ປີໃໝ່ລາວຈະເພີ່ມມາດຕະການຈັດເກັບລາຍຮັບງົບປະມານໃຫ້ບັນລຸເປົ້າ

ປີໃໝ່ລາວຈະເພີ່ມມາດຕະການຈັດເກັບລາຍຮັບງົບປະມານໃຫ້ບັນລຸເປົ້າ - kitchen vibe - ປີໃໝ່ລາວຈະເພີ່ມມາດຕະການຈັດເກັບລາຍຮັບງົບປະມານໃຫ້ບັນລຸເປົ້າ

ປີ 2018 ນີ້, ລາວຈະສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 25.452 ຕື້ກີບ, ໃນນັ້ນລາຍຮັບພູດສູນກາງໃຫ້ໄດ້ 20.472 ຕື້ກີບ ແລະ ພູດທອງຖິ່ນ 4.979 ຕື້ກີບ, ສ່ວນລາຍຈ່າຍທັງໝົດບໍ່ໃຫ້ເກີນ 32.809 ຕື້ກີບ. ໃນນັ້ນລາຍຈ່າຍພູດສູນກາງ 23.832 ຕື້ກີບ ແລະ ລາຍຈ່າຍພູດທ້ອງຖິ່ນ 8.977 ກວ່າຕື້ກີບ.

ທ່ານ ອາດສະພັງທອງ ສິພັນດອນ ຮອງລັດຖະມົນຕີກະຊວງການເງິນ ເປີດເຜີຍວ່າ: ເພື່ອບັນລຸຄາດໝາຍດັ່ງກ່າວ, ລັດຖະບານຈະຕ້ອງໄດ້ເພີ່ມມາດຕະການດ້ານລາຍຮັບໂດຍຮີບຮ້ອນປັບປຸງ ແລະ ສ້າງນິຕິກໍາການຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ຄົບຖ້ວນ ແລະ ມີຜົນສັກສິດ, ສືບຕໍ່ສໍາຫລວດຖານຫົວໜ່ວຍທຸລະກິດ ແລະ ຖານລາຍຮັບງົບປະມານໃຫ້ຄົບຖ້ວນຊັດເຈນ ແລະ ມີຈຸດສຸມ, ພ້ອມຫັນເປັນທັນສະໄໝເທື່ອລະກ້າວ, ເອົາໃຈໃສ່ຄຸ້ມຄອງການເກັບອາກອນ, ພາສີ ແລະ ຄ່າທຊານຽມຕ່າງໆກ່ຽວກັບການນໍາເຂົ້າສີນຄ້າຢູ່ບັນດາດ່ານຊາຍແດນ ແລະ ເພີ່ມທະວີຄວາມຮັບພິຊອບຂອງເຈົ້າໜ້າທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ບໍລິການປະຊາຊົນ ແລະ ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບປະມານບົນພື້ນຖານປະຕິບັດນະໂຍບາຍປະຢັດ ແລະ ນໍາໃຊ້ງົບປະມານໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ໃຫ້ບູລິມະສິດການຈ່າຍເງິນເດືອນຂອງພະນັກງານລັດຖະກອນທັນເວລາ ແລະ ເອົາໃຈໃສ່ແກ້ໄຂນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຊາດໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້ໃນແຜນປີ 2017-2018.

ທ່ານ ອາດສະພັງທອງ ສີພັນດອນ ໃຫ້ຮູ້ວ່າ: ເອົາໃຈໃສ່ລະດົມທຶນໃຫ້ໄດ້ຕາມແຜນການ ເພື່ອຮັບປະກັນຄວາມດຸ່ນດ່ຽງງົບປະມານ ແລະ ຊໍາລະໜີ້ສີນພາຍໃນ ແລະ ຕ່າງປະເທດ, ບໍລິຫານສະພາບຄ່ອງດ້ານງົບປະມານ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດລາຍຈ່າຍບູລິມະສິດຂອງລັດຖະບານຕາມແຜນການທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ດີທີ່ສຸດ.

ປີໃໝ່ລາວຈະເພີ່ມມາດຕະການຈັດເກັບລາຍຮັບງົບປະມານໃຫ້ບັນລຸເປົ້າ - 3 - ປີໃໝ່ລາວຈະເພີ່ມມາດຕະການຈັດເກັບລາຍຮັບງົບປະມານໃຫ້ບັນລຸເປົ້າ
ປີໃໝ່ລາວຈະເພີ່ມມາດຕະການຈັດເກັບລາຍຮັບງົບປະມານໃຫ້ບັນລຸເປົ້າ - 4 - ປີໃໝ່ລາວຈະເພີ່ມມາດຕະການຈັດເກັບລາຍຮັບງົບປະມານໃຫ້ບັນລຸເປົ້າ
ປີໃໝ່ລາວຈະເພີ່ມມາດຕະການຈັດເກັບລາຍຮັບງົບປະມານໃຫ້ບັນລຸເປົ້າ - 5 - ປີໃໝ່ລາວຈະເພີ່ມມາດຕະການຈັດເກັບລາຍຮັບງົບປະມານໃຫ້ບັນລຸເປົ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!