​ ໄກ່​ເປັນ​ສັດ​ທີ່​ຫາ​ກິນ​ຢ່າງຂະຫຍັນ​ຂັນ​ແຂງ​ລ້ຽງ​ດູ​ລູກ​ດ້ວຍ​ຄວາມຮັກ​ຄວາມ​ສາມັກຄີ​ຕຸ້ມ​ຫໍ່ ​ແລະ ທັງ​ເປັນ​ສັດ​​ເດີນ​ໄດ້, ບິນ​ໄດ້. ​ໄກ່​ມີ​ຄຸນ​ປະ​ໂຫຍ​ດສາລະພັດ​ຢ່າງໃຫ້​ແກ່​ມະນຸດ​ເຮົາ​ເຊັ່ນ: ເປັນ​ອາຫານການ​ກິນ, ​ສົ່ງ​ສຽງ​​ໃຫ້​ຄົນ​ເຮົາ​ມີ​ສະຕິ​ຄົ້ນ​ລຸກ​ປຸກ​ຕື່ນ ​ໂດຍ​ສະ​ເພາະໃນ​ຄືນ​ຂ້ອນ​ແຈ້ງ​ເມື່ອ​​ໄດ້​ຍິນ​ສຽງ​ໄກ່​ຂັນ​​ແລ້ວ​ລາຕີ​ການກໍ​ໃກ້​ຈະ​ຮຸ່ງ​ແຈ້ງ ເພື່ອໃຫ້​ຜູ້​ຄົນພາກັນລຸກ​ໜຶ້ງ​ເຂົ້າ​ເປົ່າ​ໄຟ ຫລື ​ກະກຽມ​ອອກ​ໄປ​ຊອກ​ຢູ່​ຫາ​ກິນ, ທໍາ​ການຜະລິດຕາມ​ວິຖີ​ຊີວິດ​ຂອງ​ຊາວບ້ານ.

- Visit Laos Visit SALANA BOUTIQUE HOTEL - ໜຶ່ງປີທີ່ໄດ້ຮັບໃຊ້ຊາດຮັບໃຊ້ສັງຄົມ

​ຕາມ​ໂຄງ​ຕໍານານ​ແຫ່ງ​ຄວາມ​ເຊື່ອ​ນັ້ນ​​ມັນ​ກໍ​ເປັນ​ເລື່ອງ​ຂອງພື້ນ​ແຜ່ນ​ຕໍາຫລັກ​ຕໍາລາ, ​ສິ່ງ​ສໍາຄັນ​ຜູ້​ໃດ​ຈະ​ເຮັດ​ຫຍັງ ​? ຢູ່​ໃສ ? ນັ້ນ​ ຕ້ອງ​ມີ​ສະຕິ​ຮອບ​ຄອບດັ່ງ​ຜູ້ຫລັກ​ຜູ້​ໃຫຍ່ ​ແລະ ​ຜູ້ນໍາ​ເພິ່ນ​ເຄີຍ​ຕັກ​ເຕືອນ​ສັ່ງສອນ ​ແລະ ສິ່ງ​ສໍາ​ຄັນອີກ​ອັນ​ໜຶ່ງ​ແມ່ນ​ໝົດ​ທຸກ​ຄົນ​ໃນ​ຊາດ​ຕ້ອງ​ປຸ້ມລຸມ​ສາມັກຄີ​ຮັກ​ແພງກັນ​ສ້າງສາ​ ແລະ ​ພັດທະນາ​ບ້ານ​ເມືອງ​ເຮົາ​ໃຫ້​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂຶ້ນ​ໄປ​ເລື້ອຍໆ. ​ເປົ້າ​ໝາຍ​ອັນ​ຍອດ​ຍິ່ງ​ທີ່​ພັກ ​ແລະ ​ລັດຖະບານ​ເຮົາ​ວ່າ​ນັ້ນ​ແມ່ນ​ຕ້ອງນໍາພາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະ ​ດ້ອຍ​ພັດທະນາ​ໃນ​ປີ 2020. ​ເພາະສະ​ນັ້ນຈຶ່ງ​ເວົ້າ​ໄດ້​ວ່າ ​ເພື່ອ​ກ້າວ​ໄປ​ເຖິງ​ຜົນ​ສໍາ​ເລັດ​ຕາມ​ການ​ຄາດ​ກະຂອງ​ພັກ ​ແລະ ​ລັດຖະບານ​ນັ້ນ ​ພວກເຮົາ​ໝົດ​ທຸກ​ຄົນ​ໃນ​ຊາດ​ຕ້ອງ​ໄດ້​ພາກັນ​ອອກ​ແຮງປັບປຸງ​ ແລະ ​ພັດທະນາ​ຕົນ​ເອງ​ທັງ​ມີ​ອັນ​ປະກອບສ່ວນໃຫ້​ປະເທດຊາດ​ຮັ່ງມີ​ເຂັ້ມ​ແຂງ​ຂຶ້ນ​ນັບ​ມື້.

ຕາມ​ເຮົາ​ວ່າ, ປັດຈຸບັນ​ພວກ​ເຮົາ​ໄດ້​ມີ​ພັກ ​ແລະ ​ລັດຖະບານ​​ຊີ້​ນໍາ-ນໍາພາ​ສ້າງສາ​ບ້ານ​ເມືອງ​ໂດຍ​ມີ​ແຜນ​ເປັນ​ໄລຍະໆ. ນອກຈາກ​ນັ້ນກໍ​ໄດ້ວາງ​ວິ​​ໄສ​ທັດ​ອັນ​ກວ້າງ​ໄກ​ເປັນ 5 ປີ, 10 ປີ ຫລື 20 ປີຂ້າງ​ໜ້າ. ນີ້​ຄື​ເປົ້າ​ໝາຍ ​ແລະ ​ເປັນ​ບ່ອນ​ອີງ​ບົນ​ເສັ້ນທາງ​ເດີນຂອງ​ພວກ​ເຮົາ ​ກໍ​ຄື​ຂອງ​ປະ​ເທດ​ຊາດ. ​ໃນ​ປີ 2559 ຜ່ານ​ມາ ​ຖື​ວ່າ​ພັກ​ ແລະ ລັດຖະບານ​ເຮົາ​ໄດ້​ມີ​ຜົນງານ​ອັນ​ໂດດ​​ເດັ່ນ ​ແລະ ​ສາມາດແກ້​ໄຂ​ສິ່ງ​ຄ້າງ​ຄາຫລາຍ​ດ້ານ, ພິ​ເສດສາມາດ​ປິດ​ປ່າຢ່າງ​ຊິ້ນ​ເຊີງ, ປາບ​ພວກ​ສໍ້​ລາດບັງຫລວງ, ​ຢາ​ເສບ​ຕິດ​ ​ແລະ ສາມາ​ດ​ເກັບ​ກູ້​ເອົາເງິນຈາກ​ທຸກ​ແຫລ່ງທີ່​ເປັນ​ລາຍ​ຮັບ​ຂອງ​ຊາດມາ​ເຂົ້າ​ຄັງຫລວງ​ເພື່ອ​ການ​ສ້າງສາພັດທະນາປະ​ເທດຊາດ. ສິ່ງ​ທີ່​ໄດ້​ຍົກມານີ້​ຄື​ໝາກຜົນ​ແຫ່ງ​ການ​ຊີ້​ນໍາ-ນໍາພາ​ຂອງ​ພັກ ​ແລະ ລັດຖະບານ​ໃນ​ໄລຍະ​ໜຶ່ງ​ປີ​ທີ່​ຜ່ານມາ.

​  ເຖິງ​ຢ່າງ​ໃດ​ກໍ​ດີ, ຕາມ​ເຮົາ​ວ່າ​ໃນ​ໄລຍະ​ໜຶ່ງ​ປີຜ່ານມາ​ນັ້ນ ໜັງສື​ພິມລາວ​ພັດທະ​ນາ​ພວກ​​ເຮົາທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ສັງຄົມກໍໄດ້ປະກອບສ່ວນ​ເຮັດ​ໜ້າ​ທີ່​ຂອງ​ຕົນຢ່າງ​ຕັ້ງ​ໜ້າ ​ແລະ ​ມີ​ຜົນ​ສໍາ​ເລັດຫລາຍ​ດ້ານ ຄືອັນ​ທີ​ໜຶ່ງແມ່ນ​ໄດ້​ນໍາ​ເອົາ​ບັນດາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ​ລັດຖະບານອອກ​ໂຄສະນາ​ທາງ​ໜັງສືພິມ​ ແລະ ເວັບ​ໄຊ​​ໃຫ້​ມະຫາຊົນ​ໄດ້​ຮັບ​ຮູ້ຢ່າງ​ກວ້າງ​ຂວາງ. ອັນ​ທີ​ສອງ​ແມ່ນ​ໄດ້​ນໍາ​ເອົາ​ໝາກຜົນ​ແຫ່ງ​ການຈັດຕັ້ງ​ປະຕິບັດ​ແນວທາງ​ຂອງ​ພັກ ​ບໍ່​ວ່າ​ຈະ​ເປັນຂອງ​ບຸກຄົນ, ນິຕິບຸກຄົນ, ກົມ​ກອງ​ລວມໝູ່​ ຕະຫລອດ​ຮອດ​ທ້ອງ​ຖິ່ນ​ຮາກຖານມາ​ໂຄສະນາ​ເຜີຍ​ແຜ່​​ໃຫ້​ສັງຄົມ​ຮັບ​ຮູ້ໄດ້​ເປັນ​ຢ່າງ​ດີ. ​ສະຫລຸບ​ແລ້ວໃນ​ໄລຍະ​ໜຶ່ງ​ປີຜ່ານມາ ພວກ​ເຮົາ​ຂໍ​ຢັ້ງຢືນ​ວ່າ​ມີຫລາຍ​ບົດ, ຫລາຍ​ຂ່າວ​ທີ່​ມີຫລາກຫລາຍສີສັນເນື້ອ​ຫາ​ສາລະທີ່​ເປັນ​ປະ​ໂຫຍ​ດຕໍ່​​ເພື່ອນ​ມິດຜູ້​ອ່ານທັງຫລາຍ. ສ່ວນວ່າ​ອັນ​ໃດ​ທີ່​ຍັງ​ຄ້າງ​ຄາ​ຂາດ​ຕົກ​ບົກ​ຜ່ອງນັ້ນ​ທາງ​ໜັງສືພິມ​ລາວ​ພັດທະນາ​ພວກ​ເຮົາ​ກໍ​ຈະ​ໄດ້ພະຍາຍາມ​ແກ້​ໄຂ​ ແລະ ​ເຮັດ​ໃຫ້​ຖືກໃຈ​​ຜູ້ອ່ານ​ດີ​ຂຶ້ນ​ເລື້ອຍໆ.

ອີກ​ສິ່ງ​ໜຶ່ງ​ທີ່​ໜັງສືພິມ​ລາ​ວພັດທະນາ​ລືມ​ບໍ່​ໄດ້​ນັ້ນກໍ​ແມ່ນ​ຜູ້​ສະໜັບສະໜູນ ​​ແລະ ​ບໍລິການຈັບ​ຈ່ອງ​ໜັງສືພິມ​ພວກ​ເຮົາ​ໃຫ້​ຍືນ​ຍົງ​ຄົງ​ຕົວ​ຢູ່​ໄດ້​ມາ​ຕະຫລອດ. ດັ່ງ​ພວກ​ເຮົາ​ໄດ້​ຮັບ​ຮູ້​ນໍາ​ກັນແລ້ວ​ວ່າການ​ທີ່​ຈະ​ສ້າງວາລະສານ ຫລື ​ໜັງສືພິມ​ໃດ​ໜຶ່ງ​ຂຶ້ນ​ມາ​ໄດ້ ມັນ​ຕ້ອງ​ໄດ້​ລົງທຶນ​ຢ່າງມະຫາສານ, ​ໃນ​ນີ້​ກໍ​ນັບ​ທັງ​ວັດຖຸ​ເງິນ​ຄໍາ ແລະ ຊັບ​ສິນ​ທາງ​ປັນຍາ. ​ໃນ​ໂອກາດ​ປີ​ໃໝ່ 2560 ນີ້​ ພວກ​ເຮົາ​ໃນ​ຄະນະ​ນໍາ​ຕະຫລອດ​ຮອດ​ອ້າຍ​ນ້ອງພະນັກງານ​ໜັງສືພິມ​ລາວ​ພັດທະນາ​ທຸກ​ຄົນ ຂໍ​ອວຍພອນ​ມາ​ຍັງການ​ນໍາ​ພັກ ​ແລະ ​ລັດຖະບານ​ ຈົ່ງ​ມີ​ພະ​ລາ​ນາ​ໄມ​ເຂັ້ມ​ແຂງ​ ນໍາພາ​ປະ​ເທດ​ຊາດ ​ແລະ ​ປວງ​ຊົນ​ລາວ​ກ້າວ​ສູ່​ຜົນ​ສໍາ​ເລັດ​ອັນ​ຍິ່ງ​ໃຫຍ່, ​ເປັນ​ຮົ່ມ​ໂພ​ຮົ່ມ​ໄຊ​ແກ່​ປວງ​ຊົນ​ລາວ​ທັງ​ຊາດ. ອວຍພອນ​ທຸກ​ທ່ານ​ຕະຫລອດ​ຜູ້​ອູ້ມຊູ​ຍູ້​ໜູນ​ໜັງສືພິມ​ພວກ​ເຮົາ​ຈົ່ງ​ສຸກ​ຂີ​ໃນ​ປີ​ໃໝ່​ ແລະ ​ມີ​ຜົນ​ສໍາ​ເລັດ​ໃນ​ສິ່ງ​ທີ່​ຕົນ​ປາດ​ຖະໜາ​ດ້ວຍ​ເຖີດ.

- 3 - ໜຶ່ງປີທີ່ໄດ້ຮັບໃຊ້ຊາດຮັບໃຊ້ສັງຄົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!