ປີທ່ອງທ່ຽວຢ່າເຮັດໃຫ້ກະເປົາຫ່ຽວ


ໂດຍ: ທິດກ່ຳ
ຕາມທິດກ່ຳວ່າ: ມາຮອດ ປັດ ຈຸບັນເກືອບທຸກແຂວງ ແລະ ຫລາຍເມືອງໃນທົ່ວປະເທດໄດ້ ເປີດປີທ່ອງທ່ຽວຢ່າງເປັນທາງການໄປໝົດແລ້ວ. ນອກຈາກ ນັ້ນ, ໃນແຕ່ລະແຂວງກໍມີແຜນ ການເຄື່ອນໄຫວເພື່ອສ້າງກິດ ຈະກຳ, ນັບທັງມີການກຳນົດ ສະຖານທີ່ທ່ອງທ່ຽວພະຍາຍາມ ເຮັດໃຫ້ ທ້ອງຖິ່ນຂອງຕົນມີກິດ ຈະກຳທີ່ຫລາກຫລາຍທັງໄດ້ ລາຍຮັບຢ່າງເປັນກອບເປັນກຳ ເພື່ອຕອບສະໜອງ ຄວາມຮຽກ ຮ້ອງຕ້ອງການ ແລະ ຄວາມມຸ້ງ ຫວັງດັ່ງກ່າວ, ກ່ອນອື່ນເຮົາກໍ ຕ້ອງໄດ້ຄຳນຶງເຖິງໜ້າວຽກທີ່ ຕ້ອງໄດ້ສືບຕໍ່ເຮັດ ແລະ ສ້າງບັນ ດາປັດໄຈສິ່ງເອື້ອອຳນວຍຕ່າງໆ ເພື່ອໃຫ້ການບໍລິການທ່ອງທ່ຽວມີບັນຍາກາດ ແລະ ຜົນສຳເລັດ ຕາມທິດກ່ຳຄິດ, ວຽກແຖວໜ້າ ກໍຕ້ອງເລັ່ງໃສ່ການໂຄສະນາ ຊວນເຊື່ອເພື່ອດຶງດູດໃຫ້ແຂກ ຄົນທີ່ຢູ່ພາຍໃນ ແລະ ຕ່າງປະ ເທດ ເຂົ້າມາທ່ອງທ່ຽວປະເທດ ລາວໃຫ້ຫລາຍໆ. ປັດໄຈອັນ ທີສອງ ກໍແມ່ນຂຸ້ນຂ້ຽວປັບປຸງ ຖະໜົນຫົນທາງນັບທັງແຫລ່ງທ່ອງທ່ຽວໃຫ້ເປັນທີ່ຍອມຮັບ ຂອງແຂກ ທີ່ໄດ້ໄປທ່ຽວໄປຊົມ. ສ່ວນວ່າປັດໄຈອັນທີສາມກໍ ຕ້ອງເບິ່ງໃນແງ່ການບໍລິການ ໂດຍສະເພາະແມ່ນຄວາມສົມ ດູນລະຫວ່າງແຫລ່ງທ່ອງທ່ຽວກັບການເກັບຄ່າບໍລິການ ແລະ ອັນສຸດທ້າຍກໍແມ່ນບັນຫາການ ຈຳໜ່າຍສິນຄ້າຕາມເຮົາຄິດ, ລະຫວ່າງບັນດາປັດໄຈຕ່າງໆ ທີ່ໄດ້ກ່າວມາຂ້າງເທິງນີ້, ມັນມີ ການພົວພັນ ເຊິ່ງກັນ ແລະ ກັນ ແຕ່ອັນໂຕທີ່ຫລັກໆກໍແມ່ນເຮັດ ໃຫ້ນັກທ່ອງທ່ຽວມີຄວາມເພິ່ງ ພໍໃຈ, ບໍ່ໃຫ້ເຂົາມີການຈົ່ມວ່າ ຫລື ເຂັດຫລາບ, ໄປທ່ຽວແລ້ວກໍ ຢາກໄປອີກ. ນີ້ຄືບັນຫາທີ່ຈະ ກາຍເປັນມົນສະເໜ່ທີ່ເຮົາຈະ ຕ້ອງໄດ້ຄຳນຶງເຖິງ ແລະ ພ້ອມ ກັນເຮັດໃຫ້ເປັນຮູບປະທຳ.


+ ນະຄອນຫລວງເລັ່ງປັບປຸງຂອດບໍລິການ ທ່ອງທ່ຽວເພື່ອຮອງຮັບປີທ່ອງທ່ຽວລາວ
+ ເຊກອງ ແລະ ອັດຕະປືເລັ່ງພັດທະນາ ແຫລ່ງທ່ອງທ່ຽວຕ້ອນຮັບປີທ່ອງທ່ຽວລາວ
ເທົ່າທີ່ທິດກ່ຳ ໄດ້ຕິດຕາມ, ໃນໂອກາດເປີດປີທ່ອງທ່ຽວໃນງານເທດສະການຕ່າງໆ ຢູ່ບາງ ແຂວງໃນຕົ້ນປີນີ້ເຊັ່ນ: ບຸນວັດ ພູຈຳປາສັກ, ບຸນນະມັດສະການ ພະທາດໂພ່ນແມ່ນມີຫາງສຽງ ກ່ຽວກັບຄ່າບໍລິການຜ່ານປະຕູ ແລະ ຝາກລົດເຫັນວ່າແພງເກີນ ເຫດ, ທັງມີຫລາຍຕິດຫລາຍຕໍ່ ແລະ ທັງມີລາຄາແພງວ່າຊັ້ນ ຕົວຢ່າງຢູ່ບຸນນະມັດສະການພະທາດໂພ່ນສະຫວັນນະເຂດລົດ ຜ່ານເຂົ້າຕາມເສັ້ນທາງໄປງານບຸນມີເຈົ້າໜ້າທີ່ຕາມປ້ອມຕິດສະ ຕິກເກີຝາກລົດໃຫຍ່ທັງເກັບ ເງິນ ພ້ອມ 20.000 ກີບ (ຊາວ ພັນ) ໄປອີກຊົ່ວໄລຍະໜຶ່ງພັດມີປ້ອມ ທີ 2 ຕິດສະຕິກເກີ ແລະ ເກັບເງິນ ນຳອີກ 20.000 ກີບ ເມື່ອໄປ ຮອດບ່ອນຈອດລົດກໍເກັບຄ່າ ຝາກອີກ 20.000ກີບ.
ສຳລັບລົດໃຫຍ່, ເມື່ອຖາມ ວ່າເປັນຫຍັງຈຶ່ງເກັບຫລາຍຕໍ່ ແທ້? ເຂົາຕອບວ່າມັນຂຶ້ນກັບ ຜູ້ປະມູນບັນຫາເລື່ອງການເຊົ່າສະຖານທີ່ (ບູດ) ຂາຍເຄື່ອງກໍ ມີລັກ ສະນະເໝືອນກັນ. ຍ້ອນ ມີຜູ້ປະມູນຫລາຍຕິດຫລາຍ ຕໍ່ຈຶ່ງເຮັດໃຫ້ຄ່າເຊົ່າຫ້ອງແພງ ຂຶ້ນ ແລະ ແນ່ນອນຜູ້ປະກອບ ການຈຳໜ່າຍສິນຄ້າກໍຕ້ອງຍົກ ລາຄາແພງອັນເນື່ອງມາຈາກ ຕົ້ນທຶນສູງທັງຄ່າເຊົ່າເນື້ອ ທີ່, ຄ່າໄຟຟ້າ, ຄ່ານ້ຳ, ຄ່າອານາ ໄມ, ເກັບປີ້ຕະຫລາດ ແລະ ອື່ນໆ ສົມທົບກັນ.
ສະນັ້ນ, ຕໍ່ບັນຫາດັ່ງກ່າວ ຕາມທິດກ່ຳວ່າ ໃນຂັ້ນຕໍ່ໄປ ນີ້ ເພື່ອເຮັດໃຫ້ບັນຍາກາດປີ ທ່ອງທ່ຽວ 2018 ເຕັມໄປດ້ວຍ ຄວາມປອດໄພ, ມີບັນຍາກາດ, ທັງມີມົນສະເໜ່ສົມກັບວ່າເມືອງລາວເປັນເມືອງແຫ່ງອະລິຍະ ທຳພວກເຮົາກໍຄວນໄດ້ພ້ອມກັນ ເອົາໃຈໃສ່ ແລະ ພ້ອມກັນປະ ຕິບັດບັນດາຂໍ້ກຳນົດກົດລະ ບຽບຕ່າງໆ ທີ່ພັກ ແລະ ລັດຖະ ບານວາງອອກຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ປີທ່ອງທ່ຽວກາຍເປັນປີກະເປົາຫ່ຽວ./.