ການຂາດສານອາຫານແມ່ນອຸປະສັກອັນໃຫຍ່ຫລວງຕໍ່ການພັດທະນາປະເທດ
ລັດຖະບານຮັບຮູ້ວ່າການຂາດສານອາຫານແມ່ນເປັນອຸປະສັກອັນໃຫຍ່ຫລວງຕໍ່ການພັດທະນາປະເທດ, ໃນນັ້ນການຂາດວິຕາມິນແຮ່ທາດ ຫລື ຄວາມອຶດຫິວແບບບົ່ມຊ້ອນເປັນຄວາມທ້າທາຍທີ່ກົດໜ່ວງຕໍ່ການພັດທະນາ, ລວມເຖິງບັນຫາການເປັນເລືອດຈາງໃນເດັກນ້ອຍລຸ່ມ 5 ປີ ແລະ ແມ່ຍິງໄວຈະເລີນພັນ. ນອກນີ້ ຍັງພົບວ່າການຂາດວິຕາມິນເບ1 ແມ່ນເປັນໜຶ່ງໃນສາເຫດທີ່ເຮັດໃຫ້ມີການເຈັບເປັນ ແລະ ເສຍຊີວິດໃນເດັກນ້ອຍ, ພ້ອມທັງມີການຂາດທາດແຄວຊຽມ ແລະ ບັນດາວິຕາມິນອື່ນໆທີ່ສຳຄັນຕໍ່ຮ່າງກາຍ.
ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ບັນຫາຕ່າງໆທີ່ພົວພັນກັບການຂາດສານ ອາຫານແມ່ນມີອັດຕາສ່ວນສູງຫລາຍຢູ່ໃນລາວ, ອັດຕາລວງສູງຕ່ຳກ່ວາມາດຕະຖານກະທົບໃສ່ 36% ຂອງເດັກນ້ອຍລຸ່ມອາຍຸ 5 ປີ ແລະ 20% ຂອງເດັກນ້ອຍແມ່ນເລີ່ມມີອັດຕາລວງສູງຕ່ຳກວ່າມາດຕະຖານຕັ້ງແຕ່ອາຍຸ 6 ເດືອນ, ຊຶ່ງສະພາແຫ່ງຊາດໄດ້ວາງເປົ້າໝາຍໃຫ້ຫລຸດອັດຕາລວງສູງຕ່ຳກວ່າມາດຕະຖານລົງຮອດ 25% ໃນປີ 2025. ອີງຕາມການຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ (ປີ 2015) ສະແດງໃຫ້ເຫັນມີ 25% ຂອງເດັກນ້ອຍອາຍຸລຸ່ມ 5 ປີແມ່ນເປັນເລືອດຈາງ, ຊຶ່ງໂດຍສ່ວນຫລາຍແມ່ນເລືອດຈາງລະດັບເບົາບາງ, ຫລາຍກວ່າ 50% ຂອງເດັກນ້ອຍອາຍຸ 6-11 ເດືອນແມ່ນເປັນເລືອດຈາງ, ທຽບໃສ່ເດັກນ້ອຍອາຍຸ 48-59 ເດືອນແມ່ນ 15,4%. ປະມານ 40% ຂອງແມ່ຍິງຖືພາແມ່ນເປັນເລືອດຈາງ, ໃນຂະນະທີ່ 36,5% ຂອງແມ່ທີ່ກຳລັງໃຫ້ນົມລູກເປັນເລືອດຈາງ.
ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຍຸດທະສາດແຜນປະຕິບັດງານແຫ່ງຊາດວ່າດ້ວຍການເພີ່ມວິຕາມິນແຮ່ທາດໃສ່ອາຫານສຳລັບ ສປປ ລາວ ແມ່ນຍຸດທະສາດເພີ່ມເຕີມໃຫ້ແກ່ຍຸດທະສາດແຫ່ງຊາດວ່າດ້ວຍໂພຊະນາການຮອດປີ 2025 ແລະ ຍຸດທະສາດສະບັບນີ້ ຈະລວບລວມເອົາຄຳແນະນຳກ່ຽວກັບອາຫານຊະນິດຕ່າງໆ ທີ່ມີຄວາມເປັນໄປໄດ້ໃນການເພີ່ມວິຕາມິນແຮ່ທາດໃສ່ ເປັນຕົ້ນ: ເຂົ້າ, ນ້ຳມັນ, ນ້ຳປາ, ເສັ້ນໝີ່ ແລະ ນ້ຳສະອິວ. ນອກນີ້, ໃນອານາຄົດອາດພິຈາລະນາອາຫານທີ່ເຮັດດ້ວຍນົມສັດ ແລະ ແປ້ງເຂົ້າ, ທີ່ຄວນນຳມາພິຈາລະນາສຳລັບເພີ່ມວິຕາມິນແຮ່ທາດຢູ່ພາຍໃນປະເທດ, ພ້ອມດຽວກັນນີ້, ຍຸດທະສາດຍັງປະກອບມີຂັ້ນຕອນຕ່າງໆທີ່ຕ້ອງໄດ້ປະຕິບັດໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ກ່ອນທີ່ຈະເລີ່ມມີຂະບວນການເພີ່ມວິຕາມມິນ ແລະ ແຮ່ທາດ, ທັງນີ້ກໍເພື່ອເຮັດໃຫ້ການເພີ່ມວິຕາມິນແຮ່ທາດມີຜົນໄດ້ຮັບສູງຕໍ່ສຸຂະພາບຂອງປະຊາຊົນຈຳນວນຫລາຍໃນສັງຄົມ, ນອກນີ້, ການສ້າງລະບຽບການໃຫ້ມີການນຳເຂົ້າອາຫານທີ່ເພີ່ມດ້ວຍວິຕາມິນແຮ່ທາດມີຜົນບັງຄັບໃຊ້ທາງກົດໝາຍ ກໍເປັນອີກຊ່ອງທາງໜຶ່ງທີ່ມີຄວາມສຳຄັນ, ຍ້ອນວ່າລາວ ຍັງຂະຫາຍການນຳເຂົ້າອາຫານຈາກປະເທດໃກ້ຄຽງ, ຊຶ່ງບາງຄັ້ງອາຫານເຫລົ່ານັ້ນແມ່ນຖືກປະສົມດ້ວຍວິຕາມິນແຮ່ທາດສຳລັບການບໍລິໂພກຂອງປະຊາຊົນພາຍໃນປະເທດເຂົາເຈົ້າ, ຖ້າຫາກວ່າ ນີ້ແມ່ນເປົ້າໝາຍທີ່ປະເທດກຳລັງຈະພັດທະນາດ້ານການເພີ່ມວິຕາມິນແຮ່ທາດໃສ່ອາຫານແມ່ນຮຽກຮ້ອງໃຫ້ມີມາດຕະຖານ ແລະ ການຕິດຕາມອາຫານທີ່ເພີ່ມດ້ວຍວິຕາມິນທີ່ນຳເຂົ້າມາໃນປະເທດເຊັ່ນດຽວກັນ.