ຊົມເຊີຍປີໃໝ່ນີ້ອຸປະຕິເຫດຫລຸດລົງຍ້ອນຄວາມເປັນເຈົ້າການຮ່ວມກັນ

- kitchen vibe - ຊົມເຊີຍປີໃໝ່ນີ້ອຸປະຕິເຫດຫລຸດລົງຍ້ອນຄວາມເປັນເຈົ້າການຮ່ວມກັນ

 

ນັບແຕ່ວັນທີ 14-16 ເມສານີ້, ເຊິ່ງເປັນໄລຍະຂອງການສະເຫລີມສະຫລອງ

- 17992027 1691790511124181 7769721670756887106 n 300x225 - ຊົມເຊີຍປີໃໝ່ນີ້ອຸປະຕິເຫດຫລຸດລົງຍ້ອນຄວາມເປັນເຈົ້າການຮ່ວມກັນ
ບຸນປີໃໝ່ ລາວ ພສ 2560, ໃນທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 159 ກໍລະນີ, ຫລຸດ ລົງ 48 ກໍລະນີ, ໃນນັ້ນ, ມີຜູ້ໄດ້ຮັບບາດເຈັບ 286 ຄົນ ແລະ ຊີວິດ 22 ຄົນ, ຫລຸດລົງ 1 ຄົນຈາກປີຜ່ານມາ, ໃນນີ້ ນະຄອນຫລວງວຽງຈັນ, ມີອຸປະຕິເຫດເກີດຂຶ້ນ 32 ກໍລະນີຫລາຍກວ່າແຂວງອື່ນໆ ແລະ ມີຜູ້ເສຍຊີວິດ 5 ຄົນ, ສາເຫດສ່ວນໃຫຍ່ ແມ່ນເກີດຈາກການດື່ມແລ້ວຂັບຂີ່, ຂັບຂີ່ເກີນກຳນົດ ແລະ ອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ຊົມເຊີຍປີໃໝ່ນີ້ອຸປະຕິເຫດຫລຸດລົງຍ້ອນຄວາມເປັນເຈົ້າການຮ່ວມກັນ

ເຈົ້າໜ້າທີ່ກົມຈະລາຈອນ ໃຫ້ຮູ້ວ່າ: ໄລຍະ 3 ວັນຂອງບຸນປີໃໝ່ລາວປີນີ້, ເຈົ້າໜ້າທີ່ຕຳຫລວດຈະລາຈອນ ຮ່ວມກັບ ແຂວງຕ່າງໆ, ໄດ້ສຸມໃສ່ຕັ້ງຈຸດກວດ ຄວບຄຸມທາດເຫລົ້າ, ການຂັບຂີ່ລົດດ້ວຍຄວາມໄວ, ກວດເອກະສານຕ່າງໆ, ພ້ອມທັງລາດຕະເວນ ແລະ ຕັກເຕືອນກຸ່ມຄົນທີ່ຫລີ້ນນ້ຳຢູ່ແຄມທາງທີ່ປະຕິບັດບໍ່ຖືກລະບຽບເຮັດໃຫ້ການສັນຈອນຕິດຄັດ ແລະ ສົ່ງຜົນໃຫ້ເກີດອຸປະຕິເຫດຢູ່ຕາມເສັ້ນທາງຕ່າງໆເປັນຕົ້ນ ຖະໜົນເສດຖາທິລາດ, ເຈົ້າຟ້າງຸ່ມ ແລະ ອື່ນໆ ທັງນີ້ກໍເພື່ອສະກັດກັ້ນ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ຈະຕາມມາ, ເນັ້ນໃຫ້ນັກຂັບຂີ່ທຸກຄົນມີສະຕິລະວັງຕົວຫລາຍຂຶ້ນ, ໃນການປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ.

ໃນປີ 2016 ຜ່ານມາ, ຢູ່ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນ 5.600 ກໍລະນີ, ມີຜູ້ເສຍຊີວິດ 1.000 ກວ່າຄົນ ແລະ ບາດເຈັບຫລາຍກວ່າ 8.900 ຄົນ, ມີພາຫະນະເປ່ເພເສຍຫາຍຫລາຍກວ່າ 10.300 ຄັນ ແລະ ສະເພາະ 3 ມື້ຂອງການສະເຫລີມສະລອງປີໃໝ່ ພສ 2559 ມີອຸປະຕິເຫດເກີດຂຶ້ນ 207 ກໍລະນີ, ມີຜູ້ເສຍຊີວິດ 23 ຄົນ.

- 4 - ຊົມເຊີຍປີໃໝ່ນີ້ອຸປະຕິເຫດຫລຸດລົງຍ້ອນຄວາມເປັນເຈົ້າການຮ່ວມກັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!