ນັກເຕະທີມຊາກປານາມາ ຖືກຄົນຮ້າຍຍິງເສຍຊີວິດ
April 17, 2017 - 1:48 PM


ຮວນ ຄາລອສ ບາເລຣາ ປະທານາທິບໍດີປານາມາ ກ່າວ ໂຈມຕີຄົນຮ້າຍຜ່ານທາງທະວິດ ເຕີສ່ວນຕົວ ພ້ອມທັງປະກາດຈັບ ຄົນຜິດມາລົງໂທດໃຫ້ໄດ້ ສ່ວນ ສະມາຄົມບານເຕະປານາມາ ຖະ ແຫຼງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການຈາກໄປຢ່າງບໍ່ມີວັນກັບມາ ຂອງ ເຮນຣິເກດ ພ້ອມລະບຸວ່າ: “ຂໍໃຫ້ພະເຈົ້າຄຸມຄອງດວງວິນ ຍານຂອງເຈົ້າ”.
ເຮນຣິເກດ ເປັນນັກເຕະໃນ ສັງກັດ ອາຣາເບ ຢູນິໂຕ ທີມໃນ ລີກປານາມາ ແລະ ຫາກໍລົງຫຼິ້ນ ໃຫ້ ທີມຊາດປານາມາ ຫຼ້າສຸດສະ ເໝີກັບ ສະຫະລັດ 1-1 ໃນການ ແຂ່ງຂັນບານໂລກ 2018 ຮອບ ຄັດເລືອກເຂດຄອນຄາເຄຟ ໃນ ເດືອນມີນາຜ່ານມາ ເຊິ່ງ ປານາ ມາ ຍັງຢູ່ອັນດັບ 3 ມີຢູ່ 5 ຄະແນນ ຈາກ 4 ນັດ.