ໂຣກຊຶມເສົ້າໃນເດັກ ໄພງຽບທີ່ພໍ່ແມ່ບໍ່ຄວນເບິ່ງຂ້າມ
January 25, 2018 - 10:45 AM


ພໍ່ແມ່ຫຼາຍຄົນມັກຈະກັງວົນວ່າ ເມື່ອລູກໃຫຍ່ຂຶ້ນຈົນກະທັ່ງເລີ່ມເຂົ້າສູ່ໄວຮຽນ ອາດມີການປັບຕົວເຂົ້າສູ່ສັງຄົມ, ການໃຊ້ຊີວິດຂອງລູກເຮົາຈະເປັນໄປແນວໃດແດ່ ? ບາງຄັ້ງລູກໆ ອາດພົບຄວາມຄຽດຈົນກະທັ່ງຄວາມຄຽດສະສົມ ຈົນມີພຶດຕິກໍາທີ່ປ່ຽນແປງໄປ ເລີ່ມເກັບຕົວ, ບໍ່ມັກເວົ້າ ກໍເຮັດໃຫ້ພໍ່ແມ່ກັງວົນໃຈບໍ່ໜ້ອຍ. ພໍ່ແມ່ສາມາດສັງເກດລູກຕົວເອງໄດ້ ເປັນການຮັບມືໃຫ້ທັນກັບອາລົມທີ່ປ່ຽນໄປຂອງລູກ.


ວິທີຮັບມືເມື່ອລູກເປັນໂຣກຊຶມເສົ້າ
- ພໍ່ແມ່ຄວນໝັ່ນລົມກັບລູກ ສັງເກດພຶດຕິກໍາ, ສອບຖາມອາການສາລະທຸກ, ຖາມເຖິງຄວາມສຸກຂອງລູກ ເພື່ອຊ່ວຍແກ້ບັນຫາໃນເບື້ອງຕົ້ນ ກ່ອນທີ່ຈະຕົກຢູ່ໃນພາວະຊຶມເສົ້າ.
- ການເຮັດກິດຈະກໍາຮ່ວມກັບລູກ: ໄປເຮັດກິດຈະກໍາໃຫມ່ໆ, ອາກາດໃຫມ່ໆ ເພື່ອໃຫ້ເດັກມີຄວາມສຸກເພີ່ມຂຶ້ນ ແຕ່ຕ້ອງເປັນກິດຈະກໍາທີ່ບໍ່ເຮັດໃຫ້ອາການໜັກລົງໄປກວ່າເກົ່າ.
- ເວົ້າລົມກັບລູກດ້ວຍເຫດ ແລະ ຜົນ ບໍ່ໃຊ້ອາລົມ, ໃຫ້ຄວາມເອົາໃຈໃສ່ ແລະ ຄວາມອົບອຸ່ນແກ່ລູກຢູ່ສະເໝີ, ເປີດໂອກາດໃຫ້ລູກໄດ້ເລົ່າບັນຫາທີ່ເກີດຂຶ້ນ, ບໍ່ເລັ່ງລັດ, ຄວນໃຫ້ບັນຍາກາດທີ່ຜ່ອນຄາຍ ບໍ່ຕຶງຄຽດ.
- ຄ່ອຍສໍາຫຼວດພຶດຕິກໍາ ຫຼື ຂໍຄວາມຊ່ວຍເຫຼືອຈາກຄູໃຫ້ຊ່ວຍສອດຊ່ອງພຶດຕິກໍາຂອງລູກ ແລະ ເປີດເຜີຍລົມກັບນາຍຄູຂອງລູກ ເພື່ອແລກປ່ຽນບັນຫາຂອງລູກທີ່ພົບຢູ່ທີ່ບ້ານ ແລະ ໂຮງຮຽນ ເພື່ອຮ່ວມມືກັນແກ້ໄຂບັນຫາຢ່າງໃກ້ຊິດ ຖ້າພໍ່ແມ່ສົງໄສວ່າລູກຊຶມເສົ້າກໍຄວນພາລູກໄປພົບຈິດຕະແພດ ເພື່ອຮັບການປິ່ນປົວໂດຍໄວ ເພື່ອປິ່ນປົວ ແລະ ປະເມີນສາເຫດທີ່ອາດກ່ຽວຂ້ອງ ຫາກປະໄວ້ດົນໄປຜົນກະທົບທີ່ຕາມມາອາດຈັດການໄດ້ຍາກ ແລະ ມີຜົນກະທົບຕາມມາພາຍຫຼັງ.