ຕຳຫລວດ​ເມືອງ​ສີ​ໂຄດ​ຕະບອງ​ຈັບ​ຜູ້​ຄ້າ​ຢາ​ເສບ​ຕິດຢູ່​ບ້ານໜອງ​ແຕ່ງ​ໃຕ້ພ້ອມ​ຂອງ​ກາງ​ຢາ​ບ້າ 400 ກວ່າເມັດ

ຕຳຫລວດ​ເມືອງ​ສີ​ໂຄດ​ຕະບອງ​ຈັບ​ຜູ້​ຄ້າ​ຢາ​ເສບ​ຕິດຢູ່​ບ້ານໜອງ​ແຕ່ງ​ໃຕ້ພ້ອມ​ຂອງ​ກາງ​ຢາ​ບ້າ 400 ກວ່າເມັດ - kitchen vibe - ຕຳຫລວດ​ເມືອງ​ສີ​ໂຄດ​ຕະບອງ​ຈັບ​ຜູ້​ຄ້າ​ຢາ​ເສບ​ຕິດຢູ່​ບ້ານໜອງ​ແຕ່ງ​ໃຕ້ພ້ອມ​ຂອງ​ກາງ​ຢາ​ບ້າ 400 ກວ່າເມັດ

​ເຈົ້າໜ້າທີ່ ປກສ ​ເມືອງສີ​ໂຄດ​ຕະບອງນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມານີ້, ​ເຈົ້າໜ້າທີ່​ປາບ​ປາມ​ຢາ​ເສບ​ຕິດ​ເມືອງ​ໄດ້​ສົມທົບ​ກັບ ກຸ່ມໜອງໜ້ຽວ ລົງ​ແກ້​ໄຂ​ເປົ້າໝາຍຄ້າຂາຍ​ຢາ​ເສບ​ຕິດ​ລາຍໜຶ່ງຢູ່​ບ້ານໜອງ​ແຕ່ງ​ໃຕ້​ເມືອງສີ​ໂຄດ​ຕະບອງນະຄອນຫລວງ​ວຽງຈັນ, ຊຶ່ງ​ສາມາດ​ຈັບ​ຕົວ​ຜູ້​ຕ້ອງ​ຫາ​ໄດ້​ຄື: ທ້າວ ທອງ​ສັກ​ ອາຍຸ 42 ປີຢູ່​ບ້ານສອນ​ພັນ​ໄຊ​ເມືອງປາກ​ກະດິງ ​ແຂວງບໍລິຄໍາ​ໄຊ, ພ້ອມ​ຂອງ​ກາງ​ຢາບ້າ 400 ກວ່າເມັດ.

​ເຈົ້າໜ້າທີ່​ ໃຫ້​ຮູ້​ວ່າ: ພາຍຫລັງ​ໄດ້​ຮັບ​ແຈ້ງ​ຈາກ​ພົນລະ​ເມືອງ​ດີ​ວ່າ​ມີຄົນ​ບໍ່ດີ​ໄດ້​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດຢູ່​​ສະຖານ​ທີ່​ກໍ່ສ້າງ​ແຫ່ງໜຶ່ງ​ເຂດບ້ານໜອງ​ແຕ່ງ​ໃຕ້, ​ຈຶ່ງ​ໄດ້ຈັດກໍາລັງລົງຕິດຕາມກວດກາ ​ແລະ ​ຮູ້​ວ່າ: ມີກຳມະກອນ​ຊື່​ທ້າວ ທອງ​ສັກ ​ເປັນ​ຫົວ​ໂປ່​ຄ້າຂາຍ​ຢາ​ເສບ​ຕິດ, ຈຶ່ງ​​ນຳ​ກຳລັງ​ເຂົ້າຈັບ​ຕົວ​ໃນບ່ອນ​ທີ່​ຜູ້ກ່ຽວ​ເຮັດ​ວຽກ ​ແລະ ​ໄດ້​ກວດ​ຄົ້ນ​ຫ້ອງພັກ ແລະ ​ພົບ​ຢາ​ບ້າຫລາຍກວ່າ 400 ​ເມັດ ຈຶ່ງ​ໄດ້​ຢຶດ​ໄວ້​ເປັນ​ຫລັກ​ຖານ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ລະບຽບກົດໝາຍ ແລະ ຜ່ານ​ການ​ສືບສວນ-ສອບ​ສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້​ຮັບ​ສາລະພາບ​ວ່າ: ​ໄດ້​ເລີ່​ມ​ເສບ​ຢາ​ເສບ​ຕິດ​ມາ​ແຕ່​ປີ 2007 ​ໂດຍ​ຊື້ຢາ​ນຳ​ຫມູ່ຢູ່​​ເມືອງປາກ​ກະດິງ, ຈາກ​ນັ້ນ​ໄດ້​ຂຶ້ນ​ມາ​ເຮັດ​ວຽກເປັນກໍາມະກອນຢູ່ນະຄອນຫລວງ​ວຽງຈັນ, ຈຶ່ງ​ໄດ້​ເອົາ​ຢາ​ມາ​ຂາຍ​ໃຫ້​ກຳມະກອນທີ່​ເຮັດ​ວຽກນຳ​ກັນ ​ແລະ ຊາວໜຸ່ມ​ໃນ​ເຂດ​​ໃກ້​ຄຽງ ​ແລະ ຖືກ​ເຈົ້າໜ້າທີ່​ຈັບ​ຕົວ​ດຳ​ເນີນ​ຄະດີ, ປັດຈຸບັນ, ​ເຈົ້າໜ້າທີ່​ພວມ​ຂະຫຍາຍ​ຜົນຫາຜູ້ຮ່ວມຂະບວນການ​ເພື່ອຈັບ​ຕົວມາ​ດຳ​ເນີນ​ຄະດີຕາມ​ລະບຽບກົດໝາຍ.

ຕຳຫລວດ​ເມືອງ​ສີ​ໂຄດ​ຕະບອງ​ຈັບ​ຜູ້​ຄ້າ​ຢາ​ເສບ​ຕິດຢູ່​ບ້ານໜອງ​ແຕ່ງ​ໃຕ້ພ້ອມ​ຂອງ​ກາງ​ຢາ​ບ້າ 400 ກວ່າເມັດ - Visit Laos Visit SALANA BOUTIQUE HOTEL - ຕຳຫລວດ​ເມືອງ​ສີ​ໂຄດ​ຕະບອງ​ຈັບ​ຜູ້​ຄ້າ​ຢາ​ເສບ​ຕິດຢູ່​ບ້ານໜອງ​ແຕ່ງ​ໃຕ້ພ້ອມ​ຂອງ​ກາງ​ຢາ​ບ້າ 400 ກວ່າເມັດ
ຕຳຫລວດ​ເມືອງ​ສີ​ໂຄດ​ຕະບອງ​ຈັບ​ຜູ້​ຄ້າ​ຢາ​ເສບ​ຕິດຢູ່​ບ້ານໜອງ​ແຕ່ງ​ໃຕ້ພ້ອມ​ຂອງ​ກາງ​ຢາ​ບ້າ 400 ກວ່າເມັດ - 4 - ຕຳຫລວດ​ເມືອງ​ສີ​ໂຄດ​ຕະບອງ​ຈັບ​ຜູ້​ຄ້າ​ຢາ​ເສບ​ຕິດຢູ່​ບ້ານໜອງ​ແຕ່ງ​ໃຕ້ພ້ອມ​ຂອງ​ກາງ​ຢາ​ບ້າ 400 ກວ່າເມັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!