ສິນນະລອນ ສີຫາລາດ ຍ້າຍຮ່ວມທີມເກົ່າ ສະໂມສອນ ປກສ ເອັຟຊີ


ທ້າວ ສິນນະລອນ ສີຫາລາດ ອາຍຸ 24 ປີ ກອງຫລັງຈາກ ສະໂມສອນ ມຊ ເອັຟຊີ ທີມອັນດັບ 3 ລາວພຣີເມຍລີກ 2017 ຍ້າຍຮ່ວມທີມເກົ່າ ສະໂມສອນ ປກສ ເອັຟຊີ ເພື່ອເສີມຄວາມແຂງແກ່ນໃຫ້ກັບ ສະໂມສອນ ກຽມພ້ອມເຂົ້າຮ່ວມແຂ່ງຂັນບານເຕະລາວພຣີເມຍລີກ 2018 ທີ່ຈະເລີ່ມແຂ່ງຂັນໃນວັນທີ 24 ກຸມພານີ້.
ສຳລັບທ້າວ ສິນນະລອນ ສີຫາລາດ ແມ່ນເຄີຍຫລິ້ນໃຫ້ກັບ ສະໂມສອນ ປກສ ເອັຟຊີ,ສະໂມສອນ ລາວໂຕໂຢຕາ ເອັຟຊີ, ສະໂມສອນ ໄຟຟ້າລາວ ເອັຟຊີ ແລະ ສະໂມສອນ ມຊ ເອັຟຊີ.
ສ່ວນຜົນງານລະດັບທີມຊາດລາວເຄີຍຕິດທີມຊາດລາວ ຊຸດຊີເກມ ສິງກະໂປ 2015. ນອກຈາກນັ້ນແລ້ວ ສະໂມສອນ ປກສ ເອັຟຊີ ຍັງໄດ້ເສີມຕົວຜູ້ຫລິ້ນຫລາຍຄົນປະກອບມີ: ທ້າວ ສຸວັນນະຫົງ ສີປະເສີດ ຈາກສະໂມສອນ ມຊ ເອັຟຊີ, ທ້າວ ຄຳຫລ້າ ວົງຄຳແດງ, ທ້າວ ກິຕ້ອມ ແຫວນວົງສົດ, ແລະ ທ້າວ ເຕ່ ພິມມະທອງ.
ການແຂ່ງຂັນ ລາວພຣີເມຍລີກ 2018 ມີ ທີມເຂົ້າຮ່ວມທັງຫມົດ 8 ທີມ ປະກອບມີ: ສະໂມສອນ ລາວໂຕໂຢຕາ ເອັຟຊີ (LAO TOYOTA FC), ສະໂມສອນ ປກສ ເອັຟຊີ (LAO POLICE FC), ສະໂມສອນ ດີເຄ ເອັຟຊີ (DK FC), ສະໂມສອນ ສະຫວັນ ຢູໄນເຕັດ (SAVAN UNITED), ສະໂມສອນ ຊ້າງນ້ອຍ ເອັຟຊີ (YOUNG ELEPHANT FC), ສະໂມສອນ ກອງທັບ ເອັຟຊີ (LAO ARMY FC), ສະໂມສອນ ມາສເຕີ ເຊເວັນ ເອັຟຊີ (MASTER 7 FC), ສະໂມສອນ ຫລວງພະບາງ ຢູໄນເຕັດ (LUANGPRABANG UNITED).
ຕາຕະລາງການແຂ່ງຂັນ ລາວພຣີເມຍລີກ 2018 ອາທິດທີ 1 ວັນທີ 24 ກຸມພາ ມີ 2 ຄູ່ຄື: ເວລາ 15:30 ໂມງ ສະໂມສອນ ປກສ ເອັຟຊີ ພົບ ສະໂມສອນ ສະຫວັນ ຢູໄນເຕັດ ແຂ່ງຂັນຢູ່ທີ່ສະ ໜາມກິລາແຫ່ງຊາດຫລັກ 16, ເວລາ 18:00 ໂມງ ສະໂມສອນ ລາວໂຕໂຢຕາ ເອັຟຊີ ພົບ ສະໂມສອນ ກອງທັບ ເອັຟຊີ ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດຫລັກ 16. ສ່ວນວັນທີ 25 ກຸມພາ ເວລາ 17:00 ໂມງສະໂມສອນ ມາສເຕີ ເຊເວັນ ເອັຟຊີ ພົບ ສະໂມສອນ ຊ້າງນ້ອຍ ເອັຟຊີ ແຂ່ງຂັນຢູ່ທີ່ສະໜາມກິລາ ມຊ; ເວລາ 17:00 ໂມງ ສະໂມສອນ ດີເຄ ເອັຟຊີ ພົບ ສະໂມສອນ ຫລວງພະບາງ ຢູໄນເຕັດ ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດຫລັກ 16.