ຮັກຊາດ ແລະ ພັດທະນາ


ໂດຍ: ທ່ຽງທຳ
ສະບາຍດີເພື່ອນຜູ້ອ່ານທີ່ ຮັກແພງທັງຫລາຍ, ພາຍຫລັງ ໜັງສືພິມລາວພັດທະນາພວກ ເຮົາໄດ້ລົງຂ່າວສັນລະເສີນ ຄວາມເກັ່ງຂອງນັກກິລາ U23 ສສ ຫວຽດນາມ, ທີ່ສາມາດ ເອົາຊະນະ U23 ກາຕາດ້ວຍ ການຍິງຈຸດໂທດ ແລະ ສາມາດ ເຂົ້າໄປ ຊີງຊະນະເລີດໃນລາຍການ.
ເຊິ່ງເປັນການແຂ່ງຂັນລະ ດັບໃຫຍ່ຂອງກິລາບານເຕະທະ ວີບອາຊີ ແລະ ໄດ້ມີເພື່ອນຜູ້ອ່ານ ນັບຫລາຍຮ້ອຍຄົນໄດ້ມີຄຳເຫັນ ສະແດງທັດສະນະຂອງຕົນ ອອກມາຕໍ່ຜູ້ໄດ້ຮັບ ໄຊຊະນະດັ່ງກ່າວ, ໂດຍສ່ວນໃຫຍ່ຈະເນັ້ນ ວ່າເຂົາເຈົ້າເປັນນັກກິລາທີ່ຮູ້ ຮັກ ຊາດຢ່າງແທ້ຈິງ ແລະ ຮູ້ພັດ ທະນາຕົນເອງຢ່າງບໍ່ຮູ້ອິດຮູ້ ເມື່ອຍເພື່ອຄວາມກ້າວໜ້າ ແລະ ແຂງແກ່ນສາມາດເອົາຊະນະຄູ ຕໍ່ສູ້ໄດ້ຢ່າງພິລະອາດຫານ ແລະ ບາງຄຳເຫັນຍັງໄດ້ມາປຽບ ທຽບກັບນັກກິລາບ້ານເຮົາ, ເຊິ່ງ ຂໍແຂ່ງຂັນຮັກຊາດ ແລະ ພັດ ທະນາກໍມີຢູ່ແຕ່ພັດໄປເຫັນ ແຕ່ ຕົນເອງ, ເຮັດຫຍັງກໍເພື່ອຜົນປະ ໂຫຍດຕົນເອງຈົນເປັນເລື່ອງ ເປັນລາວກັນຫລາຍບັນຫາ, ເຊິ່ງ ບໍ່ພຽງແຕ່ບໍ່ສາມາດສ້າງຊື່ ສຽງມາໃຫ້ຊາດແຕ່ຍັງເຮັດໃຫ້ ຊາດເສຍບົດບາດນຳ, ຟັງແລ້ວ ກໍຈັ່ງແມ່ນຖືກ ແລະ ຕາມທັດສະ ນະຂອງຫລາຍຄົນຍັງໄດ້ເວົ້າ ລາມໄປຂະແໜງການ ແລະ ຜູ້ ປະກອບການຕ່າງໆ ໃນບ້ານ ເຮົາເມືອງເຮົາສ່ວນຫລາຍກໍຍັງຂາດນ້ຳໃຈຮັກ ຊາດ. ເຊິ່ງສະ ແດງອອກໃຫ້ເຫັນວ່າ: “ ເຮັດ ອັນໃດກໍກິນອັນນັ້ນ” ໂດຍບໍ່ຄຳ ນຶງເຖິງຊາດ, ຜູ້ເຮັດເສັ້ນທາງກໍ ຍາດກິນຍາດເອົາຈົນເຮັດໃຫ້ ການກໍ່ສ້າງເສັ້ນທາງດັ່ງກ່າວ, ບໍ່ມີຄຸນນະ ພາບ, ເປເພໄວລັດເສຍ ເງິນເສຍຄຳໄປຢ່າງມະຫາສານ ຫລື ຜູ້ເຮັດວຽກຢູ່ໃນຂົງເຂດມີ ເງິນ, ມີຄຳແດ່ກໍຍິ່ງບໍ່ເວົ້າ, ຈົນ ລັດຖະບານກໍເກືອບຈະບໍ່ມີລາຍ ຮັບມາຈ່າຍເງິນເດືອນ ກັນ, ງົບ ປະມານຮົ່ວໄຫລ, ກວດບ່ອນໃດ ກໍມີໜີ້ມີສິນຢ່າງຂາດຄວາມຮັບ ຜິດຊອບບໍ່ຄຳນຶງເຖິງຊາດ ບ້ານ ເມືອງ, ຈາກຈຸດນີ້ຈິ່ງເຮັດໃຫ້ ພວກເຮົາຂາດຄົນເກັ່ງຍ້ອນບໍ່ ໄດ້ເອົາໃຈໃສ່ແຂ່ງຂັນຮັກຊາດ ແລະ ພັດທະນານັ້ນເອງ.
+ ເມືອງຮົ່ມເປີດຂະບວນການ ແຂ່ງຂັນກິລາຊາວໜຸ່ມ-ໄວໜຸ່ມ
+ ສີໂຄດຕະບອງສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ



