ເກີດເຫດເດັກນ້ອຍຈົມນ້ຳເສຍຊີວິດ 3 ຄົນ ຢູ່ແຂວງຈຳປາສັກ
February 4, 2018 - 4:58 PM


ແຫລ່ງຂ່າວແຂວງຈຳປາສັກ ໃຫ້ຮູ້ວ່າ: ເມື່ອທ້າຍອາທິດຜ່ານມານີ້, ໄດ້ເກີດເຫດເດັກນ້ອຍຢູ່ບ້ານຫ້ວຍເງີນໃຕ້, ເມືອງ ແລະ ແຂວງຈຳປາສັກ ຈົມນ້ຳເສຍຊີວິດ 3 ຄົນ, ພາຍຫລັງທີ່ລົງອາບນ້ຳຢູ່ເຂດບ້ານດັ່ງກ່າວ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ເດັກນ້ອຍທັງສາມແມ່ນເປັນເພດຍິງອາຍຸ 6 ປີ, ເຊິ່ງກ່ອນເກີດເຫດແມ່ນໄດ້ພາກັນໄປເກັບໝາກຖົ່ວດິນນຳແມ່ເຖົ້າຢູ່ດອນບ້ານຫ້ວຍເງີນໃຕ້ ແລະ ໄດ້ລົງຫລີ້ນນໍ້າ ແຕ່ຍ້ອນກະແສນ້ຳພັດແຮງເຮັດໃຫ້ເດັກນ້ອຍທັງສາມ ບໍ່ສາມາດລອຍນໍ້າໄດ້ຈຶ່ງຈົມນ້ຳເສຍຊີວິດ ແລະ ຊາວບ້ານໄດ້ຊ່ວຍກັນຊອກຫາສົບຂອງເດັກທັງສາມມາທໍາພິທີທາງສາດສະໜາໄດ້ແລ້ວ.