ຫລວງພະບາງໃນເທດສະການປີໃໝ່

- kitchen vibe - ຫລວງພະບາງໃນເທດສະການປີໃໝ່

- V12 300x200 - ຫລວງພະບາງໃນເທດສະການປີໃໝ່

ໂອກາດທີ່ຈະເຫັນໄດ້ຄວາມເປັນເອກະລັກຂອງເມືອງຫຼວງພະບາງທີ່ແທ້ຈິງກໍຄືໃນເທດສະການປີໃໝ່ລາວນີ້. ໂດຍຜ່ານສະຖານ ທີ່ສຳຄັນ ຕ່າງໆຄື:

- Visit Laos Visit SALANA BOUTIQUE HOTEL - ຫລວງພະບາງໃນເທດສະການປີໃໝ່

– ວັດຊຽງທອງ ເປັນວັດທີ່ ເກົ່າສ້າງຂຶ້ນໃນລະຫວ່າງປີ ຄສ 1559-1560 ໃນສະໄໝເຈົ້າ ໄຊ ຍະ ເຊດຖາທິຣາຊ ເຊິ່ງຕັ້ງຢູ່ຢ່າງ ສະຫງ່າຜ່າເຜີຍລຽບແຄມແມ່ ນໍ້າຂອງເຂດບ້ານຊຽງທອງ ໃຈ ກາງເມືອງຫຼວງພະບາງ. ວັດຊຽງ ທອງເປັນວັດທີ່ມີສະຖາປັດຕະ ຍະກໍາອັນເກົ່າແກ່ ແລະ ການຕົບ ແຕ່ງດ້ວຍຮູບແບບຊັງລາວ ເປັນອາຄານ ຕໍ່າທີ່ມີຫຼັງຄາ 3 ຊັ້ນ, ບານ ປະຕູຖືກແກະສະຫຼັກດ້ວຍລວດ ລາຍທີ່ສວຍສົດງົດງາມ. ນອກຈາກນັ້ນ, ກໍຍັງມີຮູບພາບວິຖີການ ດໍາລົງຊີວິດຂອງປະຊາຊົນທີ່ເຮັດດ້ວຍແກ້ວຫຼາກຫຼາຍສີຕິດຕໍ່ກັນ, ສ່ວນຢູ່ດ້ານນອກ ຍັງມີໂຮງເກັບມ້ຽນພະໂກດ, ພະລາຊະລົດ ແລະ ລາຊະຍາດຂອງເຈົ້າສີສະຫວ່າງວັດທະນາ ເຊິ່ງເພິ່ນໄດ້ເປີດໃຫ້ນັກ ທ່ອງທ່ຽວເຂົ້າທ່ຽວຊົມທຸກໆມື້ນັບແຕ່ເວລາ 8:00-17:00ໂມງ.

– ວັດວິຊຸນ ຕັ້ງຢູ່ເຂດ ບ້

- V 300x217 - ຫລວງພະບາງໃນເທດສະການປີໃໝ່
ານ ວິຊຸນ ເມືອງຫຼວງພະບາງເປັນວັດທີ່ເກົ່າແກ່ສ້າງຂຶ້ນໃນປີຄສ 1503 ໂດຍເຈົ້າວິຊຸນນະຣາຊ ກະ ສັດຜູ້ປົກຄອງເມືອງຫຼວງໃນສະ ໄໝນັ້ນ. ວັດວິຊຸນມີຄວາມແຕກຕ່າງ ຈາກວັດວາອາຣາມທົ່ວໆໄປທັງຮູບຊົງຫຼັງຄາ ແລະ ການໃສ່ ສີ ພື້ນ. ຢູ່ພາຍໃນວັດມີທາດທີ່ມີລັກສະນະ ພິເສດຄ້າຍຄືໝາກໂມຜ່າ ເຄິ່ງ, ຊາວເມືອງທັງຫຼາຍຈຶ່ງພາກັນເອີ້ນວ່າທາດໝາກໂມ. ໃນປີ 1942 ວັດວິຊຸນແຫ່ງນີ້ໄດ້ຖືກຈັດໃຫ້ເປັນພິພິທະພັນທາງພຸດ ທະສາດສະໜາ ແລະ ສິລະປະ, ມາຮອດປັດຈຸບັນເພິ່ນ ໄດ້ຍ້າຍໄປຈັດຢູ່ທີ່ຫໍຄໍາແລ້ວ(ພະຣາຊະວັງ ເກົ່າ) ແລະ ນອກຈາກນັ້ນ, ວັດວິ ຊຸນຍັງເຄີຍເປັນບ່ອນປະດິິດສະ ຖານຂອງພະບາງອີກດ້ວຍ.

– ຫໍພິພິທະພັນຫຼວງພະບາງ (ພະຣາຊະວັງເກົ່າ) ຕັ້ງຢູ່ບ້ານຈູມ ຄ້ອງໃຈ ກາງເມືອງຫຼວງພະບາງ ເຊິ່ງເມື່ອກ່ອນ ເປັນພະຣາຊະວັງ ເກົ່າຂອງອະດີດເຈົ້າຊີວິດຣາຊະ ອານາຈັກລາວ ໄດ້ ສ້າງຂຶ້ນໃນປີ 1904 ແລະ ຕໍ່ມາໄດ້ຮັບການ ຕໍ່ເຕີມຍອດຂອງຜາສາດໃນປີ 1930. ປັດຈຸບັນ, ພະຣາຊະວັງ ດັ່ງ ກ່າວໄດ້ຖືກປັບປຸງ, ບູລະນະ ແລະ ຖືກນໍາ ໃຊ້ເປັນຫໍພິພິທະພັນລະດັບຊາດ ໂດຍເປັນສະຖານທີ່ວາງ ສະແດງວັດຖຸພັນທີ່ມີຄ່າ ໃນຣາຊະການຕ່າງໆ ພ້ອມທັງ ເປັນບ່ອນປະດິດສະຖານຂອງພະ ບາງອົງສັກສິດ ແລະ ເປັນມິ່ງຂວັນ ຂອງຊາວ ເມືອງຫຼວງພະບາງ ເຊິ່ງໄດ້ປະດິດ ສະຖານໄວ້ຢູ່ທີ່ອາຮາມໃໝ່ດ້ານໜ້າ. ຢູ່ພາຍໃນຫໍພິພິທະພັນຫຼວງພະບາງປະກອບດ້ວຍວັດຖຸສິ່ງ ຂອງຕ່າງໆພ້ອມດ້ວຍຊີວະປະຫວັດຂອງອະດີດເຈົ້າ ຊີວິດ ແລະ ຄອບຄົວຂອງພະອົງ. ເຊິ່ງ ໄດ້ເປີດບໍລິການໃຫ້ນັກ ທ່ອງ ທ່ຽວເຂົ້າມາທ່ຽວຊົມທຸກໆມື້ນັບແຕ່ ເວລາ 8:00-11:30 ໂມງ ແລະ 13:30-15:30ໂມງ.

– ພະທາດພູສີ ຕັ້ງຢ່າງ ສະ ຫງ່າຜ່າເຜີຍຢູ່ເທິງຈອມພູສີ ເຊິ່ງ ໄດ້ສ້າງຂຶ້ນໃນປີ ຄສ. 1804. ມີ ລວງກວ້າງ 10,55ແມັດ, ສູງ21ແມັດ ແລະ ຈອມພູສູງຈາກຫົນ ທາງ 100ແມັດ. ພະທາດພູສີມີ ທາງຂຶ້ນຢູ່ກົງກັນຂ້າມກັບຫໍພິພິ ທະພັນຫຼວງພະບາງ, ຖະໜົນສີສະ ຫວ່າງວົງ ໂດຍມີຂັ້ນໄດໃຫ້ທ່ານ ໄດ້ຍ່າງຂຶ້ນໄປເທິງຈອມພູສີຈໍາ ນວນ 328ຂັ້ນ. ເມື່ອທ່ານຂຶ້ນໄປ ຮອດເທິງຈອມພູສີແລ້ວໂດຍສະ ເພາະແມ່ນຍາມຕາເວັນໃກ້ຈະ ຄ້ອຍຄໍ່າລົງແລງ ຫຼືຍາມເຊົ້າໆຕາ ເວັນກໍາລັງຈະຂຶ້ນ ກໍຈະໄດ້ສໍາພັດ ກັບສາຍລົມເຢັນໄດ້ພັດໂຊຍມາ ພ້ອມກັບຄວາມສວຍສົດງົດງາມຂອງທິວທັດທໍາມະຊາດ ແລະ ຕົວເມືອງຫຼວງພະບາງທີ່ສາມາດແນມເຫັນໄດ້ອ້ອມຮອບ 360 ອົງສາ.

– ວັດໃໝ່ ຕັ້ງຢູ່ຖະໜົນສີສະ ຫວ່າງວົງ ໃກ້ກັບຫໍພິພິທະພັນ ຫຼວງ ພະບາງຖືກສ້າງຂຶ້ນໃນ    ສະຕະວັດທີ 15-16 ແລະ ໄດ້ ຮັບການບູລະນະຄືນໃໝ່ໃນປີ 1796, ອາຣາມວັດໃໝ່ນີ້ເປັນ ຫຼັງຄາ 5ຊັ້ນ ມຸງດ້ວຍດິນຂໍ ເບິ່ງ ແລ້ວແມ່ນ ມີຄວາມໂດດເດັ່ນ ແລະ ສວຍສົດງົດງາມແບບສະ ຖາປັດຕະຍະກໍາ ລາວບູຮານ, ເນື່ອງຈາກວ່າວັດ ໃໝ່ ໄດ້ຮັບ ການ ບູລະນະ ແລະ ສ້ອມແປງ ຄືນໃໝ່ຫຼາຍເທື່ອ ແຕ່ກໍຍັງຄົງຮັກ ສາຄວາມເປັນ ເອກະລັກຂອງ ລາວໄວ້. ວັດໃໝ່ ເປັນບ່ອນ ກໍາ ເນີດຂອງໂຮງຮຽນ ພຣະປິຍະຕິ ທໍາ ແລະ ເຄີຍເປັນບ່ອນປະດິດ ສະຖານຂອງພະບາງໃນໄລຍະ ປີ 1894ນໍາອີກ.

–  ວັດທາດຫຼວງຕັ້ງ ຢູ່ບ້ານທາດຫຼວງ ເມືອງຫຼວງ ພະບາງ ເປັນວັດທີ່ເກົ່າແກ່ ແລະ ສັກສິດ ຖືກສ້າງຂຶ້ນໃນປີ 1818 ສະໄໝເຈົ້າມັນທາຕຸລາດ. ຢູ່ໃນບໍ ລິເວນ ວັດມີອາຣາມທີ່ກໍ່ດ້ວຍ ດິນຈີ່ພ້ອມທັງມີພະທາດຫຼວງ ແລະ ພະທາດ ນ້ອຍທີ່ບັນຈຸກະດູກຂອງເຈົ້າສີ ສະຫວ່າງວົງ. ນອກຈາກນັ້ນ, ຍັງມີກຸດຕິ 3 ຫຼັງທີ່ສ້າງຂຶ້ນຕາມຮູບແບບ ສະຖາປັດຕະຍະກໍາລາວ.

–  ວັດແສນ ເປັນອີກວັດ ໜຶ່ງທີ່ເກົ່າແກ່ແຕ່ກໍມີຄວາມ ສວຍສົດ ງົດງາມຕາມຮູບແບບ ສິລະປະກໍາລາວເຊິ່ງ ຕັ້ງຢູ່ບ້ານ ວັດແສນ, ຖະໜົນສັກກະລິນ, ສ້າງຂຶ້ນໃນປີ 1718ໃນສະໄໝ ເຈົ້າກິ່ງກິດສະລາດ ແລະ ຕໍ່ມາ ແມ່ນໄດ້ຮັບການບູລະນະ ແລະ ສ້ອມແປງຄືນໃໝ່ ໃນປີ 1932 ແລະ ປີ 1957 ໂດຍໄດ້ມີການປັ້ນປູນຕິດດ້ວຍ ຄໍາທີ່ມີຄວາມ ສວຍສົດງົດງາມຕາມຮູບແບບ ສີ ໄມ້ລາຍມືຊ່າງຫຼວງພະບາງ.

– ວັດໂພນເພົາ ສ້າງຂຶ້ນໃໝ່ ຢູ່ເທິງເນີນພູຂະໜາດນ້ອຍເຂດ ບ້ານຜານົມ, ເຊິ່ງຫ່າງຈາກ ຕົວເມືອງໄປປະມານ 2ກິໂລ ແມັດ. ເມື່ອທ່ານຂຶ້ນໄປເທິງ ບໍລິເວນວັດກໍຈະພົບເຫັນອາ ຄານທີ່ມີຫຼັງຄາເປັນຮູບພະທາດ ທີ່ແຕກຕ່າງ ຈາກຫຼັງຄາວັດ ອື່ນໆໂດຍມີລະບຽງອ້ອມຮອບອາຄານວັດ ເມື່ອທ່ານຫາກຍ່າງເລາະ ໄປຕາມລະບຽງ ວັດກໍຈະສາມາດແນມເຫັນທິວທັດອອ້ມຕົວເມືອງຫຼວງພະບາງ ພ້ອມກັບສາຍນໍ້າຄານທີ່ກໍາລັງໄຫຼລ່ອງ ຕະຫຼອດເວລາ.

ເມື່ອທ່ານສັງເກດ ເບິ່ງພາຍໃນວັດກໍຈະເຫັນຫ້ອງທີ່ເປັນຊັ້ນໆ ເຊິ່ງແຕ່ລະຊັ້ນກໍຈະ ມີຮູບແຕ້ມທີ່ສະແດງໃຫ້ເຫັນ ເຖິງວົງວຽນແຫ່ງກໍາ, ສ່ວນຢູ່ຊັ້ນ ລຸ່ມໆກໍຈະເຫັນຮູບພາບຂອງບັນ ດາເຫດການທີ່ເກີດຂຶ້ນໃນນາຣົກ ແລະ ເມື່ອຂຶ້ນໄປຊັ້ນເທິງສຸດກໍຈະ ເຫັນເປັນຮູບພາບຢູ່ເທິງສວງ ສະຫວັນ.

– ຕະຫຼາດກາງຄືນແມ່ນຈຸດໜຶ່ງທີ່ສ້າງຄວາມ ສົນໃຈໃຫ້ ຜູ້ມາທ່ຽວຫລວງພະບາງຕັ້ງ ລຽບໄປຕາມຖະໜົນ ສີສະຫວ່າງ ວົງເຂດໃຈກາງເມືອງຫຼວງ ເຊິ່ງ ໄດ້ ເລີ່ມເປີດໃຫ້ການບໍລິການ ນັບ ແຕ່ປີ 2002ເປັນຕົ້ນມາ. ພໍແຕ່ຕາ ເວັນລັບຂອບຟ້າ ຄ້ອຍຄໍ່າລົງ  ແລງບັນດາຊາວຄ້າຂາຍທີ່ມາ ຈາກທົ່ວທຸກສາລະທິດໃນແຂວງ ຫຼວງພະບາງກໍຈະພາກັນມາ ກາງ ເຕັ້ນຂາຍເຄື່ອງ ຢູ່ທີ່ນີ້ຕະຫລອດຄືນ ຈຶ່ງເອີ້ນກັນ ວ່າຕະຫຼາດກາງຄືນ ທັງເປັນສັນຍາລັກ ທາງດ້ານ ການທ່ອງທ່ຽວອີກຢ່າງໜຶ່ງ ຂອງແຂວງ ຫຼວງພະບາງເຊິ່ງໄດ້ ສ້າງຄວາມສົນໃຈ ແລະ ຄວາມ ນິຍົມ ຊົມຊອບໃຫ້ແກ່ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະ ເທດໄດ້ເພີດເພີນໄປກັບການ ເລາະຊື້ສິນຄ້າພື້ນເມືອງ ລາວ ບໍ່ວ່າ ຈະເປັນຜ້າແພໄໝ, ເຄື່ອງ ຫັດຖະກໍາຊົນເຜົ່າ, ອາຫານ, ເຄື່ອງຂອງທີ່ລະນຶກ ແລະ ອື່ນໆ ທີ່ຖືກວາງຢາຍເປັນແຖວໆ ລຽບໄປຕາມເສັ້ນທາງພ້ອມກັບແສງສີຂອງດອກໄຟນິອອນ ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວທຸກຄົນໃນຍາມລາຕີການໂດຍໄດ້ເລີ່ມເປີດບໍລິການນັບແຕ່ເວລາ17:00-22:00ໂມງຂອງ ທຸກໆມື້.

- 5 - ຫລວງພະບາງໃນເທດສະການປີໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!