ປະຫວັດສາດ, ສະຫະລັດ-ແຄນາດາ-ແມັກຊິໂກ ຮ່ວມໃຈກັນຂໍຈັດບານໂລກ 2026


ເປັນທີ່ຮູ້ກັນກ່ອນໜ້ານີ້ວ່າ ບານໂລກໃນປີ 2026 ນັ້ນຈະ ເພີ່ມໂກຕາຈາກເກົ່າ 32 ເປັນ 48 ທີມ ເຊິ່ງທະວີບຄອນຄາເຄຟ ມີ ໂອກາດຈະໄດ້ເປັນເຈົ້າພາບຫຼາຍທີ່ສຸດ ເນື່ອງຈາກຕາມກົດແລ້ວ ຈະບໍ່ໃຫ້ທະວີບໃດທະວີບໜຶ່ງທີ່ ຫາກໍເປັນເຈົ້າພາບໄດ້ເປັນອີກຄັ້ງ.
ໂດຍປີ 2018 ຣັດເຊຍ ຈະ ເປັນເຈົ້າພາບຕໍ່ດ້ວຍປີ 2022 ທາງ ກາຕາ ຈະເປັນເຈົ້າພາບ ເຊິ່ງເຮັດບານໂລກປີ 2026 ໂອ ກາດຈະຕົກມາເຖິງທະວີບຄອນ ຄາເຄຟ ຫຼາຍທີ່ສຸດ ຈົນຫຼ້າສຸດ ທາງຄອນຄາເຄຟ ກໍກຽມຍື່ນ ເລື່ອງຂໍສະເໜີຕົວເປັນເຈົ້າພາບ ເຖິງສາມຊາດ ປະກອບດ້ວຍ ສະ ຫະລັດ ອາເມຣິກາ, ແຄນາດາ ແລະ ແມັກຊິໂກ.
ເຊິ່ງຫາກທາງ ຟີຟາ ໄດ້ ເລື່ອກທະວີບຄອນຄາເຄຟ ເປັນ ເຈົ້າພາບບານໂລກປີ 2026 ກໍ ຈະຖືເປັນປະຫວັດສາດໜ້າໃໝ່ທີ່ມີຊາດເຈົ້າບານໂລກຮ່ວມກັນ 3 ຊາດເປັນຄັ້ງທຳອິດ ຫຼັງຈາກທີ່ ເຄີຍມີເຈົ້າພາບຮ່ວມກັນ 2 ຊາດ ໃນບານໂລກປີ 2002 ທີ່ ຢິ່ປຸ່ນ ກັບ ສ. ເກົາຫຼີ ຈັບມືເປັນເຈົ້າພາບ ແລະ ຫາກເກີດຂຶ້ນຈິງກໍຈະເຮັດ ໃຫ້ໂກຕາທະວິບຄອນຄາເຄຟ ທີ່ມີ 6 ຈະເສຍໄປ 3 ສິດລະລາໃຫ້ກັບ ເຈົ້າພາບ ແລະ ອີກ 3 ສິດທີ່ເຫຼືອ ຕ້ອງແບ່ງກັນອີກ 38 ຊາດ.
ທັງນີ້ບານໂລກເຄີຍຈັດຂຶ້ນທີ່ທະວີບຄອນຄາເຄຟ ມາແລ້ວ 3 ຄັ້ງ ເປັນ ແມັກຊິໂກ 2 ຄັ້ງປີ 1970 ແລະ 1986 ແລະ ສະຫະ ລັດ ອາເມຣິກາ 1 ຄັ້ງປີ 1994.