ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ

ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - 25111111 - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ
ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - kitchen vibe - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ

 

ສະບາຍດີເພື່ອນຜູ້ອ່ານ, ກໍ ນັບວ່ານັກໃຈຕໍ່ຜູ້ມີຄຳສັ່ງ ແລະ ຢາກສະກັດກັ້ນສິ່ງບໍດີບໍຈົບບໍ່ ງາມຕ່າງໆ ໃນສັງຄົມ, ແຕ່ກໍຈົນ ຕາແຈໃນເມື່ອຜູ້ອື່ນບໍ່ໃຫ້ການ ຮ່ວມມືນຳ, ກໍດັ່ງຄຳສັ່ງເດັດຂາດ ໃຫ້ເລີກຮືຮ້ານກິນດື່ມບັນເທີງ ຕ່າງໆ ຢູ່ໃກ້ສະຖາບັນການສຶກ ສາໃຫ້ໝົດໄປ, ແຕ່ເຖິງແມ່ນວ່າ ລັດຖະບານຈະມີຄຳສັ່ງເດັດຂາດ ຕໍ່ການເລີກຮື້ຮ້ານກິນດື່ມບັນເທີງ ຢູ່ໃກ້ສະຖາບັນການສຶກສາໃນ ວົງລັດສະໝີ 500 ແມັດມາເປັນ ເວລາຫຼາຍເດືອນແລ້ວແຕ່ກໍ່ຍັງ ເຫັນມີຫຼາຍຮ້ານເປີດໃຫ້ບໍລິການ ຢູ່.ພະແນກຖະແຫຼງຂ່າວ, ວັດທະ ນະທຳແລະທ່ອງທ່ຽວນະຄອນ ຫຼວງຊີ້ແຈງມີຫຼາຍກໍລະນີເປັນ ເຫດຜົນບໍ່ສາມາດຮື້ຖອນໄດ້.

ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - Visit Laos Visit SALANA BOUTIQUE HOTEL - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ

ການແກ້ໄຂເລີກຮື້ ບັນດາ ຮ້ານກິນດື່ມ – ບັນເທີງຕ່າງໆ ຍັງເປັນປິດສະຫນາຄາໃຈຫຼາຍ ຄົນວ່າເປັນຫຍັງກະຊວງສຶກສາທິການ ແລະ ກິລາ ໄດ້ອອກຄຳ ສັ່ງເດັດຂາດຫາກຕັ້ງຢູ່ໃກ້ສະຖາ ບັນການສຶກສາໃນ ວົງລັດສະໝີ 500 ແມັດ ແມ່ນໃຫ້ເລີກຮື້. ຜ່ານ ມາຫຼາຍເດືອນແລ້ວການສະກັດກັ້ນແກ້ໄຂສິ່ງຫຍໍ້ທໍ້ນີ້ຍັງບໍ່ມີປະ ສິດທິຜົນເທົ່າທີ່ຄວນ, ຫລາຍ ບ່ອນຍັງບໍ່ສາມາດເລີກຮື້ໄດ້ ແລະ ສືບຕໍ່ ເປັນໄພຂົ່ມຂູ່ຕໍ່ນັກຮຽນນັກ ສຶກສາໃນບໍລິເວນໃກ້ຄຽງນັ້ນ.

ທ່ານ ຄໍາປະດິດ ເຂັມມານິດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນກ່າວວ່າ:ຕໍ່ ບັນຫາດັ່ງກ່າວກໍ່ໄດ້ມີການແຕ່ງຕັ້ງ ຄະນະສະເພາະກິດຂັ້ນນະ ຄອນຫຼວງ ແລະ ເມືອງລົ່ງໄກ່ ເກ່ຍສຶກສາອົບຮົມແລະຕຽມ ປິດບັນດາຮ້ານທີ່ມີການລະເມີດ ເຊັ່ນ: ເປີດຮ້ານກາຍເວລາທີ່ທາງ ການກໍານົດ, ການປ່ອຍໃຫ້ຜູ້ ມີອາຍຸຕໍ່າກ່ວາ 18 ປີເຂົ້າໃຊ້ບໍ ລິການ, ການໃຊ້ສຽງດັງເກີນ ຂອບເຂດ,ຮ້ານບໍລິການໂສເພນີຕ່າງໆ.ສ່ວນຮ້ານກິນດື່ມບັນເທີງ ໃກ້ສະຖາບັນການສຶກສາແມ່ນ ໄດ້ນໍາເອົາເນື້ອໃນຄຳສັ່ງດັ່ງກ່າວ ລົງໄປເຜີຍແຜ່ ແລະ ໄດ້ມີການ ຮື້ຖອນໄປຫລາຍຮ້ານ ແລະ ມີ ບາງຮ້ານບໍ່ທັນສາມາດຮື້ໄດ້ ຍ້ອນອີງໃສ່ສັນຍາເຊົ່າຫຼືສໍາ ປະທານຍັງຫຼາຍປີມີການລົງ ທຶນຫຼາຍ ຈິ່ງໂຍະຍານໃຫ້ໝົດ ກຳນົດເວລາແລ້ວຈຶ່ງຍົກຍ້າຍ ອອກ, ແຕ່ຕ້ອງໃຫ້ເຂັ້ມງວດຕໍ່ ລະບຽບກົດໝາຍ.

ປັດຈຸບັນ,ສະຖາບັນການ ສຶກສາ ປາກປາສັກ, ດົງຄຳຊ້າງ, ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນມັດທະຍົມດອນໜູນ ແລະບ່ອນອື່ນໆຍັງປະກົດເຫັນ ມີຮ້ານກິນດີ່ມ-ບັນເທີງຕັ້ງຢູ່ໃກ້, ເພາະບັນດາຮ້ານກິນດື່ມ-ບັນເທີງ ສ່ວນຫລາຍຈະເປັນບ່ອນມົ້ວສຸມ ສິ່ງມຶນເມົາ,ໄພສັງຄົມອື່ນໆ ຕາມ ມາ, ທັງດຶງດູດນັກຮຽນນັກສຶກ ສາ, ຜູ້ເປັນໄວໜຸ່ມໄປໃນ ທາງ ທີ່ບໍ່ດີ, ຕິດການຫລິ້ນກິນຟຸມ ເຟືອຍ, ປະລະການສຶກສາຮ່ຳ ຮຽນໄປກະທຳໃນທາງທີ່ບໍ່ດີ ຕ່າງໆຕາມມາ./.

 

+ ກະຊວງສຶກສາຈະເດັດຂາດເລີກຮື້ຮ້ານກິນດື່ມບັນເທີງຢູ່ໃກ້ສະຖາບັນການສຶກສາໃນວົງລັດສະໝີ 500 ແມັດ

+ ບັນຫາໄພສັງຄົມຕ້ອງເລັ່ງສະກັດກັ້ນ

ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - 25111111 - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ
(ພາບປະກອບ)

ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - 4 - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!