ໂຣນັລໂດ ດີໃຈມີລຸ້ນລາງວັນ ນັກກິລາຊາຍລໍຣິອຸສ


ຄຣິສເຕຍໂນ ໂຣນັນໂດ ຍອດນັກເຕະປອກຕຸຍການ ດີໃຈຫລັງມີຊື່ຕິດ 1 ໃນ 6 ລຸ້ນລາງວັນກຽດຕິຍົດນັກກິລາຊາຍດີເດັ່ນ ລໍຣິອຸສ ເວີລ ສະປອດ ອາວອດ ປະຈຳປີ 2018 ຫລັງສ້າງຜົນງານສຸດຍອດກັບ ຣີລ ມາດຣິດ.
ຄຣິສເຕຍໂນ ໂຣນັລໂດ ນັກເຕະຊຸບເປີສະຕາ ຣີລ ມາດຣິດ ຍັກໃຫຍ່ແຫ່ງ ລາລີກາ ສະເປນ ມີລຸ້ນລາງວັນກຽດຕິຍົດສ່ວນຕົວອີກລາຍການ ຫລັງມີລາຍຊື່ເຂົ້າຊີງລາງວັນນັກກິລາຊາຍດີເດັ່ນ ລໍຣິອຸສ ເວີລ ສະປອດ ອາວອດ ປະຈຳປີ 2018 ຮ່ວມກັບນັກກິລາຊັ້ນຍອດອີກຫລາຍຄົນ.
ກັບຕັນທີມຊາດປອກຕຸຍການ ປະສົບຄວາມສຳເລັດກັບລາງວັນສ່ວນຕົວຫລວງຫລາຍ ລວມທັງລາງວັນ ບັນລົງ ດໍ ສະໄໝທີ 5. ຂະນະດຽວກັນ ໂຣນັລໂດ ຍັງມີຊື່ຕິດ 1 ໃນ 6 ທີ່ຈະໄດ້ຮັບລາງວັນ ລໍຣິອຸສ ເວີລ ສະປອດ ແຫ່ງປີ ຄຽງຂ້າງ ລູອິສ ແຮມິລຕັນ ຍອດນັກຂັບລົດສູດໜຶ່ງ (ຟໍມູນລາ ວັນ), ໂມຮາເໝັດ ຟາຣາ ຍອດນັກແລ່ນປອດເຫລັກຂອງສະຫະລາຊະອານາຈັກ, ຄຣິສໂຕເຟີ ຟຣູມ ນ່ອງເຫລັກຂອງອັງກິດ, ໂຣເຈີ ເຟເດີເຣີ ນັກເຕັນນິດຊາວສະວິດ ແລະ ຣາຟາເອລ ນາດາລ ນັກເຕັນນິດຊາວສະເປນ.