ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ

ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ - Laos Vietnam - ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ
ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ - kitchen vibe - ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ​ ຟຸກ ​ໄດ້​ຮ່ວມ​ເປັນ​ປະທານ​ຊີ້​ນຳ​ກອງ​ປະຊຸມ​ຄັ້ງ​ທີ 40 ຂອງ​ຄະນະ​ກຳມະການ​ທະວິ​ພາຄີລະຫວ່າງ​ລັດຖະບານ​ແຫ່ງ ສປປ ລາວ ​ແລະ ສສ ຫວຽດນາມປະຈຳ​ປີ 2018 ຢູ່​ທີ່ນະຄອນຫລວງວຽງຈັນ, ໃນ​ວັນ​ທີ 5 ກຸມພານີ້, ເພື່ອ​ຮ່ວມ​ກັນ​ຕີ​ລາຄາ​ຜົນ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ບົດ​ບັນທຶກ​ກອງ​ປະຊຸມຄັ້ງ​ທີ 39 ກໍ​ຄື​ຂໍ້​ຕົກລົງ​ວ່າ​ດ້ວຍ​ແຜນການ​ຮ່ວມ​ມືປະຈຳ​ປີ 2017 ​ແລະ ພ້ອມ​ກັນ​ປຶກສາ​ຫາລືກ່ຽວ​ກັບ​ທິດ​ທາງ​ການຮ່ວມ​ມື​ໃນ​ປີ 2018.

ທ່ານນາຍົກລັດຖະມົນຕີຂອງສອງປະ​ເທດ​ໄດ້​ຕີ​ລາຄາ​ສູງຕໍ່​ບັນດາ​ຜົນສຳ​ເລັດ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ຮ່ວມ​ມືໃນ​ປີ 2017 ຄື: ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ຈັດ​ຕັ້ງ​ປະຕິບັດ​ຫລາຍ​ກິດຈະກຳ​ໃນ​ການສະ​ເຫລີ​ມສະຫລອງ​ປີ​ສາມັກຄີ​ມິດຕະພາບ ​ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນການ​ທູດຄົບຮອບ 55 ປີ ​ແລະ​ ວັນ​ເຊັນ​ສົນທິສັນຍາປີ​ສາມັກຄີ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານຄົບຮອບ 40​ ປີ​ ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ. ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດປ້ອງ​ກັນຊາ​ດ, ປ້ອງ​ກັນຄວາມ​ສະຫງົບສືບ​ຕໍ່​ມີ​ສະຖຽນ​ລະ​ພາບ, ສ້າງ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ສະໜັບສະໜູນໃຫ້​ຄຳ​ປຶກສາ​ໃນ​ຂອບ​ປະຊາ​ຄົມ​ອາ​ຊຽນ, ​ເວທີ​ພົບ​ປະ​ຫລາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ, ມູນ​ຄ່າ​ການ​ຄ້າ​ຂອງ​ສອງ​ປະ​ເທດບັນລຸ​ໄດ້ 936,8 ລ້ານ​ໂດ​ລາສະຫະລັດ, ​ເພີ່ມ​ຂຶ້ນ 13,6% ​ເຊິ່ງລື່ນ​ຄາດໝາຍ​ທີ່​ສອງ​ຝ່າຍ​ໄດ້​ກຳນົດ​ໄວ້ ​ແລະ ​ໃນ​ປີ​ນີ້ກໍວາງ​ຄາດໝາຍ​ສູ້​ຊົນ ​ເພີ່ມ​ຂຶ້ນ 10% ຂຶ້ນ​ໄປ, ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່ລາວມາ​ຮອດ​ປັດຈຸບັນມີ​ມູນ​ຄ່າ​ທັງໝົດ 3,7 ຕື້​ໂດ​ລາສະຫະລັດ, ​ຈັດ​ຢູ່​ໃນ​ອັນ​ດັບ​ແຖວ​ໜ້າ​ໃນ​ບັນດາ​ປະ​ເທດທີ່​ເຂົ້າ​ມາ​ລົງທຶນ​ໃນ​ລາວ, ສິ່ງ​ທີ່​ໜ້າ​ຍິນ​ດີ​ແມ່ນ​ເຂື່ອນ​ໄຟຟ້າ​ເຊ​ຂະ​ໝານ 1 ​ໄດ້​ດຳ​ເນີນ​ການ​ຜະລິດກະ​ແສ​ໄຟຟ້າ ແລະ ຂາຍໄປ​ຫວຽດນາມ, ສາມາດສ້າງ​ລາຍ​ຮັບ​ເຂົ້າ​ງົບປະມານຂອງລາວ ​ແລະ ​ຫວຽດນາມ ເປັນຈໍານວນບໍ່ໜ້ອຍ ແລະ ​ໄດ້​ສືບ​ຕໍ່ຊ່ວຍ​ທຶນ​ກໍ່ສ້າງພະນັກງານ ​ແລະ ນັກຮຽນ-ນັກ​ສຶກສາລາ​ວໄປ​ຮຽນ​ຢູ່​ຫວຽດນາມ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ, ສະ​ເພາະ​ປີ 2018 ມີເຖິງ 1.266 ທຶນ.

ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ
ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ

ຜົນສຳ​ເລັດຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້, ​ເປັນ​ການ​ປະກອບສ່ວນທີ່​ສຳຄັນໃນ​ການ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອຄວາມ​ສາມັກຄີ​ພິເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດລາວ ​ແລະ ຫວຽດນາມ​ໃຫ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ໂອກາດ​ດຽວ​ກັນ​ນີ້, ທ່ານ​ນາຍົກລັດຖະມົນຕີລາວ ​ແລະ ຫວຽດນາມ ​ໄດ້​ເປັນ​ສັກຂີ​ພິຍານມອບ​ໃບ​ຍ້ອງຍໍ​ໃຫ້​ແກ່​ບຸກຄົນ, ກົມ​ກອງ​ລວມໝູ່ທີ່​ມີ​ຜົນງານ​ດີເດັ່ນໃນໄລຍະ​ປີ 2017 ຂອງ​ຄະນະກຳມະການຮ່ວມມືລາວ ແລະ ຫວຽດນາມ, ເຊັນບົດບັນທຶກກອງປະຊຸມຄັ້ງທີ 40, ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື, ລົງທຶນຂອງສອງຝ່າຍລວມທັງໝົດ 12 ສະບັບ. ໃນນັ້ນ, ອັນສຳຄັນໄດ້ລົງນາມສັນຍາວ່າດ້ວຍການຮ່ວມລົງທຶນເພື່ອພັດທະນາທ່າເຮືອຫວຸ້ງອ່າງ 1-2 ແລະ 3 ເປັນທ່າເຮືອສາກົນລາວ-ຫວຽດນາມ.

 

 

ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ - 5 - ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ
ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ - 3 - ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ
ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ - 4 - ຜົນສຳ​ເລັດ​ກອງ​ປະຊຸມ​ຄັ້ງ​ທີ 40 ​ຄະນະ​ກຳ​ມະ​ການ​ຮ່ວມມືລະຫວ່າງລັດຖະບານລາວ ແລະ ຫວຽດນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!