ກິນພໍເໝາະຢູ່ແບບພໍພຽງເພື່ອອະນາຄົດຂອງຊາດ

- kitchen vibe - ກິນພໍເໝາະຢູ່ແບບພໍພຽງເພື່ອອະນາຄົດຂອງຊາດ

- Untitled 1 2 - ກິນພໍເໝາະຢູ່ແບບພໍພຽງເພື່ອອະນາຄົດຂອງຊາດ
      ນັບແຕ່ລັດຖະບານເຮົາໄດ້ອອກນະໂຍບາຍໃນການປະຢັດເປັນຕົ້ນມາ, ໝາກຜົນທີ່ຕອບຮັບກໍເຫັນວ່າມີ ຫລາຍກົມກອງ, ຫລາຍທ້ອງຖິ່ນໄດ້ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໄປຢ່າງກວ້າງຂວາງ ແລະ ເປັນຮູບປະທໍາ ດີຂຶ້ນເລື້ອຍໆ ເຊິ່ງກ່ອນອື່ນໝົດແມ່ນໃນຂັ້ນການນໍາໄດ້ເປັນຜູ້ບຸກເບີກ ແລະ ເປັນຕົ້ນແບບເຮັດກ່ອນທໍາກ່ອນ ເຊັ່ນວ່າ: ປະທານປະ ເທດ ບຸນຍັງ ວໍລະຈິດ, ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະນໍາອີກຈໍານວນໜຶ່ງ ພວກເພິ່ນໄດ້ສະຫລະເອົາລົດປະຈໍາຕໍາແໜ່ງທີ່ຫລູຫລາຄາລາແພງຂອງຕົນປະມູນອອກຂາຍ ເພື່ອນໍາເອົາເງິນທີ່ ໄດ້ມາເຂົ້າງົບປະມານລັດແລ້ວກໍຫັນໄປຊື້ລົດທີ່ພໍເໝາະພໍດີມານໍາໃຊ້ເຂົ້າໃນວຽກງານ. ອັນນີ້ຖືວ່າເປັນມິຕິໃໝ່ ແຫ່ງຍຸກປະຫວັດສາດຂອງຊາດລາວເຮົາ ເຊິ່ງປວງຊົນລາວທັງຊາດໃຜກໍໃຫ້ຄວາມຊົມເຊີຍ ແລະ ຍົກຍ້ອງ. ການ ກະທໍາສິ່ງນີ້ບໍ່ພຽງແຕ່ເປັນຕົ້ນແບບໃຫ້ຄົນລາວທົ່ວທັງປະເທດ, ແຕ່ມັນຍັງເປັນການສະແດງໃຫ້ເຫັນເຖິງຄວາມ ມີນ້ຳໃຈເສຍສະຫລະຢ່າງລົ້ນເຫລືອຂອງຕົນເອງເພື່ອຜົນປະໂຫຍດລວມຂອງປະເທດຊາດ.

ຫລັງຈາກນັ້ນມາ, ກໍມີຫລາຍກົມກອງທ້ອງຖິ່ນໄດ້ນໍາເອົາຕົວແບບນີ້ໄປຈັດຕັ້ງຜັນຂະຫຍາຍໃນກົມກອງ, ທ້ອງຖິ່ນຂອງໃຜລາວຢ່າງມີຄວາມຮັບຜິດຊອບສູງເຊັ່ນ: ຫວ່າງຫລັງມານີ້ກະຊວງການເງິນກໍໄດ້ວາງກົດຫ້າມ ເຊິ່ງ ອາດເວົ້າໄດ້ວ່າເປັນກົດເຫລັກໃຫ້ພະນັກງານ-ລັດຖະກອນຂອງຕົນຈັດຕັ້ງປະຕິບັດຢ່າງເດັດຂາດ ແລະ ເຂັ້ມງວດ. ແລະ ໃນອາທິດຕໍ່ມາເຈົ້າແຂວງບໍລິຄໍາໄຊກໍໄດ້ວາງກົດເຫລັກອອກມາຢ່າງເດັດຂາດຈິງຈັງວ່າ: ໃນໂມງລັດຖະການ ແມ່ນຫ້າມພະນັກງານ-ລັດຖະກອນ ນັບທັງທະຫານ, ຕໍາຫຼວດດື່ມເຫລົ້າ, ເບຍ ແລະ ສິ່ງມືນເມົາອື່ນໆຢ່າງເດັດ ຂາດ. ນອກຈາກນັ້ນ ໃນເວລານອກໂມງການຖ້າຜູ້ໃດຫາກມີວຽກທາງການເຊັ່ນ: ມີກອງປະຊຸມ, ມີງານ ຫລື ກິດ ຈະການເປັນທາງການກໍຫ້າມດື່ມເຫລົ້າເມົາໂວກເວກໄປຮ່ວມງານຢ່າງເດັດຂາດ ອັນຈະພາໃຫ້ເສຍພາບພົດບົດບາດຂອງຕົນໃນທາງການເມືອງ.

- Visit Laos Visit SALANA BOUTIQUE HOTEL - ກິນພໍເໝາະຢູ່ແບບພໍພຽງເພື່ອອະນາຄົດຂອງຊາດ

ຕາມຜູ້ຂຽນຄິດ, ໃນຂັ້ນຕໍ່ໄປກໍອາດຈະມີຫລາຍກົມກອງທ້ອງຖິ່ນ ນັບທັງບຸກຄົນ ແລະ ນິຕິບຸກຄົນຈະໄດ້ທະ ຍອຍກັນອອກກົດຫ້າມໃຫ້ພະນັກງານ-ລັດຖະກອນ ແລະ ກໍາມະກອນທີ່ຢູ່ໃຕ້ການນໍາພາຂອງຕົນປະຕິບັດຢ່າງ ເດັດຂາດ ແລະ ເຂັ້ມງວດ. ດັ່ງສະພາບພວກເຮົາໄດ້ຮັບຮູ້ ແລະ ໄດ້ຍິນໃນຫຼາຍປີຜ່ານມາວ່າ: ປະເທດເຮົາກາຍເປັນ ອັນດັບໜຶ່ງຂອງອາຊຽນໃນການດື່ມນ້ຳເມົາ. ປັດຈຸບັນສັງຄົມບ້ານເຮົາໄປມາທາງໃດກໍເຫັນແຕ່ຮ້ານເຫລົ້າຮ້ານ ເບຍເຕັມຕຶ້ງ, ບໍ່ວ່າຍາມເຊົ້າ, ຍາມທ່ຽງ, ຍາມແລງ ຫລື ຍາມໂມງລ້າໂມງການ, ບາງຄົນກໍເອົາເຫລົ້າເບຍດື່ມກິນ ໄປຄຽງຄູ່ກັບຄາບເຂົ້າວ່າເປັນການຢຶດເສັ້ນຢຽດເອັນ. ແຕ່ມາເບິ່ງໃນດ້ານເສດຖະກິດ-ການເງິນຂອງຊາດພັດວ່າ ຍັງເປັນປະເທດດ້ອຍພັດທະນາທຸກຍາກລ້າຫລັງ. ຕາມເຮົາວ່າ, ການຫລິ້ນກິນແບບຟຸມເຟືອຍນີ້ມັນກໍເປັນສາ ເຫດໜຶ່ງຂອງການສໍ້ລາດບັງຫລວງ ແລະ ຄວາມບໍ່ໂປ່ງໃສໃນຖັນແຖວພະນັກງານ-ລັດຖະກອນຂອງພວກເຮົາ ຍ້ອນວ່າຄົນເຮົາໃນເມື່ອບໍ່ມີ ແລະ ຈໍາເປັນມາກໍຕ້ອງໄດ້ຊອກ ໃນນີ້ກໍມີທັງວິທີຖືກກົດໝາຍ ແລະ ຜິດກົດໝາຍ ໂດຍສະເພາະແມ່ນຖັນແຖວພະນັກງານ-ລັດຖະກອນທີ່ຢູ່ໃກ້ກັບເງິນ.

ສະນັ້ນ, ການທີ່ພັກ ແລະ ລັດຖະບານໄດ້ອອກມາດຕະການປະຢັດກໍຖືວ່າເປັນທາງອອກ ແລະ ແນວທາງທີ່ດີ ເລີດໃນເງື່ອນໄຂທີ່ປະເທດຊາດຂອງພວກເຮົາຍັງຢູ່ໃນສະພາບທຸກຍາກລໍາບາກ. ແຕ່ກົງກັນຂ້າມ ຖ້າພວກເຮົາ ຫາກທັນໃຜທັນເຮັດ, ທັນໃຜທັນກິນສຸດແລ້ວແຕ່ຜູ້ໄດ້ຜູ້ເສຍ, ຜູ້ມີໜ້ອຍມີຫຼາຍໂດຍບໍ່ຄໍານຶງເຖິງຜົນປະໂຫຍດ ຂອງລວມໝູ່, ຜົນປະໂຫຍດຂອງຊາດແລ້ວ ທຸກສິ່ງຢ່າງອາດບໍ່ໄປເຖິງເປົ້າ ສຸດທ້າຍມາປະເທດຊາດກໍເປັນໜຶ່ງໃນ ບັນດາປະເທດທີ່ທຸກ ຍາກໃນໂລກຕະຫລອດເຊັ່ນຕະຫລອດຊາດ.

- 3 - ກິນພໍເໝາະຢູ່ແບບພໍພຽງເພື່ອອະນາຄົດຂອງຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!