ຄູຝຶກ U-23 ຫວຽດນາມ ຄຸມເຂັ້ມ ໃຫ້ນັກເຕະດື່ມນົມມື້ລະລິດ

ຄູຝຶກ u-23 ຫວຽດນາມ ຄຸມເຂັ້ມ ໃຫ້ນັກເຕະດື່ມນົມມື້ລະລິດ - gy1au96u - ຄູຝຶກ U-23 ຫວຽດນາມ ຄຸມເຂັ້ມ ໃຫ້ນັກເຕະດື່ມນົມມື້ລະລິດ
ຄູຝຶກ u-23 ຫວຽດນາມ ຄຸມເຂັ້ມ ໃຫ້ນັກເຕະດື່ມນົມມື້ລະລິດ - kitchen vibe - ຄູຝຶກ U-23 ຫວຽດນາມ ຄຸມເຂັ້ມ ໃຫ້ນັກເຕະດື່ມນົມມື້ລະລິດ

ກາຍ​ເປັນ​ເຄັດ​ບໍ່​ລັບ​ອີກ​ອັນ​ໜຶ່ງຈາກບັນຫາ​ທີ່​ ທີ​ມຊາດ​ຫວຽດນາມ ຮຸ່ນ​ອາຍຸ​ບໍ່​ເກີນ 23 ປີ ທະລຸ​ເຂົ້າຮອບ​ຊີງ​ຊະນະ​ເລີດ​ບານ​ເຕະ​ຊີງ​ແຊ້ມອາຊີ 2018 ​ໄປ​ພົບ​ກັບ ອຸດ​ສະ​ເບ​ກິດ​ສະຖານ ​ໃນ​ວັນ​ທີ 27 ມັງກອນ​ນີ້, ຫລ້າ​ສຸດ ສື່​ຫວຽດນາມ​ລາຍ​ງານ​ວ່າ: ​1 ​ໃນ​ສາ​ເຫດ​ທີ່ U-23 ຂອງ​ພວກ​ເຮົາ​ປະສົບ​ຜົນສຳ​ເລັດ​ນັ້ນ ​ເພາະ​ການ​ຊ້ອມ​ເຂັ້ມຂອງ​ຄູ​ຝຶກ ​ເຮັດ​ໃຫ້​ນັກ​ເຕະ​ພ້ອມ​ລົງ​ແຂ່ງຂັນ​ຢູ່​ສະ​ເໝີ ​ແລະ ສຳຄັນ​ຍັງ​ບັງຄັບ​ດື່ມ​ນົມ​ມື້ລະ 1 ລິດ.

ຄູຝຶກ u-23 ຫວຽດນາມ ຄຸມເຂັ້ມ ໃຫ້ນັກເຕະດື່ມນົມມື້ລະລິດ - u 23 cz9vrzaajspb1capsx4xfj3ei 300x186 - ຄູຝຶກ U-23 ຫວຽດນາມ ຄຸມເຂັ້ມ ໃຫ້ນັກເຕະດື່ມນົມມື້ລະລິດ

ປາກ ຮັງ ​ຊໍ ຫົວໜ້າ​ຄູ​ຝຶກ​ຄົນ ສ.​ເກົາຫລີ ອາຍຸ 59 ປີ ​ເຂົ້າມາ​ຄຸມ​ທີ​ມຊາດ​ຫວຽດນາມ​ທັງ​ຊຸດ​ໃຫຍ່ ​ແລະ U-23 ນັບ​ແຕ່​ປີຜ່ານມາ ​ເຊິ່ງ​ໄດ້​ສາຍາ​ໃນ​ເລື່ອງ​ການ​ຄຸມ​ຝຶກ​ຊ້ອມ​ຢ່າງ​ເຂັ້ມງວດ ​ເນື່ອງ​ຈາກ​ສະ​ໄໝ​ເປັນ​ນັກ​ເຕະ​ເຄີຍ​ລົງ​ຫລິ້ນ​ໃຫ້​ກັບ​ທີ​ມທະຫານ​ມາ​ແລ້ວ.

​ໂດຍ​ສິ່ງ​ຮື​ຮາ​ທີ່​ສື່​ຫວຽດນາມ​ລາຍ​ງານວ່າ: ທຸກໆ​ວັນ ຄູ​ຝຶກ​ຄົນ ສ.​ເກົາຫລີ ນີ້ ຈະ​ໃຫ້​ນັກ​ເຕະ​ທຸກ​ຄົນ​ດື່ມ​ນົມ ​ເຊິ່ງ​ເຕັມ​ໄປ​ດ້ວຍ​ແຮ່​ທາດ​ມື້ລະ 1 ລິດ ​ເຊິ່ງ​ເປັນ​ການ​ເບິ່ງ​ແຍງ​ທາງ​ໂພຊະ​ນາ​ການ​ໃຫ້​ນັກ​ເຕະ​ນຳ​ອີກ.

ຄູຝຶກ u-23 ຫວຽດນາມ ຄຸມເຂັ້ມ ໃຫ້ນັກເຕະດື່ມນົມມື້ລະລິດ - 3 - ຄູຝຶກ U-23 ຫວຽດນາມ ຄຸມເຂັ້ມ ໃຫ້ນັກເຕະດື່ມນົມມື້ລະລິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!