ຝຶກອົບຮົມການຄຸ້ມຄອງເອກະສານແບບເອເລັກໂຕນິກໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ


ໃນທ້າຍອາທິດຜ່ານມາ, ຫ້ອງການກະຊວງການເງິນໄດ້ຈັດຝຶກອົບຮົມກ່ຽວກັບການຄຸ້ມຄອງເອກະສານແບບເອເລັກໂຕນິກໃຫ້ບັນດາກົມອ້ອມຂ້າງກະຊວງ, ໂດຍການເຂົ້່າຮ່ວມຂອງທ່ານ ສຸລິຍາ ສຸພິທັກ ຮອງຫົວໜ້າຫ້ອງການກະຊວງດັ່ງກ່າວ, ເພື່ອແນ່ໃສ່ເຜີຍແຜ່ ແລະ ແນະນຳເນື້ອໃນສຳຄັນຂອງຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງເອກະສານແບບເອເລັກໂຕນິກ ຂອງກະຊວງການເງິນ; ແນະນຳກ່ຽວກັບການນຳໃຊ້ລະບົບຄຸ້ມຄອງເອກະສານແບບເອເລັກໂຕນິກ (iOffice) ເພື່ອເຮັດໃຫ້ສາມາດນຳໃຊ້ໃນການຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິພາບ, ທັງຮັບປະກັນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງເອກະສານຂອງກະຊວງໃຫ້ລວມສູນຢູ່ຈຸດດຽວ, ພ້ອມທັງສາມາດຕິດຕາມ, ກວດກາຄວາມຄືບໜ້າ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນແຕ່ລະໄລຍະ.
ທ່ານຮອງຫົວໜ້າຫ້ອງການກະຊວງ ກ່າວວ່າ: ວຽກງານການຄຸ້ມຄອງເອກະສານແມ່ນມີຄວາມສຳຄັນ. ສະນັ້ນ, ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຫ້ອງການກະຊວງໄດ້ຄົ້ນຄວ້າ ແລະ ນຳສະເໜີຄະນະນຳກະຊວງພິຈາລະນາຮັບຮອງລະບຽບວ່າດ້ວຍການຄຸ້ມຄອງເອກະສານແບບເລັກໂຕນິກຂອງກະຊວງການເງິນຕາມຂໍ້ຕົກລົງ ສະບັບເລກທີ 4321/ກງ, ລົງວັນທີ 12 ທັນວາ 2017 ຈຸດປະສົງຂອງລະບຽບດັ່ງກ່າວແມ່ນເພື່ອເຮັດໃຫ້ວຽກງານການຄຸ້ມຄອງເອກະສານຂອງກະຊວງການເງິນລວມສູນຢູ່ຈຸດດຽວ ກໍຄືຂັ້ນຕອນການສົ່ງເອກະສານ, ການຄົ້ນຄວ້າພິຈາລະນາເອກະສານ ແລະ ອື່ນໆໃຫ້ມີຄວາມວ່ອງໄວ, ສັ້ນ ແລະ ກະທັດຮັດສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງນຕົວຈິງ, ພ້ອມທັງສາມາດຕິດຕາມກວດກາຄວາມຄືບໜ້າ ແລະ ຜົນສໍາເລັດ.