ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບລາງວັນ​ໃຫ້​ຜູ້​ໂຊກ​ດີ

ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບລາງວັນ​ໃຫ້​ຜູ້​ໂຊກ​ດີ - CRI - ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບລາງວັນ​ໃຫ້​ຜູ້​ໂຊກ​ດີ
ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບລາງວັນ​ໃຫ້​ຜູ້​ໂຊກ​ດີ - kitchen vibe - ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບລາງວັນ​ໃຫ້​ຜູ້​ໂຊກ​ດີ

ວັນທີ 1 ກຸມພານີ້, ວິທະຍຸສາກົນແຫ່ງປະເທດຈີນປະຈໍາລາວໄດ້ຈັດພິທີມອບລາງວັນໃຫ້ຜູ້ຟັງ CRI FM 93 MHz ທີ່ໂຊກດີຈາກກິດຈະກຳ “ ຮູ້ຮອບໂລກຊິງໂຊກ 3 ຊັ້ນປີ 2017 ” ໂດຍການ​ເຂົ້າ​ຮວ່ມຂອງທ່ານນາງ ສຸດທິດາ ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ​ແລະ ທ່ານນາງ ອໍາພອນ ລໍວັນໄຊ ຮອງຫົວໜ້າພະແນກການຕະຫລາດ DTH ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ.

ຫົວໜ້າວິທະຍຸດັ່ງກ່າວ ໃຫ້ຮູ້ວ່າ: ກິດຈະກໍາ “ຮູ້ຮອບໂລກຊິງໂຊກ 3 ຊັ້ນ” ​ໄດ້​ຈັດ​ຂຶ້ນມາ​ແລ້ວ 4 ຄັ້ງຄື: ໃນປີ 2012, 2013, ປີ 2016 ແລະ ປີ 2017. ສໍາລັບກິດຈະກໍາ​ແມ່ນ​ການ​ເອົາຂໍ້ຄວາມສັ້ນທີ່ສົ່ງເຂົ້າມາຜ່ານ 3 ເຄືອຂ່າຍໂທລະສັບ ເພື່ອຕອບຄຳຖາມຊິງລາງວັນທັງໝົດ 11 ລາງວັນ, ​ໃນ​ນັ້ນ​ລາງວັນ​ທີ 1 ໄດ້ຮັບສາຍຄໍາໜັກ 2 ບາດ, ໂດຍແມ່ນທ່ານ ບຸນຫລາຍ ຫວັງປະເສີດ ​ແລະ ລາງວັນ​ອື່ນໆ ລວມມູນ​ຄ່າ​ກວ່າ 20 ລ້ານ​ກີບ ​ແລະ ໃນປີ 2018 ນີ້, ວິທະຍຸ​ດັ່ງກ່າວຍັງຈະສືບຕໍ່ມອບລາງວັນໃຫ້ແກ່ຜູ້ຟັງອີກ, ຊຶ່ງ​ພຽງແຕ່ຟັງວິທະຍຸ CRI FM 93.0 MHz ​ແລ້ວສາມາດເຂົ້າຮ່ວມກິດຈະກຳໄດ້ໂດຍການສົ່ງຂໍ້ຄວາມສັ້ນເຂົ້າມາຕອບຄຳຖາມຜ່ານລະບົບຂໍ້ຄວາມສັ້ນ 3 ເຄືອຂ່າຍຄື: 2930, 5930, 7930 ໃຊ້ເບີຫລັກໃດແລ້ວສົ່ງຄຳຕອບເຂົ້າທີ່ໝາຍເລກດັ່ງກ່າວ. ເບີໃດຕອບຖືກຕ້ອງທີ່ສຸດສົ່ງຄຳຕອບເຂົ້າມາຫລາຍຄັ້ງທີ່ສຸດຈະຖືກຄັດເລືອກເປັນຜູ້ໂຊກດີປະຈຳອາທິດທີ່ໄດ້ຮັບເສື້ອຍືດ ແລະ ວາລະສານພາເພີນ, ມີ 5 ລາງວັນ(ໂຊກຊັ້ນທີ 1), ຫລັງຈາກນັ້ນ, ລວມຍອດໄປເປັນປະຈຳເດືອນກໍ​ຈະໄດ້ຮັບແອກາດ ແລະ ເຄື່ອງກອງນໍ້າ ເດືອນລະ 2 ລາງວັນ (ໂຊກຊັ້ນທີ 2) ແລະ ລວມຍອດໄປເປັນໂຊກໃຫຍ່ທີ່​ຈະ​ມີ​ຂຶ້ນ​ໃນທ້າຍປີ 2018 ນີ້.

ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບລາງວັນ​ໃຫ້​ຜູ້​ໂຊກ​ດີ - Visit Laos Visit SALANA BOUTIQUE HOTEL - ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບລາງວັນ​ໃຫ້​ຜູ້​ໂຊກ​ດີ
ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບລາງວັນ​ໃຫ້​ຜູ້​ໂຊກ​ດີ - 5 - ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບລາງວັນ​ໃຫ້​ຜູ້​ໂຊກ​ດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!