Samsung ຈົດສິດທິບັດເຄື່ອງໝາຍການຄ້າ Metal 12 ໂລຫະປະສົມແມກນີຊ່ຽມທີ່ອາດນໍາມາໃຊ້ກັບ Galaxy S9 ແລະ S9
January 16, 2018 - 1:41 PM


Samsung ໄດ້ຍື່ນຈົດສິດທິບັດເຄື່ອງໝາຍການຄ້າ Metal 12 ກັບທາງສໍານັກງານຊັບສິນທາງປັນຍາຂອງສະຫະພາບເອີຣົບ (European Union Intellectual Property Office) ຊຶ່ງເປັນແມກນີຊ່ຽມອາລູມິນຽມອັລລອຍ (Magnesium Aluminium Alloy) ທີ່ທາງ Samsung ໄດ້ພັດທະນາຂຶ້ນມາ ແລະ ໄດ້ນໍາມາໃຊ້ເປັນວັດສະດຸຫຼັກໃນການຜະລິດເລັດທອບ Notebook 9 (2018)


ນັ້ນໝາຍຄວາມວ່າ ເຄື່ອງໝາຍການຄ້າຫລ້າສຸດນີ້ ອາດຈະຖືກນໍາມາໃຊ້ກັບໂທລະສັບຮຸ່ນຫລ້າສຸດເຊັ່ນ: Galaxy S9 ແລະ S9+ ຫຼື ອຸປະກອນແວຣ໌ເອເບິລເຊັ່ນ: Gear S4
ແມກນີຊ່ຽມ ມີນໍ້າໜັກເບົາ ແລະ ແຂງແຮງກວ່າອາລູມີນ່ຽມ ໂດຍຖືກເອີ້ນວ່າເປັນ “ໂລຫະແຫ່ງອະນາຄົດ”.