ເສດຖະກິດອິນເດຍອາດເຕີບໃຫຍ່ 7-7,5% ໃນປີໜ້າ

ເສດຖະກິດອິນເດຍອາດເຕີບໃຫຍ່ 7-7,5% ໃນປີໜ້າ - praful gangurde 111c4298 c88c 11e7 855e d08d9ee048bd - ເສດຖະກິດອິນເດຍອາດເຕີບໃຫຍ່ 7-7,5% ໃນປີໜ້າ
ເສດຖະກິດອິນເດຍອາດເຕີບໃຫຍ່ 7-7,5% ໃນປີໜ້າ - kitchen vibe - ເສດຖະກິດອິນເດຍອາດເຕີບໃຫຍ່ 7-7,5% ໃນປີໜ້າ

ລັດຖະບານ​ອິນ​ເດຍຕີ​ລາຄາ​ເສດຖະກິດ​ປະ​ເທດ​ຈະ​ຂະຫຍາຍຕົວ​ລະຫວ່າງ 7-7,5% ​ໃນ​ປີ​ງົບປະມານ​ໜ້າ ທີ່​ຈະ​ເລີ່​ມຕົ້ນ​ແຕ່​ວັນ​ທີ 1 ​ເມສາ, ສ່ວນ​ປີ​ນີ້​ຕົວ​ເລກ​ອາດ​ຈະ​ຢູ່​ປະມານ 6,75%.

ເສດຖະກິດອິນເດຍອາດເຕີບໃຫຍ່ 7-7,5% ໃນປີໜ້າ - India bangalore lg 300x169 - ເສດຖະກິດອິນເດຍອາດເຕີບໃຫຍ່ 7-7,5% ໃນປີໜ້າ

ເສດຖະກິດອິນເດຍອາດເຕີບໃຫຍ່ 7-7,5% ໃນປີໜ້າ - Visit Laos Visit SALANA BOUTIQUE HOTEL - ເສດຖະກິດອິນເດຍອາດເຕີບໃຫຍ່ 7-7,5% ໃນປີໜ້າ

ສຳນັກ​ຂ່າວ​ AP ລາຍ​ງານ​ຈາກ​ນະຄອນຫລວງ​ນິວ​ເດນ​ລີ ປະ​ເທດ​ອິນ​ເດຍ ​ໃນ​ວັນ​ທີ 29 ມັງກອນ​ວ່າ: ການ​ຄາດ​ຄະ​ເນ​ເສດຖະກິດ​ທີ່ທ່ານ ອາຣຸນ ​ແຈ​ດລີ ລັດຖະມົນຕີ​ກະຊວງ​ການ​ເງິນ ຍື່ນ​ສະ​ເໜີ​ຕໍ່​ສະພາ ກ່ອນ​ການ​ປະກາດ​ງົບປະມານ​ລາຍ​ຈ່າຍ​ປະຈຳ​ປີ ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 1 ກຸມພາ.

ລາຍ​ງານ​ລະບຸ​ວ່າ: ການ​ປະຕິ​ຮູບ​ສຳຄັນ​ຫລາຍ​ລາຍການ​ທີ່​ດຳ​ເນີນ​ການ​ໄປ​​ໃນ​ປີຜ່ານມາ ຈະ​ຊ່ວຍ​ຮັບປະກັນ​ເສດຖະກິດ​ປະ​ເທດ​ເຕີບ​ໃຫຍ່​ປະມານ 6,75% ​ໃນ​ປີ​ງົບປະມານ​ປັດຈຸບັນ ​ແລະ ການ​ປະຕິ​ຮູບ​ຈະ​ເຂັ້ມຂຸ້ນຂຶ້ນອີກ​ໃນ​ປີ​ງົບປະມານ​ທີ່​ຈະ​ມາ​ເຖິງ.

ລັດຖະບານ​ອິນ​ເດຍ ກ່າວ​ວ່າ: ການ​ເຕີບ​ໃຫຍ່​ໃນ​ຂະ​ແໜງ​ສົ່ງ​ອອກ ລວມທັງ​ເສດຖະກິດ​​ໂລກ​ດີ​ຂຶ້ນ ​ແລະ ການ​ເປີດ​ເສລີ​ກົດ​ເກນ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ​ອິນ​ເດຍ ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ເລັ່ງການ​ເຕີບ​ໃຫຍ່ ​ໄປ​ສູ່​ການສິ້ນສຸດ​ຂອງ​ປີ​ງົບປະມານ​ປັດຈຸບັນ ຫລັງ​ຈາກ​ຫລຸດ​ລົງ​ຢ່າງ​ວ່ອງ​ໄວ​ໃນ​ເຄິ່ງທຳ​ອິດ​ຂອງ​ປີ.

ສະພາບ​ເສດຖະກິດ​ຂະຫຍາຍຕົວ​ຊ້າ​ເກີດ​ຈາກ​ການ​ປະກາດ​ຍົກ​ເລີກ​ສະກຸນ​ເງິນ​ຂອງ​ອິນ​ເດຍຢ່າງ​ກະທັນຫັນ​ເຖິງ 86% ​ໃນ​ປີ 2015 ​ແລະ ຄວາມ​ວຸ້ນວາຍ​ໃນ​ການຈັດ​ເກັບ​ພາສີ​ສິນຄ້າ ​ແລະ ບໍລິການ​ໃນ​ປີຜ່ານມາ.

ກະຊວງ​ການ​ເງິນ ກ່າວ​ເນັ້ນ​ໃນ​ຖະ​ແຫລ​ງການ​ວ່າ: ຍັງ​ມີ​ຄວາມ​ກັງວົນ​ໃນ​ປີ​ງົບປະມານ​ທີ່​ຈະ​ມາ​ເຖິງ ​ໂດຍ​ສະ​ເພາະ​ຄວາມ​ເປັນ​ໄປ​ໄດ້​ທີ່​ລາຄາ​ນ້ຳມັນ​ດິບ​ໃນ​ຕະຫລາດ​ໂລກ​ຈະ​​ແພງ​ຂຶ້ນ ​ເນື່ອງ​ຈາກ​ອິນ​ເດຍຕ້ອງ​ອາ​ໄສ​ການ​ນຳ​ເຂົ້ານ້ຳມັນ​ເປັນ​ສ່ວນ​ໃຫຍ່ ຂອງ​ການ​ໃຊ້​ນ້ຳມັນ​ໃນ​ປະ​ເທດ.

ເສດຖະກິດອິນເດຍອາດເຕີບໃຫຍ່ 7-7,5% ໃນປີໜ້າ - 3 - ເສດຖະກິດອິນເດຍອາດເຕີບໃຫຍ່ 7-7,5% ໃນປີໜ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!