YouTube ປັບເກນໂຄສະນາໃຫມ່ ມີຜົນ 20 ກຸມພານີ້

youtube ປັບເກນໂຄສະນາໃຫມ່ ມີຜົນ 20 ກຸມພານີ້ -                                                  - YouTube ປັບເກນໂຄສະນາໃຫມ່ ມີຜົນ 20 ກຸມພານີ້
youtube ປັບເກນໂຄສະນາໃຫມ່ ມີຜົນ 20 ກຸມພານີ້ - kitchen vibe - YouTube ປັບເກນໂຄສະນາໃຫມ່ ມີຜົນ 20 ກຸມພານີ້

YouTube ນັ້ນເປັນ 1 ໃນ Video Community ທີ່ມີຍອດຜູ້ຊົມເປັນອັນດັບ 1 ມາຕະຫຼອດ ດ້ວຍ Content ຕ່າງໆ ຫຼາກຫຼາຍທີ່ສາມາດຄົ້ນຫາໄດ້ສາລະພັດ ຊຶ່ງມີດີ ແລະ ບໍ່ດີປົນກັນໄປ. ດັ່ງນັ້ນ YouTube ຈຶ່ງໄດ້ຫາວິທີຊ່ວຍເຫຼືອ YouTube Creator ໃນຮູບແບບ YouTube Partner Program (YPP) ທີ່ຈະມີ​ໂຄສະນາເຂົ້າ ແລະ ຈະມອບເງິນສ່ວນໜຶ່ງໃຫ້ກັບທາງ Channel ໂດຍກົງ ຊຶ່ງໃນປີ 2017 ຜ່ານມາເປັນອີກ 1 ປີທີ່ YPP ມີຈໍານວນຜູ້ເຂົ້າຮ່ວມຫຼາຍຂຶ້ນເລື້ອຍໆກວ່າ 40% ໃນທຸກໆປີ ແລະ ແນ່ນອນວ່າດ້ວຍຈໍານວນຊ່ອງທີ່ຫຼາຍ ກໍເຮັດໃຫ້ຊ່ອງທີ່ບໍ່ມີຄຸນນະພາບຫຼາຍຕາມໄປນຳ ຈົນສົ່ງຜົນໃຫ້ຍີ່​ຫໍ້ທີ່ເຂົ້າມາໂຄສະນາບໍ່ໄດ້ຮັບປະໂຫຍດຢ່າງເຕັມທີ່ ຈົນຫຼາຍຍີ່​ຫໍ້ເລີ່ມຖອຍຕົວອອກມາ. ດັ່ງນັ້ນ ທາງ YouTube ຈຶ່ງໄດ້ມີການປັບມາດຕະຖານໃຫມ່ຂອງ Channel ທີ່ຈະໄດ້ຮັບການແບ່ງອັດຕາສ່ວນຄ່າໂຄສະນາ ໂດຍມີເກນດັ່ງຕໍ່ໄປນີ້: ຂັ້ນຕໍ່າ Channel ຈະຕ້ອງມີຄົນຊົມ 4.000 ຊມ ພາຍໃນ 12 ເດືອນ ແລະ ຄົນຕິດຕາມ (Subscribe) ເກີນ 1.000 ຄົນຂຶ້ນໄປ.

ໃນປີ 2017 ທີ່ຜ່ານມາ YPP ຕ້ອງການພຽງຍອດຮັບຊົມ 10.000 views ເທົ່ານັ້ນ ຊຶ່ງຖືວ່າເປັນມາດຕະຖານທີ່ຂ້ອນຂ້າງຕໍ່າ ຊຶ່ງການປັບມາດຕະຖານໃນຄັ້ງນີ້ ຕັ້ງໃຈທີ່ຈະເພີ່ມຄຸນນະພາບຂອງ Creator ທີ່ຕັ້ງໃຈຊຸກດັນຄອມມູນິຕີ້ຂອງ YouTube ຢ່າງຈິງຈັງ ແລະ ພວກເຂົາຈະໄດ້ຮັບຜົນຕອບແທນກັບໄປຢ່າງເໝາະສົມກວ່າເກົ່າ.

ໃນວັນທີ 20 ກຸມພານີ້ ສໍາລັບ Channel ໃດບໍ່ເຖິງເກນຈໍານວນທີ່ກໍານົດ ກໍຈະບໍ່ໄດ້ຮັບເງິນອີກຕໍ່ໄປ ຊຶ່ງ Channel ເຫຼົ່ານີ້ທາງ YouTube ຈະພິຈາລະນາທັນທີເມື່ອເກນກັບມາເຖິງອີກຄັ້ງ.

ຄວາມຄິດເຫັນຂອງແບໄຕ໋ຖືວ່າເປັນບັນຫາອີກ 1​ ຄັ້ງທີ່ທາງ YouTube ຈະຕ້ອງມີການຂະຫຍັບຕົວເພື່ອໃຫ້ສິນຄ້າຍັງຄົງລົງໂຄສະນາຢູ່ ເພາະປັດຈຸບັນ YouTube ບໍ່ໄດ້ເປັນຊ່ອງທາງດຽວອີກຕໍ່ໄປທີ່ຜູ້ຮັບຊົມ Video Content ແຕ່ມີທັງ Facebook, Twitch ຫຼື ທັງ LINE TV. ດັ່ງນັ້ນ ຖ້າ YouTube ຍັງບໍ່ປັບປຸງວິທີການຈ່າຍເງິນຄ່າໂຄສະນາກໍອາດສົ່ງຜົນໃຫ້ສິນຄ້າເຂົ້າມາໂຄສະນາຫຼຸດໜ້ອຍລົງເລື້ອຍໆ ແລະ ຫັນໄປຊ່ອງທາງອື່ນແທນນັ້ນເອງ ແຕ່ການປັບປ່ຽນຄັ້ງນີ້ກໍສົ່ງຜົນໃຫຍ່ຕໍ່ Creator ທີ່ເປັນຊ່ອງນ້ອຍໆ ທີ່ຍັງມີຜູ້ຕິດຕາມບໍ່ຫຼາຍໃຫ້ຕ້ອງຫາວິທີການສ້າງຈໍານວນຜູ້ຕິດຕາມ ແລະ ຜູ້ຮັບຊົມຫຼາຍຂຶ້ນ ຈຶ່ງຈະສາມາດຫາເງິນກັບຊ່ອງທາງນີ້ໄດ້ນັ້ນເອງ.

youtube ປັບເກນໂຄສະນາໃຫມ່ ມີຜົນ 20 ກຸມພານີ້ - 3 - YouTube ປັບເກນໂຄສະນາໃຫມ່ ມີຜົນ 20 ກຸມພານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!