ບັນຫາຄວາມບົກພ່ອງໃນການຮຽນຮູ້ຂອງເດັກ
February 9, 2018 - 11:55 AM


ເດັກທີ່ມີບັນຫາການຮຽນຮູ້ແມ່ນເດັກທິ່ມີຄວາມບົກພ່ອງໃນຂະບວນການສື່ສານ, ມັກຈະກ່ຽວຂ້ອງກັບຄວາມເຂົ້າໃຈໃນການ ເວົ້າ ແລະ ການຂຽນ ຫລື ເອີ້ນອີກຢ່າງໜຶ່ງວ່າ : Learning Disability LD ສ່ວນຫລາຍເດັກມັກຈະມີບັນຫາດັ່ງຕໍ່ໄປນີ້ :
- ເດັກຈະມີບັນຫາໃນດ້ານການອ່ານ, ການຂຽນ ແລະ ການຄິດຄຳນວນໂຕເລກ.
- ເດັກຈະມີບັນຫາທາງດ້ານພາສາ ມັກຈະມີບັນຫາທາງດ້ານການເວົ້າ ແລະ ການໃຊ້ພາສາ.
- ເດັກຈະມີຄວາມບົກພ່ອງໃນການຮັບຮູ້ ຄືການໃຊ້ປະສາດສຳຜັດເພື່ອຈ່ືຈຳ, ຈຳແນກ ຫລື ການແປຄວາມໝາຍສິ່ງຕ່າງໆ.
- ເດັກຈະມີຄວາມເຄື່ອນໄຫວທີ່ຜິດປົກກະຕິ, ແບ່ງອອກໄດ້ 3 ແບບ ກໍຄື : ເຄື່ອນໄຫວຫລາຍກ່ວາປົກກະຕິ, ເຄື່ອນໄຫວໄດ້ ໜ້ອຍ ຫລື ຊ້າກ່ວາປົກກະຕິ ລວມໄປເຖິງບໍ່ສາມາດຄວບຄຸມການເຄື່ອນໄຫວຂອງກ້າມຊີ້ນໄດ້.
- ມັກມີບັນຫາທາງສັງຄົມ ແລະ ອາລົມ ອາດເປັນການມີຄວາມຮູ້ສຶກທີ່ບໍ່ດີກັບໂຕເອງ, ບໍ່ອົດທົນ, ວິຕົກກັງວົນ, ຫົວແຂງຕໍ່ ຕ້ານສັງຄົມ, ເຮັດວຽກຊ້າ ແລະ ມີທັດສະນະຄະຕິທີ່ບໍ່ດີຕໍ່ຕົນເອງ ມັກບໍ່ມີໝູ່ຍ້ອນບໍ່ມີໃຜຢາກຄົບຫານຳ.
- ເດັກຈະມີບັນຫາຄວາມຈື່ຈຳ, ບໍ່ວ່າຈະເປັນສິ່ງທີ່ໄດ້ຍິນ ຫລື ສິ່ງທີ່ເບິ່ງເຫັນ ຈຶ່ງເຮັດໃຫ້ມີບັນຫາທາງດ້ານການເຮັດ, ການອອກຄຳສັ່ງ, ການສະກົດຄຳ ແລະ ການຈື່ຈຳສັນຍະລັກທາງຄະນິດສາດ.
- ເດັກຈະມີບັນຫາສະມາທິສັ້ນ, ມີຄວາມສົນໃຈໃນເລື່ອງໃດໆທີ່ມີໄລຍະສັ້ນ.
ການຊ່ວຍເຫລືອເດັກກຸ່ມທີ່ມີບັນຫາຄວາມບົກພ່ອງໃນການຮຽນຮູ້ແບບນີ້ຄວນຟ້າວພາໄປພົບແພດຊ່ຽວຊານສະເພາະທາງ ເພື່ອຊ່ວຍໃນການຟື້ນຟູສັກກະຍະພາບຂອງເດັກຂຶ້ນມາ ຍິ່ງພົບ ແລະ ພາໄປພັດທະນາສັກກະຍະພາບໄດ້ໄວຂຶ້ນເທົ່າໃດ ເດັກກໍຈະດີຂຶ້ນໄປໄວຫລາຍເທົ່ານັ້ນ, ການບຳບັດນັ້ນມີຫລາຍວິທີ, ການນຳເອົາດົນຕີ ແລະ ສິລະປະເຂົ້າມາຊ່ວຍກໍເປັນວິທີບຳບັດໄດ້ດີນຳ ສ່ວນຈະນຳມາໃຊ້ຫລາຍປານໃດກໍຂຶ້ນຢູ່ກັບແພດຜູ້ຊ່ຽວຊານສະເພາະທາງຈະເປັນຜູ້ແນະນຳ.