ລັດຖະບານອັງກິດປະຊຸມສຸກເສີນ ເລື່ອງບໍລິສັດກໍ່ສ້າງໃຫຍ່ລົ້ມລະລາຍ

ລັດຖະບານອັງກິດປະຊຸມສຸກເສີນ ເລື່ອງບໍລິສັດກໍ່ສ້າງໃຫຍ່ລົ້ມລະລາຍ - 1516074452906 960x0 - ລັດຖະບານອັງກິດປະຊຸມສຸກເສີນ ເລື່ອງບໍລິສັດກໍ່ສ້າງໃຫຍ່ລົ້ມລະລາຍ
ລັດຖະບານອັງກິດປະຊຸມສຸກເສີນ ເລື່ອງບໍລິສັດກໍ່ສ້າງໃຫຍ່ລົ້ມລະລາຍ - kitchen vibe - ລັດຖະບານອັງກິດປະຊຸມສຸກເສີນ ເລື່ອງບໍລິສັດກໍ່ສ້າງໃຫຍ່ລົ້ມລະລາຍ

ລັດຖະບານ​ອັງກິດຈັດ​ກອງ​ປະຊຸມ​ສຸກ​ເສີນ​ ​ໃນ​ວັນ​ທີ 15 ມັງກອນ ​ເລື່ອງ​ຄາຣິລລຽນ ບໍລິສັດ​ກໍ່ສ້າງ ​ແລະ ບໍລິຫານ​ອາຄານ​ລາຍ​ໃຫຍ່​ຂອງ​ປະ​ເທດ​ປະກາດ​ລົ້ມລະລາຍ​ກະທັນຫັນ ​ເນື່ອງ​ຈາກ​ບໍ່​ສາມາດ​ຂໍ​ເງິນ​ຊ່ວຍ​ເຫລືອງ​ວດສຸດ​ທ້າຍ​ຈາກ​ລັດຖະບານ ​ແລະ ທະນາຄານ.

ຄາຣິລລຽນ​ຮັບ​ງານ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ມູນ​ຄ່າ​ລວມ 1.700 ລ້ານ​ປອນ​ເຊັ່ນ: ທຳ​ຄວາມ​ສະອາດ ​ແລະ ຈັດ​ກຽມ​ອາຄານ​ໃຫ້​ໂຮງໝໍ​ລັດ, ກໍ່ສ້າງ ​ແລະ ສ້ອມ​ແປງ​​ເຮືອນ​ພັກ​ທະຫານ, ມີ​ພະນັກງານ​ທົ່ວ​ໂລກ 43.000 ຄົນ. ມີ​ລາຍ​ງານ​ວ່າ: ຄະນະ​ກຳມະການ​ຮັບ​ມື​ເຫດ​ສຸກ​ເສີນ​ຂອງ​ອັງກິດ ​ເປ​ັນ​ເວລາ 1 ຊົ່ວ​ໂມງ​ໃນ​ວັນ​ທີ 15 ມັງກອນ ມີ​ລັດຖະມົນຕີ​ຈາກ​ທຸກ​ກະຊວງ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ, ພະນັກງານ​ຄາຣິລລຽນ​ທີ່​ເປັນ​ຄົນ​ອັງກິດ ​ແລະ ​ເຮັດ​ວຽກ​ໃນພາກ​ເອກະ​ຊົນ​ຈະ​ໄດ້​ຮັບ​ເງິນ​ເດືອນ​ຈົນ​ເຖິງ​ວັນ 24 ມັງກອນ​ນີ້, ສ່ວນ​ພະນັກງານ​ທີ່​ເຮັດ​ວຽກ​ໃນ​ພາກ​ລັດ​ຈະ​ໄດ້​ຮັບ​ເງິນ​ເດືອນ​ຕາມ​ປົກກະຕິ ​ເປັນ​ເງິນ​ທີ່​ລັດຖະບານ​ຈັດ​ສັນ​ມາ​ຈາກ​ພາສີ​ປະຊາຊົນ.

ຄາຣິລລຽນ​ເລີ່​ມສົ່ງ​ສັນຍານ​ນັບ​ແຕ່​ເດືອນ​ກໍລະກົດ​ປີ​ກ່ອນ​ວ່າ: ມີ​ບັນຫາ​ທາງ​ການ​ເງິນ, ​ແຕ່​ລັດຖະບານ​ອັງກິດ​ຍັງ​ໃຫ້​ສຳ​ປະທານ​ໂຄງການ​ໃຫຍ່​ເຊັ່ນ: ​ໂຄງການ​ລົດ​ໄຟ​ຄວາມ​ໄວ​ສູງ. ທ່ານ ​ເຈ​ເຣມີ ຄໍ​ບີນ ຫົວໜ້າ​ພັກ​ແຮງ​ງານ ​ເຊິ່ງ​ເປັນ​ຝ່າຍ​ຄ້ານ ກ່າວ​ວ່າ: ການລົ້ມລະລາຍ​ຂອງຄາຣິລລຽນ​ຖື​ເປັນ​ຈຸດ​ປ່ຽນສຳຄັນ ​ເຖິງ​ເວລາ​ແລ້ວ​ທີ່​ຈະ​ຕ້ອງ​ຢຸດ​ນະ​ໂຍບາຍ​ແປ​ຮູບ​ກິດຈະການ​ໃຫ້​ເປັນ​ຂອງ​ເອກະ​ຊົນ​ທີ່​ເຮັດ​ໃຫ້​ບໍລິການ​ສາທາລະນະ​ເສຍ​ຫາຍ​ຮ້າຍ​ແຮງ ​ແລະ ຂູດ​ຮີດ​ເງິນ​ພາສີ​ປະຊາຊົນ​ໄປ​ເປັນ​ຈຳນວນ​ມະຫາສານ.

ມີ​ລາຍ​ງານ​ວ່າ: ຄາຣິລລຽນຕິດ​ໜີ້ບໍລິສັດ​ນ້ອຍໆ 30.000 ​ແຫ່ງ ສູງ​ເຖິງ 1.000 ລ້ານ​ປອນ, ​ແຕ່​ຜູ້​ບໍລິຫານ​ພັດ​ໄດ້​ຄ່າ​ຕອບ​ແທນ​ສູງ​​ແບບ​ບໍ່​ເໝາະ​ສົມ. ທ່ານ ​ເດ​ວິດ ລິ​ດິງຕັນ ລັດຖະມົນຕີ​ປະຈຳ​ສຳນັກ​ງານ​ນາຍົກລັດຖະມົນຕີ ​ແຈ້ງ​ຕໍ່​ລັດຖະສະພາ​ວ່າ: ທາງ​ການຈະ​ສອບ​ສວນ​ຜູ້​ບໍລິຫານ​ທັງ​ອະດີດ ​ແລະ ປັດຈຸບັນ ຖ້າ​ພົບ​ວ່າ​ມີ​ຄວາມ​ຜິດ​ຈະ​ຖືກ​ລົງ​ໂທດ​ສະຖານ​ໜັກ.

ລັດຖະບານອັງກິດປະຊຸມສຸກເສີນ ເລື່ອງບໍລິສັດກໍ່ສ້າງໃຫຍ່ລົ້ມລະລາຍ - 3 - ລັດຖະບານອັງກິດປະຊຸມສຸກເສີນ ເລື່ອງບໍລິສັດກໍ່ສ້າງໃຫຍ່ລົ້ມລະລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!