ທ່ານ ທຣຳ ຢາກໃຫ້ກອງທັບອາເມລິກາ ຈັດເດີນຂະບວນທາງທະຫານ


ເດິ ວໍຊິງຕັນ ໂພດ ລາຍງານວ່າ: ປະທານາທິບໍດີ ໂດນັນ ທຣຳ ສັ່ງໃຫ້ກະຊວງປ້ອງກັນປະເທດກຽມການເດີນຂະບວນ ແລະ ການສະແດງແສນຍານຸພາບທາງທະຫານຄັ້ງຍິ່ງໃຫຍ່ໃນປີນີ້.


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 6 ກຸມພາ ໂດຍອ້າງຈາກລາຍງານຂອງໜັງສືພິມ ເດິ ວໍຊິງຕັນ ໂພດ ສະບັບວັນທີ 6 ກຸມພາ ອ້າງຂໍ້ມູນຈາກແຫລ່ງຂ່າວວົງໃນທຳນຽບຂາວວ່າ: ປະທານາທິບໍດີ ໂດນັນ ທຣຳ ກ່າວລະຫວ່າງກອງປະຊຸມໜ່ວຍງານດ້ານຄວາມໝັ້ນຄົງ ໃນວັນທີ 18 ມັງກອນຜ່ານມາ ມອບໝາຍໃຫ້ ພົນເອກ ເຈມສ໌ ແມຕທິສ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ພົນເອກ ໂຈເຊຟ ດັນຟອດ ປະທານຄະນະເສນາທິການທະຫານຮ່ວມອາເມລິກາ ວາງແຜນການຈັດເດີນຂະບວນທີ່ມີທັງການສວນສະໜາມຂອງເຈົ້າໜ້າທີ່ ແລະ ການສະແດງແສນຍານຸພາບທາງທະຫານເຊັ່ນ: ການນຳລົດຕັງເຂົ້າມາຮ່ວມໃນຂະບວນ.
JUST IN: President Trump has expressed his desire for a military parade and the Pentagon is reviewing potential dates for the event, according to the Pentagon spokesman https://t.co/3XEdJKCyor pic.twitter.com/ONXHlD6kU1
— The Situation Room (@CNNSitRoom) February 6, 2018
ຂະນະທີ່ນາງ ຊາຣາ ແຊນເດີສ ໂຄສົກທຳນຽບຂາວ ກ່າວວ່າ: ຜູ້ນຳອາເມລິກາຕ້ອງການໃຫ້ກະຊວງປ້ອງກັນປະເທດສຳຫລວດຄວາມເປັນໄປໄດ້ໃນການຈັດງານສະເຫລີມສະຫລອງໃນປີນີ້ ເພື່ອໃຫ້ຄົນອາເມລິກາໄດ້ມີໂອກາດຊື່ນຊົມຄວາມຍິ່ງໃຫຍ່ຂອງກອງທັບ ແລະ ສະແດງແສນຍານຸພາບທາງທະຫານໃຫ້ໂລກໄດ້ເຫັນ.
ເຖິງຢ່າງໃດກໍຕາມ, ກອງທັບອາເມລິກາບໍ່ເຄີຍຈັດກິດຈະກຳລັກສະນະນີ້ມາກ່ອນ ແລະ ການທີ່ກິດຈະກຳຂອງກອງທັບຝຣັ່ງໃນວັນຊາດເປັນພຽງການເດີນສວນສະໜາມ ແລະ ບໍ່ໄດ້ມີການສະແດງແສນຍານຸພາບຂອງກອງທັບແຕ່ຢ່າງໃດ ຈຶ່ງກໍ່ໃຫ້ເກີດການວິຈານວ່າຜູ້ນຳອາເມລິກາກຳລັງຊຶມຊັບແນວຄິດແບບອຳນາດນິຍົມຫລາຍຂຶ້ນ ຫລື ບໍ່. ທັງນີ້ ໜຶ່ງໃນປະເທດທີ່ຈັດຂະບວນທາງທະຫານເປັນປະຈຳຄື ສປປ ເກົາຫລີ.